ຍອດໂຄສະນາໃນເຟສບຸ໊ກ ອາດຫຼຸດລົງ ຫຼັງຫຼາຍບໍລິສັດຍັກໃຫຍ່ຢຸດຊົ່ວຄາວ

128

ສຳນັກຂ່າວຕ່າງປະເທດລາຍງານ: ໂດຍອ້າງການຄາດການຂອງນັກວິເຄາະທີ່ຄາດຄະເນວ່າຍອດໂຄສະນາໃນເຟສ ບຸ໊ກອາດຈະຂະຫຍາຍຕົວພຽງ 1% ໃນໄຕມາດ 2 ແລະ ຈະເພີ່ມຂຶ້ນເປັນ 7% ໃນໄຕມາດ 3 ຂອງປີນີ້ ເຊິ່ງຖືວ່າເປັນການເພີ່ມຂຶ້ນທີ່ມີອັດຕາໜ້ອຍທີ່ສຸດ ນັບຕັ້ງແຕ່ເຟສບຸ໊ກເປີດຊື້ – ຂາຍຫຸ້ນເປັນຕົ້ນມາ.

ທ່າອ່ຽງດັ່ງກ່າວເກີດຂຶ້ນ ຫຼັງຈາກທີ່ບໍລິສັດລາຍໃຫຍ່ ຫຼາຍແຫ່ງປະກາດລະງັບການໂຄສະນາໃນເຟສບຸ໊ກ ເພື່ອປະທ້ວງທີ່ເຟສບຸ໊ກບໍ່ໄດ້ດຳເນີນການຢ່າງເຂັ້ມງວດຕໍ່ຂ່າວ ຫຼື ຂໍ້ຄວາມທີ່ກໍ່ໃຫ້ເກີດຄວາມແຕກແຍກ, ຄຽດຊັງໃນເຟສບຸ໊ກ ໂດຍບໍລິສັດຊັ້ນນຳຢ່າງ ຢູນີລີເວີ, ເວຣີຊອນ ແລະ ເບນແອນເຈີຣີສ ທີ່ອອກມາປະກາດຈະຢຸດຕິການໂຄສະນາໃນເຟສບຸ໊ກ ເຊິ່ງເປັນການປຸກລະດົມທີ່ເອີ້ນວ່າ: ” Stop Hate for Profit ” ແລະ ຍັງຈະມີອີກຫຼາຍບໍລິສັດລະງັບການໂຄສະນາເຊັ່ນດຽວກັນ.

ການລະງັບໂຄສະນາດັ່ງກ່າວ ເຮັດໃຫ້ຫຸ້ນຂອງເຟສບຸ໊ກຫຼຸດລົງ 8,3% ທັນທີ ເຮັດໃຫ້ມູນຄ່າຂອງຫຸ້ນເຟສບຸ໊ກຕາມລາຄາຕະຫຼາດສູນເສຍໄປເຖິງ 56.000 ລ້ານໂດລາສະຫະລັດ.

ທັງນີ້, ກຸ່ມສິດທິມະນຸດໄດ້ອອກມາຮຽກຮ້ອງໃຫ້ມີການລົງໂທດເຟສບຸ໊ກ ຫຼັງການເສຍຊີວິດຂອງ ຈອດ ຟລອຍ ຊາວອາເມຣິກາຜິວສີ ເມື່ອເດືອນພຶດສະພາຜ່ານມາ ແລະ ໄດ້ຮຽກຮ້ອງໃຫ້ເຟສ ບຸ໊ກດຳເນີນການຢັບຢັ້ງການໂພສຂໍ້ຄວາມທີ່ກໍ່ໃຫ້ເກີດຄວາມຄຽດຊັງ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງ.
ນອກຈາກນີ້, ຍອດຂາຍໂຄສະນາໃນເຟສ ບຸ໊ກຍັງໄດ້ຮັບຜົນກະທົບມາຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ອີກ.

ຫຼ້າສຸດ, ເມື່ອວັນສຸກຜ່ານມາ ທ່ານ ມາກ ຊັກເກີເບີກ ( Mark Zucker berg ) ຜູ້ກໍ່ຕັ້ງເຟສບຸ໊ກໄດ້ອອກມາປະກາດວ່າ: ເຟສບຸ໊ກຈະຕິດຄຳເຕືອນໂພສທີ່ກໍ່ໃຫ້ເກີດຄວາມຄຽດແຄ້ນ ແລະ ຄວາມແຕກແຍກທີ່ມາຈາກໂພສຂອງນັກການເມືອງທີ່ມີຊື່ສຽງ.

ແນວໃດກໍຕາມ, ການເຄື່ອນໄຫວຂອງເຟສບຸ໊ກຄັ້ງນີ້ ເບິ່ງຄືວ່າຈະຊ້າເກີນໄປ ຫຼັງຈາກທີ່ຍອດໂຄສະນາ ແລະ ລາຄາຫຸ້ນຫຼຸດລົງ ລວມທັງພາບພົດຂອງບໍລິສັດທີ່ຢືນຄຽງຂ້າງກັບຄວາມຍຸຕິທຳໃນສັງຄົມໄດ້ຫຼຸດລົງ.