ມອບ – ຮັບໂຮງຮຽນມູນລະປະຖົມ

133

ບ້ານປະແຫຼງໃຕ້ ເມືອງທ່າແຕງ ແຂວງເຊກອງ ໄດ້ຊົມໃຊ້ໂຮງຮຽນມູນລະປະຖົມຫຼັງໃໝ່ ໂດຍຮັບທຶນສະໜັບສະໜູນຈາກອົງການເຢຍລະມັນ – ລາວ 162.560.000 ກີບ. ໃນນັ້ນ, ທຶນສົມທົບຂອງປະຊາຊົນ 25 ລ້ານກີບ ເຂົ້າໃນການກໍ່ສ້າງເປັນໄລຍະ 5 ເດືອນ ແລະ ໄດ້ມອບ – ຮັບໃນວັນທີ 26 ມິຖຸນາຜ່ານມາ.

ທ່ານ ນາງ ເພັດສະລິນ ຈັນທະຜາສຸກ ຜູ້ອຳນວຍການ ແກຣດ ( GLAD ) ເປັນຜູ້ມອບ ແລະ ທ່ານ ນາງ ລ່ຽມ ຈໍາປາ ຮອງຫົວໜ້າຫ້ອງການສຶກສາ ແລະ ກີລາ ເມືອງທ່າແຕງ ເປັນຜູ້ຮັບໂດຍມອບຕໍ່ໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ເຊິ່ງມີ ທ່ານ ຄຳຜາຍ ສຸນີວັນ ຮອງຫົວໜ້າພະແນກສຶກສາ ແລະ ກີລາແຂວງເຊກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພອນໄຊ ແສງອາລຸນເດດ ຫົວໜ້າໜ່ວຍງານນອກໂຮງຮຽນຫ້ອງການສຶກສາ ແລະ ກີລາເມືອງທ່າແຕງ, ຜູ້ປະສານງານອົງການແກຣດ ( GLAD ) ກ່າວວ່າ: ໂຮງຮຽນມູນລະປະຖົມບ້ານປະແຫຼງໃຕ້ ເປັນອາຄານຊັ້ນດຽວ, ຍາວ 21 ແມັດ, ກວ້າງ 8 ແມັດ, ມີ 3 ຫ້ອງຮຽນ ແຕ່ລະຫ້ອງກວ້າງ 6 ແມັດ, ຍາວ 7 ແມັດ ແລະ ມີ 2 ຫ້ອງນໍ້າ, ເທພື້ນດ້ວຍເບຕົງ, ຝາກໍ່ດ້ວຍດິນຈີ່, ມຸງດ້ວຍສັງກະສີ.

ໃນຂະນະດຽວກັນ, ຜູ້ອໍານວຍການອົງການແກຣດຍັງໄດ້ມອບອຸປະກອນການຮຽນຕື່ມອີກ ເຊັ່ນ: ປຶ້ມຂຽນ, ບິກ, ຢາງລຶບ ແລະ ອຸປະກອນຮັບໃຊ້ຂອງໂຮງຮຽນ ໂດຍສະເພາະຕຸກນໍ້າບັນຈຸໃຊ້ໄວ້ລ້າງມື ພ້ອມດ້ວຍສະບູ, ຕຸກໃສ່ນໍ້າດື່ມ, ຄຸ ແລະ ເຄື່ອງຫຼິ້ນກີລາຈໍານວນໜຶ່ງ ລວມມູນຄ່າ 3 ລ້ານກວ່າກີບ.