ລັດຖະບານອອກມາດຕະການຜ່ອນຜັນເພີ່ມ ອະນຸຍາດຈັດການແຂ່ງຂັນກິລາ ແລະງານດອງໄດ້

77

ລັດຖະບານອອກມາດຕະການຜ່ອນຜັນ ເພີ່ມຕື່ມໂດຍອະນຸຍາດໃຫ້ຈັດລາຍການແຂ່ງຂັນກິລາທຸກປະເພດໄດ້ ທີ່ມີຜູ້ເຂົ້າຊົມຕາມຄວາມເຫມາະສົມຂອງສະຖານທີ່, ອະນຸຍາດໃຫ້ຈັດກິດຈະກໍາ ງານປະເພນີ ແລະ ງານແຕ່ງດອງ ແຕ່ໃຫ້ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ພ້ອມໃສ່ຜ້າອັດປາກອັດດັງລ້າງມືບໍ່ໃຫ້ຂາດ.


ໃນຕອນແລງວັນ30 ມິຖຸນາ 2020 ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວ ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງໂຄວິດ -19 ໃນໄລຍະແຕ່ ວັນທີ 1- 31 ກໍລະກົດ 2020 ຕາມແຈ້ງການເລກທີ697/ຫສນຍ ລົງວັນທີ30 ມິຖຸນາ 2020 ວ່າ: ຜ່ານການຈັດຕັ້ງ ປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແຜ່ ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງຫມົດ ແລະ ສາມາດເຮັດໃຫ້ສັງຄົມ, ພາກ ທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃຫມ່ (New Normal) ເທື່ອລະກ້າວ.


ເຖິງຢ່າງໃດກໍຕາມ, ພວກເຮົາ ກໍ່ບໍ່ຄວນຖືເບົາ ແລະ ປະຫມາດຢ່າງເດັດຂາດ ເນື່ອງຈາກ ໃນຕໍ່ຫນ້າ ຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍ ທີ່ຈະເກີດມີການລະບາດອີກຮອບໃຫມ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ທັນສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ.
ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງ ໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19, ລັດຖະບານ ໄດ້ຕົກລົງ ແລະ ຊີ້ນໍາ ດັ່ງນີ້:


1. ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍ ຂອງພະຍາດໂຄວິດ-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນໍາຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.
2. ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນທີ່ໄດ້ກໍານົດໃນແຈ້ງການຂອງຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ສະບັບເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020.


3. ເຫັນດີໃຫ້ມີການຜ່ອນຜັນການປະຕິບັດບາງມາດຕະການທີ່ກໍານົດໃນແຈ້ງການ 597/ຫສນຍ ແລະ ຜ່ອນຜັນ ເພີ່ມຕື່ມມາດຕະການຈໍານວນໜຶ່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ຫນ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ກັບມາໃຊ້ຊີວິດຕາມປົກກະຕິແບບໃຫມ່ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງດ້ວຍນ້ໍາສະອາດ ໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັ່ງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ລາຍລະອຽດບັນດາມາດຕະການ ທີ່ຜ່ອນຜັນເພີ່ມຕື່ມ ມີດັ່ງນີ້:


3.1. ເຫັນດີໃຫ້ຈັດລາຍການແຂ່ງຂັນກິລາທຸກປະເພດໄດ້ ໂດຍມີຜູ້ເຂົ້າຊົມຕາມຄວາມ ເຫມາະສົມຂອງ ສະຖານທີ່, ປະຕິບັດ ໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກດັ່ງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ມອບໃຫ້ກະຊວງສຶກ ສາທິການ ແລະ ກິລາ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດຕົວຈິງ;
3.2. ເຫັນດີໃຫ້ເປີດກາຊີໂນ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ເປັນຕົ້ນ ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດ ປາກ-ດັ່ງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ. ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດ ຕົວຈິງ;


3.3. ອະນຸຍາດໃຫ້ຈັດກິດຈະກໍາຊຸມນຸມຕ່າງໆ, ງານສັງສັນ, ງານປະເພນີ ແລະ ງານແຕ່ງດອງ ຕາມຮີດຄອງ ປະເພນີອັນດີງາມ ຂອງຊາດເຮົາ ບົນຈິດໃຈປະຢັດ ມັດທະຍັດ ແຕ່ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ ໂດຍປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັ່ງ, ແທກ ອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດຕົວຈິງ.