ສໍາເລັດຊຸດອົບຮົມປັບປຸງຄຸນນະພາບສິນຄ້າ ໃຫ້ກຸ່ມຜະລິດປາບ້ານທ່າເຮືອ ເມືອງວັງວຽງ

150

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ຈັດຝຶກອົບຮົມໃຫ້ກຸ່ມຜະລິດປາບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ ໂຄງການ “ ຕົວແບບພັດທະນາສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ກຸ່ມຜະລິດປາທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ” ໂດຍການສະໜັບສະໜູນເງິນທຶນຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ໃຫ້ກຽດເປັນປະທານເປີດຊຸດຝຶກອົບຮົມຄັ້ງນີ້ໂດຍ ທ່ານ ໄພວັນ ປະຖັມມະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ເຊິ່ງຈຸດປະສົງຂອງການຈັດຝຶກອົບຮົມ ເພື່ອພັດທະນາ ແລະ ປັບປຸງການບໍລິຫານຈັດການ ແລະ ການຈັດຕັ້ງກຸ່ມການຜະລິດໃຫ້ມີຄວາມເຂັ້ມແຂງ; ປັບປຸງຄຸນນະພາບສິນຄ້າ ໂດຍການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ ແລະ ພັດທະນາດ້ານການອອກແບບຜະລິດຕະພັນ, ການຫຸ້ມຫໍ່ ແລະ ການຕິດສະຫຼາກສິນຄ້າ; ທົດລອງຕະຫຼາດກັບທີ່ ເພື່ອສຶກສາຄວາມພໍໃຈຂອງລູກຄ້າຕໍ່ກັບການປັບປຸງຜະລິດຕະພັນໃໝ່ ແລະ ຄ່ອຍພັດທະນາຜະລິດຕະພັນໃຫ້ແທດເໝາະກັບຄວາມຕ້ອງການ.

ບ້ານທ່າເຮືອ ເປັນບ້ານໜຶ່ງທີ່ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບຄ້າຂາຍປາ, ອາຊີບຫາປາເປັນຫຼັກ. ປັດຈຸບັນທົ່ວບ້ານມີ 230 ຄອບຄົວ, ໃນນັ້ນ, ຢຶດຖືອາຊີບຂາຍປາ ແລະ ຜະລິດຕະພັນປາ ມີ 51 ຄອບຄົວ, ອາຊີບຫາປາມີ 150 ຄອບຄົວ; ບ້ານທ່າເຮືອຖືວ່າເປັນບ້ານໜຶ່ງທີ່ມີປະເພນີ ແລະ ປະຫວັດໃນການຫາປາ ແລະ ເປັນບ່ອນຈໍາໜ່າຍປາ – ຜະລິດຕະພັນປາ ໃຫ້ແກ່ຜູ້ທີ່ເດີນທາງໄປ – ມາຕາມເສັ້ນທາງເລກທີ 13 ເໜືອມາແຕ່ດົນນານ. ປັດຈຸບັນກຸ່ມປຸງແຕ່ງປາບ້ານທ່າເຮືອ ທີ່ໄດ້ຮັບອະນຸຍາດນຳໃຊ້ກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ທັງໝົດ 22 ຄອບຄົວ, ໜຶ່ງມື້ສາມາດຜະລິດ ແລະ ປຸງແຕ່ງປາໃຫ້ກາຍເປັນຜະລິດຕະພັນໄດ້ທັງໝົດ 1.500 ຫາ 2.000 ກິໂລ, ຜະລິດຕະພັນຫຼັກແມ່ນປາແຫ້ງ, ປາສົ້ມ, ປາແດກ, ປາສາມລົດ, ປາແກ້ວຈືນສະໝຸນໄພ ແລະ ອື່ນໆ.

ຜ່ານການຝຶກອົບຮົມໃຫ້ບັນດາສະມາຊິກກຸ່ມຜະລິດປາ ໃນຫົວຂໍ້ ການສ້າງນະວັດຕະກໍາ ເພື່ອຍົກລະດັບການປຸງແຕ່ງປາໃຫ້ຖືກຫຼັກອະນາໄມ, ມາດຕະຖານທັງຮັບປະກັນປະລິມານ ແລະ ຄຸນນະພາບ ແລະ ສ້າງຄວາມໝັ້ນໃຈໃຫ້ຜູ້ບໍລິໂພກ ໃນວັນທີ 31 ພຶດສະພາ ຫາ 04 ມິຖຸນາ 2020 ແລະ ຫົວຂໍ້ ສ້າງກົນໄກໃນການຄຸ້ມຄອງ, ການບໍລິຫານ ແລະ ການຈັດການກຸ່ມ ” ໃນວັນທີ 08 – 12 ມິຖຸນາ 2020 ເຫັນວ່າຜູ້ຜະລິດປາມີຄວາມເອົາໃຈໃສ່ຕໍ່ກໍາມະວິທີຜະລິດປາໃຫ້ຖືກສຸຂະນາໄມ ແລະ ເຫັນໄດ້ຄວາມສຳຄັນຂອງການຫຸ້ມຫໍ່ໃຫ້ມີຄວາມສວຍງາມ ແລະ ຮັບປະກັນຄຸນນະພາບຂອງຜະລິດຕະພັນ.

ໃນຕໍ່ໜ້ານີ້ທາງກົມສົ່ງເສີມການຄ້າກໍຈະໄດ້ສືບຕໍ່ລົງສົ່ງເສີມ ແລະ ຈັດຝຶກອົບຮົມຕື່ມອີກໃນຫົວຂໍ້ “ ການອອກແບບ, ຫຸ້ມຫໍ່ຜະລິດຕະພັນ ແລະ ໂຄສະນາທາງດ້ານການຕະຫຼາດ, ພ້ອມທັງເປີດທົດລອງຂາຍຜະລິດຕະພັນໃໝ່ທີ່ມີການຫຸ້ມຫໍ່ ແລະ ອອກແບບໃໝ່ສູ່ຕະຫຼາດຕື່ມອີກ.