ນ້ຳຖ້ວມອິນເດຍ ອົບພະຍົບປະຊາຊົນນັບລ້ານຄົນ

83

ສຳນັກຂ່າວຣອຍເຕີ ລາຍງານໂດຍອ້າງຂໍ້ມູນຈາກທາງການອິນເດຍ ເປີດເຜີຍວ່າ: ເກີດຝົນຕົກໜັກຫຼາຍວັນຕິດຕໍ່ກັນ ເຮັດໃຫ້ນ້ຳຖ້ວມລັດອັດສໍາ ທາງທິດຕາເວັນອອກສ່ຽງເໜືອຂອງອິນເດຍ ປະຊາຊົນນັບລ້ານຄົນຕ້ອງອົບພະຍົບໜີນ້ຳ ພ້ອມເຕືອນໄພເປັນໄລຍະເກືອບທຸກຊົ່ວໂມງ.

ລາຍງານລະບຸວ່າ: ແມ່ນນ້ຳພົມບຸດ ເປັນແມ່ນ້ຳທີ່ໃຫຍ່ຂອງໂລກອີກສາຍໜຶ່ງ ເຊິ່ງໄຫຼຈາກຕີເບດ ລົງສູ່ອິນເດຍ ແລະ ບັງ ກລາເທດ ນ້ຳໄດ້ລົ້ນຕາຝັ່ງແລ້ວໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນໃນລັດອັດສໍາ ກວ່າ 2.000 ບ້ານ ໃນທ້າຍອາທິດຜ່ານມາ ຈົນເຖິງວັນຈັນ 29 ມິຖຸນາຜ່ານມາ ກໍຍັງມີຝົນຕົກໜັກຕໍ່ເນື່ອງ.

ຖະແຫຼງການຂອງລັດຖະບານອິນເດຍ ລະບຸວ່າ: ເຫດການນ້ຳຖ້ວມຄັ້ງນີ້ມີຜູ້ເສຍຊີວິດ 2 ຄົນ ແລະ ປະຊາຊົນກວ່າ 1 ລ້ານຄົນ ໄດ້ຮັບຄວາມເດືອດຮ້ອນ ແລະ ຕ້ອງອົບພະຍົບໜີນ້ຳ.

ລາຍງານລະບຸວ່າ: ຝົນຕົກໜັກຕໍ່ເນື່ອງໄດ້ເຮັດໃຫ້ແມ່ນ້ຳພົມບຸດໄຫຼເຂົ້າຖ້ວມ 23 ເຂດ ຈາກ 33 ເຂດຂອງລັດອັດສຳ ໂດຍເຈົ້າໜ້າທີ່ເຊື່ອວ່າລະດັບນ້ຳຍັງຈະສືບຕໍ່ເພີ່ມສູງຂຶ້ນ ແລະ ຄາດວ່າຝົນຍັງສືບຕໍ່ຕົກໜັກອີກ 2 – 3 ມື້ຂ້າງໜ້ານີ້. ໃນຂະນະທີ່ລັດຖະມົນຕີກະຊວງຊັບພະຍາກອນນໍ້າຂອງອິນເດຍ ກ່າວວ່າ: ເຫດການນ້ຳຖ້ວມຄັ້ງນີ້ສ້າງຄວາມສູນເສຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນພື້ນທີ່ລຽບຕາມແຄມແມ່ນ້ຳພົມບຸດ ແລະ ຕ້ອງໄດ້ອົບພະຍົບປະຊາຊົນໂດຍດ່ວນ.

ທັງນີ້ ລັດອັດສຳ ເປັນພື້ນທີ່ປູກຊາທີ່ສຳຄັນຂອງອິນເດຍ ເຊິ່ງມັກເກີດມີນ້ຳຖ້ວມໃນພື້ນທີ່ດັ່ງກ່າວເປັນປະຈຳ ເຮັດໃຫ້ທາງການລັດອັດສຳ ຕ້ອງໄດ້ໃຊ້ງົບປະມານຫຼາຍລ້ານຣູປີ ເພື່ອບໍລິຫານຈັດການນ້ຳໃນທຸກໆປີ.