ລ້ຽງປາຂາຍຕະຫຼາດຍັງສົດໃສຄວາມຕ້ອງການຂອງສັງຄົມເພີ່ມຂຶ້ນ

145

ທຸລະກິດຄອບຄົວຖືເປັນຫົວໜ່ວຍພື້ນຖານທີ່ສຳຄັນໃນການພັດທະນາເສດຖະກິດໃຫ້ຍືນຍົງ. ສະນັ້ນ, ການພັດທະນາຄອບຄົວໃຫ້ມີຄວາມເຂັ້ມແຂງ ຈຶ່ງເປັນບາດກ້າວທີ່ສຳຄັນໃນການພັດທະນາປະເທດໃຫ້ມີຄວາມເຂັ້ມແຂງຍືນຍົງ.

ມື້ນີ້ ຈະພາທ່ານໄປຮູ້ຈັກກັບຄອບຄົວຕົວແບບທີ່ຫັນມາເອົາດີທາງດ້ານກະສິກຳ ໂດຍສະເພາະແມ່ນລ້ຽງປາຂາຍ ຈົນກາຍເປັນທຸລະກິດຄອບຄົວທີ່ສ້າງລາຍຮັບໄດ້ດີສ້າງເສດຖະກິດຄອບຄົວຫຼຸດພົ້ນອອກຈາກ ຄວາມທຸກຍາກ.

ທ່ານ ຄຳຕຸ້ຍ ພິມສະຫວັນ ປະຊາຊົນບ້ານໂພໄຊ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກ່ອນທີ່ຈະມາເຮັດທຸລະກິດລ້ຽງປາແບບຄອບຄົວນີ້ ແຕ່ກ່ອນແມ່ນເປັນຊ່າງຮັບເໝົາກໍ່ສ້າງ, ແຕ່ເຫັນວ່າວຽກດັ່ງກ່າວນັ້ນບໍ່ຄ່ອຍຖະໜັດປານໃດ? ຈຶ່ງຄິດຫັນເອົາທີ່ດິນທີ່ພໍ່ແມ່ໃຫ້ ຈຳນວນ 3 ເຮັກຕາ ມາລ້ຽງສັດ ໂດຍເລີ່ມຈາກການລ້ຽງປາ ໃນປີ 2010 ໂດຍໝູນໃຊ້ທຶນພາຍໃນຂອງຄອບຄົວ ເລີ່ມຈາກມີເງິນພຽງເລັກໜ້ອຍແລ້ວຄ່ອຍໆຂະຫຍາຍການລ້ຽງອອກໄປເລື້ອຍໆ.

ພາຍຫຼັງທີ່ລ້ຽງປາ ມາຮອດໄລຍະໜຶ່ງກໍເຫັນວ່າມີຂໍ້ດີຫຼາຍຢ່າງ ເປັນຕົ້ນ: ແມ່ນມີເວລາຢູ່ນຳຄອບຄົວຫຼາຍຂຶ້ນ, ເຮັດວຽກກໍສະບາຍໃຈ ແລະ ມີຄວາມໝັ້ນຄົງຫຼາຍກວ່າເກົ່າ ຈຶ່ງໄດ້ນໍາເອົາສັດປະເພດອື່ນໆເຂົ້າມາລ້ຽງເພີ່ມອີກ ເຊັ່ນ: ເປັດ, ໄກ່, ງົວ, ຄວາຍ, ແບ້ ແຕ່ສັດເຫຼົ່ານັ້ນລ້ຽງບໍ່ຫຼາຍ ເນື່ອງຈາກວ່າເນື້ອທີ່ບໍ່ພຽງພໍ. ສະນັ້ນ, ສັດທີ່ລ້ຽງຫຼາຍກວ່າໝູ່ແມ່ນລ້ຽງປາ ໂດຍມີຫຼາຍປະເພດທີ່ແຕກຕ່າງກັນ ເຊັ່ນ: ປານິນ, ປາປາກ, ປາໃນ, ປາເກັບແລບ, ປາດຸກ ແລະ ປາອື່ນໆອີກຫຼາຍຊະນິດ ເພື່ອສະໜອງໃຫ້ທັນກັບຄວາມຕ້ອງການຂອງທ້ອງຕະຫຼາດ.

ເວົ້າສະເພາະການລ້ຽງປາແມ່ນຈະລ້ຽງແບບປະສົມປະສານ. ທັງນີ້, ກໍເພື່ອໃຫ້ລູກຄ້າມີຫຼາຍທາງເລືອກ ແລະ ປະເພດປາທີ່ລ້ຽງກໍເປັນທີ່ຕ້ອງການຂອງທ້ອງຕະຫຼາດ, ແຕ່ປະເພດປາທີ່ຕະຫຼາດຕ້ອງການສ່ວນໃຫຍ່ແມ່ນແບບເຄິ່ງທຳມະຊາດຫຼາຍກວ່າລ້ຽງແບບວິທະຍາສາດ ໂດຍໃຊ້ເວລາປະມານ 6 ເດືອນ ຈຶ່ງສາມາດເອົາຂຶ້ນມາຂາຍໄດ້. ສໍາລັບການອອກຈໍາໜ່າຍໃນແຕ່ລະງວດແມ່ນຈະມີພໍ່ຄ້າ – ແມ່ຄ້າທີ່ເປັນຂາປະຈຳມາລົງເອົາຢູ່ໃນໜອງເລີຍ ແລະ ໃນຕອນນີ້ສາມາດເວົ້າໄດ້ວ່າພວກເຮົາຍັງຜະລິດບໍ່ທັນກັບຄວາມຕ້ອງການຂອງທ້ອງຕະຫຼາດເທື່ອ.

ທ່ານ ຄຳຕຸ້ຍ ຍັງໃຫ້ຮູ້ຕື່ມວ່າ: ເວົ້າສະເພາະລາຍຮັບຈາກການຂາຍປາໃນແຕ່ລະງວດນັ້ນ ຄິດສະເລ່ຍແລ້ວບໍ່ຕໍ່າກວ່າ 60 ລ້ານກີບ ຫຼື ຫາກສະເລ່ຍໃສ່ແຕ່ລະເດືອນແມ່ນ 10 ລ້ານກີບ ເຊິ່ງຖືວ່າສາມາດກຸ້ມຄອບຄົວ ແລະ ມີທຶນໝູນວຽນຈໍານວນໜຶ່ງເພື່ອສືບຕໍ່.

ຈາກການມາເຮັດທຸລະກິດຄອບຄົວຂະໜາດນ້ອຍໃນລັກສະນະແບບນີ້ ໂດຍລວມແລ້ວກໍຖືວ່າໄດ້ເຮັດໃຫ້ຊີວິດການເປັນຢູ່ຄອບຄົວດີຂຶ້ນຕ່າງຈາກເມື່ອກ່ອນຫຼາຍ ແລະ ເປັນອາຊີບທີ່ໝັ້ນຄົງ, ມີລາຍໄດ້ດີ. ປັດຈຸບັນນີ້ຄອບຄົວກໍມີທຶນຈໍານວນໜຶ່ງໃນການສົ່ງລູກໆທັງ 3 ຄົນ ສຶກສາຮໍ່າຮຽນ ແລະ ມີເງິນແຮໄວ້ຈຳນວນໜຶ່ງໄວ້ໃຊ້ໃນເວລາເຈັບເປັນ.