ເພງ ຄ່າດອງໂຄດແພງ ປ່ອຍອອກມາແລ້ວ 2 ມື້ຍອດວິວເກືອບ 1 ລ້ານ

206

ສໍາລັບເພງ ຄ່າດອງໂຄດແພງ ຈາກກຸ່ມສິລະປິນໜ້າໃໝ່ ຢູທູບເບີທີ່ມີຊື່ສຽງຂອງລາວ ຜູ້ມີໃຈຮັກສຽງດົນຕີ ເຊິ່ງເປັນເພງຕໍ່ເນື່ອງມາຈາກເພງ ຢາກເປັນລູກເຂີຍ ທີ່ຍອດວິວໃນຢູທູບສູງຫຼາຍ ໂດຍຍອດຫຼ້າສຸດວັນທີ 29 ມິຖຸນາ 2020 ຢູ່ທີ່ 31 ລ້ານກວ່າວິວແລ້ວ.

ຫຼັງປ່ອຍເພງຕໍ່ເນື່ອງຈາກເພງນີ້ອອກມາ ກໍໄດ້ຮັບສຽງຕອບຮັບດີເຊັ່ນກັນ ໂດຍຍອດວິວເພງ ຄ່າດອງໂຄດແພງ ທີ່ປ່ອຍອອກມາພຽງ 3 ມື້ ຕອນນີ້ໄດ້ 1 ລ້ານກວ່າວິວແລ້ວ.

ເພງ ຄ່າດອງໂຄດແພງ ເປັນເພງຕໍ່ຈາກ ເພງ ຢາກເປັນລູກເຂີຍ ເຊິ່ງເພງນີ້ກໍຍັງເປັນຜົນງານເພງຂອງກຸ່ມຢູທູບເບີລາວທີ່ມີຊື່ສຽງ ເປັນຕົ້ນ ໜຸ່ມບິກ ໃຫຍ່ ສີຫາລາດ ສິດທິສານ ຫຼື ທີ່ຮູ້ຈັກກັນດີໃນນາມແບກຶ, ໜຸ່ມໂສພະນາ ທີ່ໄດ້ສົມຍານາມເປັນນັກຮ້ອງທີ່ມີຊື່ສຽງຂອງປະເທດເພື່ອນບ້ານ ວ່າ the toy lao, ມີໜຸ່ມເປັດ ນັກຮ້ອງສາຍແລັບມັກດົນຕີຮິບຮັອບລາວສະໄໝ ຈາກຄ້າຍ maomun music ແລະ ທີ່ສໍາຄັນແມ່ນໄດ້ເຈ້ມ໋ອງ ຢູທູບເບີສາວຂອງລາວທີ່ມີຍອດ subscriber ໃນຢູທູບເຖິງ 8 ແສນກວ່າຄົນ ມາເປັນນາງເອກລະຄອນເພງໃຫ້ ບອກໄດ້ເລີຍວ່າເພງນີ້ແມ່ນຮວມຕົວຢູທູບເບີສາຍເຮຮາໄວ້ຫຼາຍ ພ້ອມມອບຄວາມສຸກໃຫ້ທຸກຄົນແນ່ນອນ.

ແນວໃດກໍຕາມ, ຜົນງານເພງ ຄ່າດອງໂຄດແພງ ຖືກປ່ອຍອອກສູ່ສາຍຕາມວນຊົນ ພ້ອມໃຫ້ທຸກຄົນໄດ້ຮັບຟັງເມື່ອວັນທີ 27 ມິຖຸນາ 2020 ທີ່ຜ່ານມາ ເຊິ່ງມາຮອດຕອນນີ້ເປັນເວລາພຽງ 3 ວັນ ເພງນີ້ກວດຍອດວິວໄປແລ້ວເກືອບ 1 ລ້ານກວ່າວິວ.

ຈາກທີ່ໄດ້ໄປຫາຂໍ້ມູນມາເພງດັ່ງກ່າວໄດ້ຮັບຄວາມນິຍົມຫຼາຍມີທັງແຟນເພງລາວເຮົາເອງ ແລະ ຈາກປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດໄທ ແລະ ແນ່ນອນວ່າການທີ່ມີແຟນເພງໄທຫຼາຍຂະໜາດນີ້ນັ້ນ ອາດຍ້ອນຮູບແບບເພງທີ່ມີການແຊກຊ້ອນສັບພາສາທັງລາວ ແລະ ໄທຢູ່ນໍາກັນ ໂດຍສະເພາະແມ່ນທ່ອນທີ່ໜຸ່ມແບກຶ ຂັບຮ້ອງແມ່ນຈະເປັນການປະສົມປະສານລະຫວ່າງສອງພາສານີ້ ເຊິ່ງອາດເປັນຈຸດຂາຍດຶງແຟນເພງຕ່າງປະເທດໄດ້ນັ້ນເອງ.