ກາເຟສົດທ່າແຕງ ປະກາດເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ

80

ກຸ່ມຜະລິດ ແລະ ປຸງແຕ່ງກາເຟສົດ ບ້ານຫ້ວຍຊາຍ ເມືອງທ່າແຕງ ແຂວງເຊກອງ ໄດ້ຕິດສະຫຼາກເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໂອດ໋ອບ ( ODOP ) ເຊິ່ງພິທີຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນຂອງເມືອງ ໂດຍມີ ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງທ່າແຕງ, ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ມີຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ( ອຄ ) ແຂວງ, ຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ທ່ານ ຈັນເພັງ ກຸນລະວົງ ຫົວໜ້າຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ, ກາງ ແລະ ການຄ້າ ພະແນກ ອຄ ແຂວງເຊກອງ ໄດ້ຊີ້ແຈງໃຫ້ເຫັນໃນໃບສັນຍາການນຳໃຊ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໂອດ໋ອບ ( ODOP ) ລະຫວ່າງ ກົມສົ່ງເສີມການຄ້າ, ກະຊວງ ອຄ ຝ່າຍທີ່ເປັນເຈົ້າຂອງກາໝາຍໂອດ໋ອບ ( ODOP ) ແຫ່ງຊາດ ແລະ ນາງ ໜູ ສະລິດທິລາດ ເຈົ້າຂອງຜະລິດຕະພັນໂຮງງານປຸງແຕ່ງ ກາເຟສົດ ບ້ານຫ້ວຍຊາຍ ເມືອງທ່າແຕງ ເອີ້ນວ່າຝ່າຍເປັນຜູ້ທີ່ໃຊ້ກາໝາຍໂອດ໋ອບ ( ODOP ) ແຫ່ງຊາດ.

ກາເຟສົດທ່າແຕງ ເປັນກາເຟທີ່ປູກແບບທຳມະຊາດ, ປອດສານພິດ ມາແປຮູບເປັນຜະລິດຕະພັນສິນຄ້າທີ່ເນັ້ນຄຸນນະພາບ ແລະ ຄວາມສະອາດປອດໄພ, ມີສັບພະຄຸນດີຕໍ່ຮ່າງກາຍ, ການຫຸ້ມຫໍ່ ສາມາດຮັກສາໄວ້ໄລຍະຍາວ.

ປັດຈຸບັນກາເຟສົດທ່າແຕງ ໄດ້ວາງຂາຍຢູ່ພາຍໃນໂຮງງານປຸງແຕ່ງກາເຟສົດ ແລະ ໃນຕໍ່ໜ້າຈະສືບຕໍ່ຊອກຫາຕະຫຼາດພາຍໃນເມືອງອ້ອມຂ້າງ ແລະ ຕ່າງແຂວງເພື່ອຈໍາໜ່າຍ.