ປູກໝາກນັດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ

234

ການສ້າງລາຍຮັບເຂົ້າຄອບຄົວ ບໍ່ວ່າຈະດ້ວຍວິທີໃດກໍຕາມ ລ້ວນແລ້ວແຕ່ເປັນຊ່ອງທາງທີ່ດີສຳລັບທຸກໆຄົນໃນສັງຄົມ ຫາກກິດຈະການທີ່ກຳລັງດຳເນີນຢູ່ນັ້ນບໍ່ຂັດຕໍ່ລະບຽບກົດໝາຍຂອງບ້ານເມືອງ, ທຳມາຫາກິນດ້ວຍຄວາມສຸດຈະລິດ – ທ່ຽງທຳ ບວກກັບຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ປະຢັດ ແລະ ອົດທົນ ບໍ່ວ່າເຮົາຈະປະກອບອາຊີບໃດໆ ກໍຈະມີ ຄວາມກ້າວໜ້າ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງແນ່ນອນ.

ຄອບຄົວຂອງ ທ່ານ ປາວຕູ້ເຮີ່ ເຍ່ຍຈື້ ຮອງນາຍບ້ານພູງູ, ເມືອງຮົ່ມ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກໝາກນັດຂາຍເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າຄອບຄົວ 20 ຫາ 30 ລ້ານກີບຕໍ່ປີ ເຊິ່ງເປັນລາຍຮັບທີ່ສົມກັບເຫື່ອແຮງກາຍທີ່ເພິ່ນໄດ້ທຸ່ມເທໃຫ້ກັບການບົວລະບັດ – ຮັກສາສວນໝາກນັດຢ່າງໃກ້ຊິດໃນແຕ່ລະວັນ ແລະ ສາມາດຈຸນເຈືອຄອບຄົວໄດ້ໂດຍພື້ນຖານ.

ທ່ານ ປາວຕູ້ເຮີ່ ເຍ່ຍຈື້ ໃຫ້ຮູ້ວ່າ: ກ່ອນຈະມາຢຶດຖືການປູກໝາກນັດເປັນສິນຄ້າ ເວລານັ້ນຄອບຄົວຂອງເພິ່ນຍັງທຸກຍາກຂາດເຂີນ ແລະ ຝືດເຄືອງພໍສົມຄວນ. ສະນັ້ນ, ຈຶ່ງໄດ້ຕັດສິນໃຈປຶກສາຫາລືກັບຄອບຄົວ ເພື່ອຊອກຊ່ອງທາງທີ່ດີໃນການແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ ແລະ ນຳເອົາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ເຊິ່ງການປຶກສາຫາລືໄດ້ມີຄວາມເປັນເອກະພາບກັນວ່າທາງອອກທີ່ດີຂອງຄອບຄົວກໍຄືການປູກໝາກນັດຂາຍ.

ໃນເບື້ອງຕົ້ນພຽງທົດລອງປູກເທົ່ານັ້ນ ແຕ່ເຫັນວ່າໝາກນັດສັງຄົມໃຫ້ຄວາມສົນໃຈບໍລິໂພກ ແລະ ຕະຫຼາດກໍມີຄວາມຕ້ອງການຢ່າງກວ້າງຂວາງ ທັງສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ດີ ທາງຄອບຄົວຈຶ່ງໄດ້ຖືເອົາການປູກໝາກນັດ ເປັນອາຊີບຫຼັກແຕ່ປີ 2011 ເປັນຕົ້ນມາ.

ສຳລັບການຂາຍເພິ່ນບໍ່ໄດ້ນຳໄປວາງຈຳໜ່າຍຕາມທ້ອງຕະຫຼາດ ແຕ່ມີພໍ່ຄ້າ – ແມ່ຄ້າ ແລະ ບຸກຄົນທົ່ວໆໄປມາສັ່ງຊື້ກັບສວນເລີຍ, ລາຄາຂາຍແມ່ນອີງຕາມຂະໜາດຂອງໝາກນັດ. ໃນນັ້ນ, ມີໜ່ວຍ 2.000 ກີບ ຫາ ໜ່ວຍ 4.000 ກີບ ຕາມລໍາດັບ.

ທ່ານ ປາວຕູ້ເຮີ່ ເຍ່ຍຈື້ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການໃນຕໍ່ໜ້າແມ່ນຈະໄດ້ຂະຫຍາຍພື້ນທີ່ສວນໝາກນັດ ຈາກ 1 ເຮັກຕາ ໃຫ້ກວ້າງຂວາງອອກຕື່ມ ເພື່ອຜະລິດໃຫ້ໄດ້ຫຼາຍກວ່າເກົ່າ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃຫ້ພຽງພໍ.

ຜ່ານການຢຶດຖືອາຊີບປູກໝາກນັດເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວຂອງ ທ່ານ ປາວຕູ້ເຮີ່ ເຍ່ຍຈື້ ນັບມື້ພົ້ນເດັ່ນຂຶ້ນ, ຖານະການເງິນມີຄວາມໝັ້ນທ່ຽງ, ຊີວິດການເປັນຢູ່ໄດ້ຮັບການປັບປຸງປົວແປງດີຂຶ້ນເປັນກ້າວໆ ທັງສາມາດເປັນອາຊີບຫຼັກໃຫ້ແກ່ຄອບຄົວ ເຊິ່ງລາຍຮັບຈາກການຂາຍໝາກນັດກໍໄດ້ຊຸກຍູ້ສົ່ງເສີມໃຫ້ລູກເຕົ້າໄດ້ຮັບການສຶກສາຮໍ່າຮຽນອາດເວົ້າໄດ້ວ່າຄອບຄົວເພິ່ນໄດ້ກາຍເປັນບຸກຄົນແບບຢ່າງໃນການຜະລິດກະສິກຳຂອງບ້ານພູງູ ເມືອງຮົ່ມ, ນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.