7 ວິທີບໍລິຫານສະໝອງໃຫ້ໂປ່ງໃສ

145

ສະໝອງຖືເປັນສິ່ງສຳຄັນທີ່ສຸດຂອງຮ່າງກາຍຄົນເຮົາ ທີ່ຕ້ອງເບິ່ງແຍງໃຫ້ດີ ເພື່ອໃຫ້ສົດຊື່ນໃຫ້ສະໝອງປອດໂປ່ງຢູ່ຕະຫຼອດເວລາ.

ສຳລັບຄໍລຳສຶກສາປະຈຳອາທິດນີ້ ທີມຂ່າວພວກເຮົາຈະໄດ້ນຳສະເໜີ 7 ວິທີການບໍລິຫານສະໝອງທີ່ສາມາດປະຕິບັດໄດ້ງ່າຍໆມາແນະນຳ ຄື:

1 ເຮັດກິດຈະກຳສິລະປະ: ເປັນການບໍລິຫານສະໝອງທີ່ດີອີກໜຶ່ງວິທີ ເພາະຈະຝຶກເລື່ອງຂອງຄວາມຄິດສ້າງສັນ, ການໃຊ້ທັກສະໃນການຄິດ, ວິເຄາະ ແລະ ອື່ນໆ ການຮຽນສິລະປະ ແມ່ນມີຄວາມມ່ວນຊື່ນ, ທ້າທາຍ ແລະ ກຸ້ມຄ່າ. ນອກຈາກນັ້ນ, ຍັງຈະໄດ້ເປີດໂລກະທັດໃໝ່ໆໄປພ້ອມກັບການບໍລິຫານສະໝອງໂດຍໃຊ້ສິລະປະ.

2 ທ່ອງຄຳສັບ: ບໍ່ໃຫ້ຄິດວ່າການທ່ອງຄຳສັບເປັນໜ້າທີ່ຂອງເດັກໄວປະຖົມເທົ່ານັ້ນ ແຕ່ນີ້ເປັນອີກໜຶ່ງວິທີໃນການບໍລິຫານສະໝອງ ຫຼາຍຄົນຖາມວ່າແລ້ວຈະຫາຄຳສັບມາຈາກໃສ ຄຳຕອບຄື ໜັງສືພິມ ຫຼື ສິ່ງທີ່ພົບເຫັນເລື້ອຍໆໃນຊີວິດປະຈຳວັນ ເຊິ່ງເຕັກນິກນີ້ຈະສົ່ງຜົນດີທັງດ້ານຈິດໃຈ ແລະ ຄວາມຄິດ.

3 ການຄົ້ນຄິດຫາສິ່ງທີ່ຢາກມີຢາກຈະເປັນ: ການບໍລິຫານສະໝອງວິທີນີ້ເປັນເຕັກນິກທີ່ຈຳເປັນຕ້ອງໃຊ້ຈິນຕະນາການລອງຄິດຫາສິ່ງທີ່ຢາກໄດ້ ວາດພາບເຫຼົ່ານັ້ນລົງໃນສະໝອງມັນຈະເປັນອີກແຮງຊຸກຍູ້ທີ່ຈະເຮັດໃຫ້ໄປເຖິງຈຸດໝາຍເຫຼົ່ານັ້ນໄດ້ໄວຂຶ້ນ.

4 ຄິດໄລ່ເລກດ້ວຍສະໝອງ: ທຸກວັນນີ້ຫຼາຍໆຄົນເຄີຍຊິນກັບການໃຊ້ເຄື່ອງຄິດເລກຢູ່ເປັນປະຈຳ ເຊິ່ງວິທີການບວກ ລົບ ຄູນ ຫານ (ບັ້ງສູດ) ທີ່ເຄີຍໄດ້ຮຽນສະໄໝປະຖົມ ວິທີເຫຼົ່ານັ້ນເໝາະສົມຫຼາຍສຳລັບການບໍລິຫານສະໝອງ.

5 ຮ້ອງເພງທີ່ມັກທີ່ສຸດ: ການທີ່ໄດ້ຮ້ອງເພງທີ່ມັກເປັນວິທີການທີ່ດີອີກຢ່າງໜຶ່ງ ໃນການບໍລິຫານສະໝອງ ແລະ ຍັງໄດ້ຮັບຄວາມມ່ວນຊື່ນ ບາງຄັ້ງຫາກມີໂອກາດກໍຮ້ອງກັບເພື່ອນ ຫຼື ຄອບຄົວ.

6 ຝຶກຫຼິ້ນດົນຕີ: ການຫຼິ້ນດົນຕີເປັນກິດຈະກຳໜຶ່ງທີ່ເຮັດໃຫ້ສະໝອງປອດໂປ່ງ, ມີ ຄວາມສຸກ, ຜ່ອນຄາຍຄວາມຄຽດລົງໄດ້ ແລະ ອື່ນໆ.

7 ການອ່ານບົດກອນ ແລະ ວັນນະຄະດີຕ່າງໆ ການອ່ານປຶ້ມຜ່ານສື່ຕ່າງໆເຫຼົ່ານີ້ ຈະເຮັດໃຫ້ສະໝອງຂອງເຮົາໃຫ້ຄິດຢູ່ຕະຫຼອດເວລາ ແນ່ນອນກວ່າຖ້າມັນເປັນບົດກອນ ຫຼື ຄຳທີ່ສຳຜັດກັນຈະເຮັດໃຫ້ການຈື່ຈຳໄດ້ດີຍິ່ງຂຶ້ນ.