ຄວາມຫວັງ! ຈີນ ທົດລອງວັກແຊັງຕ້ານໂຄວິດໄລຍະ 2

212
(200414) -- BEIJING, April 14, 2020 (Xinhua) -- A staff member displays samples of the COVID-19 inactivated vaccine at Sinovac Biotech Ltd., in Beijing, capital of China, March 16, 2020. China has approved two COVID-19 inactivated vaccine candidates for clinical trials, according to the State Council joint prevention and control mechanism against the coronavirus Tuesday. The two vaccine candidates are developed by Wuhan Institute of Biological Products under the China National Pharmaceutical Group (Sinopharm) and Sinovac Research and Development Co., Ltd, a company based in Beijing. Clinical trials of the two vaccines have started. (Xinhua/Zhang Yuwei)

ສຳນັກຂ່າວຊິນຮວາ ລາຍງານວ່າ: ວັກແຊັງປ້ອງກັນໂຄວິດ – 19 ທີ່ສະຖາບັນຊີວະວິທະຍາການແພດ ມະຫາວິທະຍາໄລວິທະຍາສາດການແພດຂອງຈີນ ກຳລັງພັດທະນາຢູ່ນັ້ນ ໄດ້ເຂົ້າສູ່ການທົດລອງໄລຍະ 2 ແລ້ວ ໂດຍການທົດລອງໄລຍະ 2 ນີ້ ຈະເປັນການປະເມີນຄຸນສົມບັດໃນການສ້າງພູມຄຸ້ມກັນ ແລະ ຄວາມປອດໄພຂອງວັກແຊັງດັ່ງກ່າວໃນມະນຸດ ໂດຍຈະທົດລອງຢູ່ໃນແຂວງຢູນນານ ແລະ ບາງແຂວງໃນທິດຕາເວັນອອກສ່ຽງໃຕ້ ຂອງ ສປ ຈີນ.

ມາຮອດປັດຈຸບັນ ຈີນ ໄດ້ພັດທະນາວັກແຊັງຕ້ານໂຄວິດ – 19 ຈຳນວນ 5 ຊະນິດ ເຊິ່ງທັງໝົດກຳລັງຢູ່ໃນຂັ້ນຕອນການທົດລອງທາງຄລີນິກ.

ອົງການອະນາໄມໂລກ ເປີດເຜີຍວ່າ: ປັດຈຸບັນໄດ້ມີປະເທດຕ່າງໆໃນໂລກພັດທະນາວັກແຊັງ 13 ຊະນິດ ທີ່ຍັງຢູ່ໄລຍະການທົດລອງທາງຄລີນິກ ແລະ ມີອີກ 120 ຊະນິດ ຍັງຢູ່ໃນຂັ້ນຕອນທົດລອງຂັ້ນທຳອິດ.