“ຕີນເໝັນ” ແກ້ດ້ວຍຂັ້ນຕອນງ່າຍໆນີ້ ຮັບປະກັນໝັ້ນໃຈໄດ້

254

ຫຼາຍຄົນປະສົບກັບບັນຫາກິ່ນຕີນເໝັນ ເຊິ່ງເປັນກິ່ນທີ່ບໍ່ມີໃຜຢາກໃຫ້ມີ ເພາະມັນຈະເຮັດໃຫ້ເຮົາເສຍຄວາມໝັ້ນໃຈ ເສຍບຸກຄະລິກກະພາບ ແລະ ທີ່ສຳຄັນ ກິ່ນຕີນແມ່ນບໍ່ໄດ້ສົ່ງຜົນກະທົບໃຫ້ພຽງແຕ່ເຮົາຜູ້ດຽວ ແຕ່ຍັງສົ່ງຜົນໃຫ້ຄົນທີ່ຢູ່ອ້ອມຂ້າງນຳອີກ.

ດັ່ງນັ້ນເຮົາມາເບິ່ງວິທີກຳຈັດກິ່ນຕີນເໝັນຕາມນີ້ເລີຍ

ການເບິ່ງແຍງຄວາມສະອາດຂອງຕີນ ອາດຈະເປັນເລື່ອງງ່າຍໆ ແຕ່ຖ້າເຮົາເບິ່ງແຍງແບບບໍ່ຖືກວິທີກໍອາດຈະເຮັດໃຫ້ເຮົາມີກິ່ນທີ່ບໍ່ພຶ່ງປະສົງໄດ້ແນ່ນອນ ເຊິ່ງການທຳຄວາມສະອາດຂອງຕີນກໍ່ບໍ່ແມ່ນຈະໃຊ້ພຽງແຕ່ນ້ຳສະອາດລ້າງໃນຕອນອາບນ້ຳເທົ່ານັ້ນ ແຕ່ເຮົາຕ້ອງລ້າງດ້ວຍສະບູທີ່ຊ່ວຍດັບກິ່ນ ຫຼື ສະບູສະໝຸນໄພທີ່ມີສັບພະຄຸນໃນການຂ້າເຊື້ອແບັດທີເຣຍ ພ້ອມທັງໃຊ້ແປງຂັດຕີນໃຫ້ທົ່ວ.

ໃຊ້ຜົງແປ້ງ ຫຼື ສະເປດັບກິ່ນຕີນ ວິທີນີ້ແມ່ນເປັນວິທີແກ້ບັນຫາທີ່ປາຍເຫດ ແຕ່ຜົງແປ້ງ ຫຼື ສະເປດັບກິ່ນເຫຼົ່ານີ້ກໍ່ສາມາດຊ່ວຍດັບກິ່ນຕີນແບບເລັ່ງດ່ວນໄດ້ໃນເວລາທີ່ຮີບດ່ວນ ຫຼື ທ່ານຈະໃຊ້ຖົງຊາທີ່ໃຊ້ແລ້ວໃສ່ໃນເກີບ ກໍຈະຊ່ວຍດູດຄວາມຊື້ນ ແລະ ກຳຈັດກິ່ນເໝັນໄດ້ເຊັ່ນດຽວກັນ.

ສຳລັບທ່ານຊາຍ ທີ່ຮູ້ສຶກວ່າຕີນໂຕເອງມີກິ່ນແຮງຄວນ ແນະນຳໃຫ້ນຳໃຊ້ແປ້ງເຢັນໂຮຍໃສ່ຖົງຕີນກ່ອນໃສ່ເກີບ ວິທີນີ້ຮັບປະກັນໄດ້ປອດໄພຕະຫຼອດວັນ ແລະເຮັດໄປດົນໆກິ່ນກໍ່ຈະຫາຍໄປເອງ.