ລັດຈະສົ່ງເສີມພາກທຸລະກິດທີ່ນໍາໃຊ້ແຮງງານລາວເປັນຫຼັກ ແທນການນໍາເຂົ້າຄົນຕ່າງປະເທດ

167

ຜ່ານມາປາກົດເຫັນຫຼາຍ ການນໍາໃຊ້ແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ໃນລາວ ຂະນະທີ່ແຮງງານລາວເອງກັບຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຄົນລາວທີ່ອອກໄປຫາວຽກເຮັດງານທຳຢູ່ຕ່າງແດນ ຕ້ອງກັບຄືນສູ່ປະເທດຕົນ ແລະ ໄດ້ຮັບຜົນກະທົບບໍ່ມີວຽກເຮັດງານທໍາ.

ຫຼ້າສຸດ ລັດຖະບານເຫັນວ່າຕ້ອງແກ້ໄຂບັນຫາດັ່ງກ່າວຢ່າງຈີງຈັງ ໂດຍຈະສົ່ງເສີມໃຫ້ມີການໃຊ້ແຮງງານລາວຫຼາຍຂຶ້ນ ເພືີ່ອເພີ່ມວຽກເຮັດງານທໍາໃຫ້ປະຊາຊົນ ໃນນີ້ຈະຊຸກຍູູ້ໃຫ້ພາກທຸລະກິດ ໄດ້ນໍາໃຊ້ແຮງງານ ເຫຼົ່ານັ້ນ ເພືີ່ອທົດແທນການນໍາເຂົ້າແຮງງານຈາກຕ່າງປະເທດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານ ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 24 ມິຖຸນາ 2020 ໂດຍມີບາງຕອນກ່າວວ່າ: ພາກລັດເອງແມ່ນໄດ້ປະເມີນຄືນແຮງງານທີ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດ ໂຄວິດ-19 ທີ່ເດີນທາງມາຈາກຕ່າງປະເທດ ມີຫຼາຍກວ່າ 1 ແສນຄົນ ແລະ ແຮງງານຢູ່ພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຈາກການປິດ ແລະ ຢຸດເຊົາກິດຈະການ ເຊິ່ງຈະຕ້ອງໄດ້ມີມາດຕະການແກ້ໄຂ ເພືີ່ອບໍ່ໃຫ້ມີໄພວ່າງງານເພີ່ມ ຂຶ້ນສູງໃນຕໍ່ໜ້າ.

ໃນນີ້ຈະໄດ້ສຸມໃສ່ລະດົມດຶງດູດນັກລົງທຶນເຂົ້າສູ່ບັນດາໂຄງການ ທີ່ຕ້ອງການນໍາໃຊ້ກໍາລັງແຮງງານ; ສົ່ງເສີມໃຫ້ມີການໃຊ້ແຮງງານລາວຫຼາຍຂຶ້ນ ເພືີ່ອແກ້ໄຂວຽກເຮັດງານທໍາໃຫ້ປະຊາຊົນ, ຊຸກຍູູ້ໃຫ້ພາກທຸລະກິດ ໄດ້ນໍາໃຊ້ແຮງງານທີ່ວ່າງວຽກເນື່ອງຈາກຜົນກະທົບຈາກໂຄວິດ-19ນັ້ນ ເພືີ່ອທົດແທນການນໍາເຂົ້າແຮງງານຈາກຕ່າງປະເທດ.