ຈະເປັນແນວໃດ? ເມື່ອເຕັກໂນໂລຊີເຂົ້າມາມີບົດບາດໃນຊີວິດສັງຄົມ

189

ໃນປັດຈຸບັນຫຼາຍພາກສ່ວນໄດ້ພະຍາຍາມຫັນລະບົບການບໍລິຫານແບບດັ້ງເດີມ ໄປເປັນການນໍາໃຊ້ລະບົບ ໄອຊີທີ ເຂົ້າມາຄວບຄຸມການເຮັດວຽກທີ່ສັ່ງງານດ້ວຍໂປຣແກຣມທີ່ທັນສະໄໝ ເພື່ອຄວາມສະດວກສະບາຍໃນການບໍລິຫານຈັດການ ໂດຍສະເພາະແມ່ນຂະບວນການຜະລິດຕ່າງໆ ເພື່ອໃຫ້ມີຄວາມວ່ອງໄວທັນກັບເວລາ ແລະ ປະຢັດຕົ້ນທຶນ.

ແຕ່ອາດປະຕິເສດບໍ່ໄດ້ວ່າເຕັກໂນໂລຊີໄດ້ກາຍເປັນປັດໄຈສຳຄັນຂອງພວກເຮົາ ພຽງແຕ່ຕິດຕັ້ງລະບົບໂປຣແກຣມກໍສາມາດກວດສອບວຽກຜ່ານໂທລະສັບມືຖືໄດ້ຢ່າງແມ່ນຢໍາ ເຊັ່ນ: ກວດສອບລະບົບການເງິນ, ບັນຊີ, ໜ້າວຽກ ແລະ ລະບົບການເຂົ້າ – ອອກ ຫຼື ສັ່ງການຜະລິດທີ່ຄວບຄຸມດ້ວຍລະບົບຄອມພິວເຕີທີ່ທັນສະໄໝ.

ຄຽງຄູ່ກັນນັ້ນ, ການນໍາໃຊ້ເຕັກໂນໂລຊີຫຼາຍຂຶ້ນ ຄົນເຮົາກໍຕ້ອງໄດ້ມີການພັດທະນາຕົນເອງຢູ່ຕະຫຼອດເວລາ ເພື່ອໃຫ້ທັນກັບຍຸກໄອທີ ເຊິ່ງການນຳໃຊ້ເຕັກໂນໂລຊີໄດ້ສ້າງຄວາມລຳບາກໃຈພໍສົມຄວນໃຫ້ກັບຜູ້ປະກອບການທີ່ຈະຕ້ອງໄດ້ຮຽນຮູ້ສິ່ງໃໝ່ໆທີ່ເຂົາເຈົ້າບໍ່ເຄີຍເຮັດມາກ່ອນ ເພາະສ່ວນໃຫຍ່ຍັງຊິນເຄີຍກັບການໃຊ້ເຈ້ຍເປັນຈໍານວນຫຼາຍ ເພື່ອບັນທຶກຂໍ້ມູນ ແລະ ຍັງມີລັກສະນະນຳໃຊ້ແຮງຄົນເປັນຈຳນວນຫຼາຍ.

ເວົ້າສະເພາະໃນ ສປປ ລາວ ພວກເຮົາ ຫຼາຍຄົນໄດ້ເຫັນຄວາມສຳຄັນຂອງການພັດທະນາຈຸດນີ້ຢູ່ຕະຫຼອດເວລາທັງລະບົບການນຳໃຊ້ໂປຣແກຣມເຂົ້າໃນການສັ່ງງານ, ການບໍລິຫານຈັດການ, ການຕະຫຼາດເພື່ອໃຫ້ເຂົ້າເຖິງລູກຄ້າຕາມຍຸກສະໄໝທີ່ເສດຖະກິດມີການເຊື່ອມໂຍງ ລວມທັງການພັດທະນາບຸກຄະລາກອນທີ່ຫຼາຍພາກສ່ວນເຄີຍສົ່ງພະນັກງານໄປຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ. ພາຍຫຼັງທີ່ເຕັກໂນໂລຊີຂໍ້ມູນ – ຂ່າວສານມີຄວາມທັນສະໄໝ ສິ່ງເຫຼົ່ານັ້ນກໍໝົດໄປເພາະເຮົາສາມາດນໍາເອົາບົດຮຽນຈາກຕ່າງປະເທດມາສອນຢູ່ພາຍໃນເຮົາໄດ້ສະບາຍ ເພາະນີ້ຄືສິ່ງທີ່ຈຳເປັນໃນການຮັກສາຖານລູກຄ້າເດີມ ແລະ ກ້າວໄປຫາລູກຄ້າໃໝ່ທີ່ໃຫຍ່ ກວ່າເກົ່າ.

ບົດວິໄຈລະດັບໂລກຈາກຫຼາຍສຳນັກ ຊີ້ໃຫ້ເຫັນວ່າ: ໃນຍຸກຂອງ 4.0 ອິດທິພົນການນຳໃຊ້ເຕັກໂນໂລຊີຈະເຂົ້າມາໃນຂະບວນການຜະລິດຫຼາຍ ມັນຈະຊ່ວຍເຮັດໃຫ້ປະຢັດຕົ້ນທຶນ, ເປັນໄປຕາມມາດຖານທີ່ກຳນົດ ແລະ ທັນເວລາ ເຖິງແມ່ນວ່າລະບົບຈະຊ່ວຍເຮັດວຽກໄດ້ຢ່າງມີປະສິດທິພາບ ແຕ່ກໍມີທຸລະກິດບາງຂະແໜງທີ່ບໍ່ຈຳເປັນຕ້ອງການເຕັກໂນໂລຊີ ໄດ້ແກ່ປະເພດງານສິລະປະ, ຄວັດ, ວາດແຕ້ມຮູບຕ່າງໆເປັນຕົ້ນ.

ຂະນະດຽວກັນ, ຜູ້ຊ່ຽວຊານດ້ານ ໄອຊີທີ ໃຫ້ຂໍ້ສັງເກດວ່າ: ເຕັກໂນໂລຊີດິຈິຕອລມີທ່າອ່ຽງກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ເຮັດໃຫ້ທຸກໆອົງກອນຕ້ອງປັບຕົວກັບການປ່ຽນແປງຄັ້ງຍິ່ງ ໃຫຍ່ ເພາະການພັດທະນາມີ ຄວາມກ້າວໜ້າຕ່າງຈາກແຕ່ເກົ່າຫຼາຍ ເຮັດໃຫ້ມີການແຂ່ງຂັນທາງດ້ານເຕັກໂນໂລຊີເຂັ້ມຂຸ້ນຫຼາຍຂຶ້ນ ສ່ວນເຂົ້າສູ່ທຸລະກິດໄອຊີທີກໍມີເພີ່ມຂຶ້ນທຸກປີ.

( ທີ່ມາ: ICT.Com )