ໜ້າຫ່ວງ! ອົງການອະນາໄມໂລກເຕືອນ ໂຄວິດຍັງຈະຫຼອກຫຼອນມະນຸດອີກຫຼາຍປີ

135

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ທ່ານ ທີໂດຣສ ອັດຮານອມ ກິບຣີເຢຊູດ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ( WHO ) ກ່າວໃນກອງປະຊຸມທາງໄກດ້ານສາທາລະນະສຸກ ຈັດຂຶ້ນທີ່ສະຫະລັດອາຣັບ ເອເມເຣັດ ວ່າ: ການລະບາດຂອງພະຍາດໂຄວິດ – 19 ກຳລັງເລັ່ງຄວາມໄວຂຶ້ນຢູ່ຫຼາຍປະເທດ ແລະ ການລະບາດຂອງພະຍາດດັ່ງກ່າວ ອາດຍັງມີໃຫ້ເຫັນອີກຫຼາຍສິບປີຕໍ່ໜ້າ.

“ ເຮົາຮູ້ວ່າການແຜ່ລະບາດທີ່ເກີດຂຶ້ນເປັນຫຼາຍກວ່າຄຳວ່າ ວິກິດດ້ານສາທາລະນະສຸກ ແຕ່ຍັງເປັນວິກິດດ້ານເສດຖະກິດ, ວິກິດດ້ານສັງຄົມ ແລະ ບາງປະເທດຍັງເປັນວິກິດດ້ານການເມືອງ ເຊິ່ງຜົນກະທົບຂອງມັນຍັງຈະຮູ້ສຶກໄປອີກຫຼາຍທົດສະຫວັດ ”, ຜູອໍານວຍການໃຫຍ່ ອົງການອະນາໄມໂລກ ກ່າວ.

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວອີກວ່າ: ສິ່ງຄຸກຄາມທີ່ໃຫຍ່ທີ່ສຸດທີ່ທົ່ວໂລກກຳລັງປະເຊີນບໍ່ແມ່ນເຊື້ອໄວຣັສ ແຕ່ເປັນການຂາດຄວາມສາມັກຄີ ແລະ ພາວະຜູ້ນຳໂລກ, ເຮົາບໍ່ສາມາດເອົາຊະນະການແຜ່ລະບາດຄັ້ງນີ້ໄດ້ດ້ວຍໂລກທີ່ເຕັມໄປດ້ວຍ ຄວາມແຕກແຍກ, ພ້ອມລະບຸວ່າ: ການເຮັດໃຫ້ການແຜ່ລະບາດຂອງພະຍາດກາຍເປັນບັນຫາທາງການເມືອງ ມີແຕ່ຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ ໂດຍບໍ່ມີໃຜປອດໄພ ແຕ່ພວກເຮົາຈະຕໍ່ສູ້ ເພື່ອໃຫ້ທຸກຄົນມີ ຄວາມປອດໄພ.