ລົງກວດກາເສັ້ນທາງລຽບແຄມຂອງບ້ານມອມ-ຫ້ວຍໄຄ້ທາງບໍ່ແກ້ວ

236

ໂຄງການຊ່ວຍເຫຼຶອກໍ່ສ້າງເສັ້ນທາງລຽບແຄມແມ່ນໍ້າຂອງແຕ່ບ້ານມອມ – ບ້ານຫ້ວຍໄຄ້ ເປັນໂຄງການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ, ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດທາງລົດໄຟທີ 17 ສປ ຈີນ ຈໍາກັດ ເຊີ່ງເປັນເສັ້ນທາງຍຸດທະສາດໃນການຂົນສົ່ງສິນຄ້າໄປ – ມາຂອງປະຊາຊົນບັນດາບ້ານ – ບ້ານ, ເມືອງຕົ້ນເຜິ້ງ – ເມືອງເມິງ ແລະ ແຂວງບໍ່ແກ້ວ – ແຂວງຫຼວງນໍ້າທາ ໃຫ້ມີຄວາມສະດວກປອດໄພ ແລະອໍານວຍຄວາມສະດວກໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດໃນການລົງກວດກາສະພາບຄວາມສະຫງົບຕາມເຂດແມ່ນໍ້າຂອງໄດ້ຢ່າງປົກກະຕິ.

ດັງນັ້ນ, ເດືອນ ມິຖຸນາ 2020 ນີ້ຄະນະການນໍາເມືອງຕົ້ນເຜິ້ງ ພ້ອມດ້ວຍບັນດາຂະແໜງທີ່ກ່ຽວຂ້ອງຂອງເມືອງສົມທົບກັບກະຊວງປ້ອງກັນປະເທດ ແລະ ກອງບັນຊາການທະຫານແຂວງບໍ່ແກ້ວ ຈິ່ງໄດ້ລົງກວດກາສະພາບເສັ້ນທາງຕົວຈິງ ເຊິ່ງມີ ທ່ານ ພັອ ວິດອນ ພຸດດາວົງ ຫົວໜ້າກອງບັນຊາການທະຫານແຂວງບໍ່ແກ້ວ, ທ່ານ ພັອ ສົມພອນ ຫົວໜ້າກົມກໍາລັງພົນ, ທ່ານ ພັອ ສີພອນໄຊ ຫົວໜ້າກົມຊ່າງແສງ ກະຊວງປ້ອງກັນປະເທດພ້ອມດ້ວຍຄະນະ, ທ່ານ ອິນປອນ ແກ້ວດາວົງ ຮອງເຈົ້າເມືອງໆຕົ້ນເຜິ້ງ, ມີບັນດາຂະແໜງການທີ່ກ່ຽວຂ້ອງຂອງເມືອງ ແລະ ຜູ້ປະປະສານງານໂຄງການລາວ – ຈີນ ໃນນາມຕາງໜ້າບໍລິສັດຮັບເໝົາກໍ່ສ້າງພ້ອມດ້ວຍຄະນະເຂົ້າຮ່ວມ.

ສໍາລັບໂຄງສ້າງຂອງເສັ້ນທາງແມ່ນເປັນເສັ້ນທາງປູຢາງ 3 ຊັ້ນ, ກວ້າງ 6 ແມັດ ມີໄລຍະທາງທັງໝົດ 22 ກວ່າກິໂລແມັດ, ມີປ້າຍຈະລາຈອນ ແລະ ຫຼັກປະກັນໄພຕາມເສັ້ນທາງ, ມີຂົວ 5 ແຫ່ງ ລວມລວງຍາວຂອງຂົວທັງໝົດ 310 ກວ່າແມັດ ມູນຄ່າການກໍ່ສ້າງທັງໝົດ 115.483,600 ຢວນ ຫຼື ປະມານ 200,5 ຕື້ກວ່າກີບ ຜ່ານການກວດກາຕົວຈິງຢູ່ພາກສະໜາມແມ່ນຈະໄດ້ສືບຕໍ່ປັບປຸງ 2 ຈຸດຄື ຈຸດກ້ອງຂົວຫ້ວຍລົມ ໃຫ້ກໍ່ສ້າງຕ້ານເຈື່ອນຕາມແນວຫ້ວຍ ເພື່ອປ້ອງກັນດິນໄຫຼເຈື່ອນລົງມາເວລາຝົນຕົກໝັກຫຼືອື່ນໆ ແລະ ຈຸດສະຖານທີ່ໂຮງໂມ້ຫີນ ແມ່ນໃຫ້ປັບໜ້າດິນປະຊາຊົນຄືນໃຫ້ຮາບພຽງ.

ນອກຈາກນັ້ນ ຄະນະທີ່ເຂົ້າຮ່ວມກວດກາ ຍັງໄດ້ປຶກສາຫາລືກັບບໍລິສັດເຫັນດີຕໍ່ສັນຍາເຊົ່າທີ່ດິນຂອງປະຊາຊົນໃນຂອບເຂດໂຮງໂມ້ຫີນຕື່ມອີກ 3 ປີ ເພື່ອເກັບເຄື່ຶອງກົນຈັກ ແລະ ພາຫະນະ, ເຫັນດີກໍ່ສ້າງຕ້ານເຈື່ອນກ້ອງຂົວຫ້ວຍລົມ,ພາຍຫຼັງສໍາເລັດໃຫ້ມອບຕຶກອາຄານຫ້ອງການບໍລິສັດໃຫ້ກອງບັນຊາການທະຫານແຂວງ , ພາຍຫຼັງມອບໂຄງການແລ້ວແມ່ນມອບເມືອງ ແລະ ອໍານາດການປົກຄອງທ້ອງຖິ່ນເປັນຜູ້ປົກປັກຮັກສາ, ຜູ້ຮັບເໝົາກໍ່ສ້າງຈະຮັບປະກັນເສັ້ນທາງ 18 ເດືອນ ຖ້າມີການເປ່ເພຈະມີການສ້ອມແປງຄືນໃໝ່, ໂດຍທາງໂຄງການຕ້ອງມີວິຊາການຈີນຈໍານວນ 3 – 5 ຄົນ ສືບຕໍ່ປະຈໍາການ ເພື່ອແກ້ໄຂຖ້າຫາກມີການເປ່ເພໃນຊ່ວງຮັບປະກັນ.

 


ພາບ: ຫ້ອງວ່າການເມືອງຕົ້ນເຜິ້ງ
ຂ່າວ: ອຸໄທ ພູມມາ.