ຍີ່ປຸ່ນ ພັດທະນາເຄື່ອງກວດຫາເຊື້ອໂຄວິດ ເຫັນຜົນພາຍໃນ 25 ນາທີ

80

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ບໍລິສັດ ຊີໂອໂນກິ ແອນຣ໌ ໂຄ ລິມີເຕັດ ຜູ້ຜະລິດຢາ ໄດ້ຮ່ວມມືກັບ ມະຫາວິທະຍາໄລຊັ້ນນຳຂອງປະເທດຍີ່ປຸ່ນ ເຊັ່ນ: ມະຫາວິທະຍາໄລນີຮອນ, ມະຫາວິທະຍາໄລກຸນມະ ແລະ ມະຫາວິທະຍາໄລການແພດໂຕກຽວ ພັດທະນາເຄື່ອງກວດຫາເຊື້ອໂຄວິດ – 19 ທາງນໍ້າລາຍ ສາມາດຮູ້ຜົນພາຍໃນ 25 ນາທີ ເຊິ່ງລັດຖະບານຍີ່ປຸ່ນ ຍັງຈະນຳໃຊ້ເຂົ້າໃນການກວດສຳລັບຜູ້ທີ່ເດີນທາງເຂົ້າປະເທດ, ຫຼັງຜ່ອນຄາຍມາດຕະການປິດປະເທດ ( ລັອກດາວ ).

ພາບປະກອບຂ່າວເທົ່ານັ້ນ

ຈາກການເປີດເຜີຍຂອງ ບໍລິສັດ ຊີໂອໂນກິ ເມື່ອວັນທີ 22 ມິຖຸນາ 2020 ໃຫ້ຮູ້ວ່າ: ເຄື່ອງກວດດັ່ງກ່າວມີຊື່ວ່າ STATIC ທີ່ມີການໃຊ້ຄວາມຮ້ອນເກັບຕົວຢ່າງນ້ຳລາຍ ແລະ ຕື່ມສານທີ່ເປັນຕົວເລັ່ງປະຕິກິລິຍາລົງໄປ ຈະເຮັດໃຫ້ມີການປ່ຽນສີ ເຊິ່ງຈະບົ່ງຊີ້ວ່າມີເຊື້ອໄວຣັສ ຫຼື ບໍ່? ຜູ້ໃຊ້ສາມາດກວດສອບຜົນໄດ້ດ້ວຍຕົນເອງ ແລະ ສາມາດອ່ານຜົນໄດ້ ໂດຍບໍ່ຕ້ອງໃຊ້ເຄື່ອງມືກວດວິເຄາະຫາເຊື້ອ.

ພາບປະກອບຂ່າວເທົ່ານັ້ນ

ຄວາມແມ່ນຢຳຂອງເຄື່ອງກວດດັ່ງກ່າວນີ້ ທຽບເທົ່າກັບການກວດວິເຄາະດ້ວຍເຕັກນິກທີ່ເອີ້ນວ່າ ພີຊີອາ Polymerise Chain Reaction ( CPR ) ເຊິ່ງເປັນການລົງເລິກເຖິງ DNA ທີ່ໄດ້ຜົນອອກມາຢ່າງແມ່ນຢຳ.

ລັດຖະບານຍີ່ປຸ່ນ ໄດ້ອະນຸມັດໃຫ້ໃຊ້ວິທີການກວດຕົວຢ່າງຈາກນ້ຳລາຍ ເພື່ອກວດຫາເຊື້ອໂຄວິດ – 19 ມາຕັ້ງແຕ່ຕົ້ນເດືອນມິຖຸນາເປັນຕົ້ນມາ ເພື່ອເປັນແນວທາງການກວດຫາເຊື້ອທີ່ປອດໄພ ແລະ ງ່າຍກວ່າການເກັບຕົວຢ່າງຈາກນ້ຳມູກ ຫຼື ໂພງດັງ ເພື່ອນຳມາກວດວິເຄາະຫາເຊື້ອ.