ອັດປະຕູ ຫຼຸດຜ່ອນຄ່ານິຍົມຂອງນອກ ຫັນມາຊົມໃຊ້ສິນຄ້າພາຍໃນ ຕ້ານໄພເງິນເຟີ້

241

ສຸດຊົມເຊີຍພັກ – ລັດຖະບານ ໄດ້ນຳພາປະຊາຊົນລາວເຮົາສາມາດ Lock down ໂຄວິດ-19 Pandemic ໄດ້ສໍາເລັດຜົນໃນລະດັບທີ 1 ຂອງໂລກ ຮ່ວມກັບ ສສ ຫວຽດນາມ ຕາມບາງແຫຼ່ງຂ່າວຂອງຕ່າງປະເທດ.

ມາບາດນີ້ປະຊາຊົນລາວທົ່ວສັງຄົມຕ້ອງຕັດສິນໃຈອັດປະຕູ ( ລັອກດາວ Lock down ) ຄວາມເຄີຍຊີນນິຍົມຂອງນອກຄືຕ້ອງ ” ງົດກິນ – ດື່ມ – ນຳໃຊ້ຂອງນອກ ” ໃຫ້ໄດ້ ໃນໄລຍະນີ້ ເພື່ອດຶງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຈາກຕິດລົບ1,80% ໃຫ້ສູງຂຶ້ນກວ່າ 1%, ໃຫ້ໃກ້ 6% ຕາມທີ່ທະນາຄານໂລກໄດ້ຄາດໄວ້ກ່ອນວິກິດໂຄວິດ – 19.

ພາບປະກອບຂ່າວທົ່ານັ້ນ

ຈຶ່ງຂໍໃຫ້ບັນດາທ່ານທີ່ມັກກິນຂອງທະເລ ກິນໝາກໄມ້ນອກ ຈັດງານໃຫຍ່ໆ ມັກດື່ມເຫຼົ້າວາຍນອກອັນແພງໆ ມັກໃຊ້ຂອງນອກ ມັກຊື້ຂອງຕ້ອນຂອງຝາກນອກ ຂອງຫຼູຫຼານອກ ຊື້ຂອງຍີ່ຫໍ້ອັນດັງໆນອກ ມາອວດອ້າງກັນໃຫ້ພຽງ ດີໃຈ ແມ່ນຕ້ອງຕັດສິນໃຈ ” ໂຈະ – ງົດ – ຫຼຸດຜ່ອນ ” ໄວ້ກ່ອນ.

ອົງການຈັດຕັ້ງລັດ ແລະ ມະຫາຊົນກ່ຽວຂ້ອງ ຄວນຕ້ອງສ້າງຂະບວນການປຸກລະດົມທົ່ວສັງຄົມລາວໃຫ້ອວ່າຍໜ້າມາ ” ກິນ – ດື່ມ – ໃຊ້ ຂອງຜະລິດພາຍໃນທີ່ມີ ” ໃຫ້ກິນນໍາໃຊ້ໄປກ່ອນໃນໄລຍະນີ້ ອັນທີ່ບໍ່ຂັດຂວາງການພັດທະນາເສດຖະກິດສັງຄົມລາວເຮົາ ແລະ ບໍ່ຂັດກົດລະບຽບການຄ້າສາກົນທີ່ຫຼາຍປະເທດໄດ້ເຄີຍເຮັດມາແລ້ວ.

ພາບປະກອບຂ່າວເທົ່ານັ້ນ

ອັດຕາແລກປ່ຽນເງິນຕາ ” ກີບ – ບາດ – ໂດລາ ” ໃນ “ຮູບເສັ້ນສະແດງອັດຕາແລກປ່ຽນ ” ນັ້ນ ມັນສະແດງໃຫ້ເຫັນວ່າເງິນກີບຈະສືບຕໍ່ຕົກຄ່າໄປເລື້ອຍໆ. ຖ້າພວກເຮົາຍັງສືບຕໍ່ບໍລິໂພກຂອງນອກໃນບໍລິມາດສູງຄືທຸກມື້ນີ້ ແລະ ພວກເຮົາຍັງບໍ່ສາມາດ ” ບໍລິຫານສັງຄົມເສດຖະກິດ ” ກໍຄື ” ບໍລິຫານຄົນ ” ໃຫ້ຫຼຸດຜ່ອນຄວາມນິຍົມບໍລິໂພກຂອງນອກຫຼາຍກວ່າ 90% ໃນປັດຈຸບັນໃຫ້ຕໍ່າລົງໃຫ້ໄດ້.

ພາບປະກອບຂ່າວເທົ່ານັ້ນ

ເງິນກີບຕົກຄ່າແຮງກໍຍ້ອນວ່າຄວາມຕ້ອງການ ເງິນບາດ, ເງິນໂດລາ ມີຫຼາຍກວ່າຄັງເງິນຕາໃນທ້ອງຕະຫຼາດສັງຄົມລາວ ແລະ ໃນທະນາຄານທີ່ຈະສະໜອງໃຫ້ໄດ້ຕາມ ຄວາມຕ້ອງການໃນແຕ່ລະມື້ ເພື່ອຊຳລະສິນຄ້ານຳເຂົ້າຂອງຜູ້ຕ້ອງການ.
ດັ່ງນັ້ນ, ມັນເປັນໜ້າທີ່ ແລະ ພັນທະຂອງພວກ ເຮົາຄົນລາວທຸກຄົນຕ້ອງ ” Lockdown or Minimize ” ” ຢຸດ ຫຼື ຫຼຸດຜ່ອນ ” ການກີນ – ດື່ມ – ໃຊ້ ຂອງນອກ ” ໂດຍດ່ວນໆ ອັນທີ່ບໍ່ຈຳເປັນແທ້ໆຕໍ່ການດຳເນີນຊີວິດ ແລະ ຕໍ່ການສ້າງສາພັດທະນາປະເທດຊາດ.

ພາບປະກອບຂ່າວເທົ່ານັ້ນ

ຕົວຢ່າງ: ຂໍໃຫ້ຄົນລາວ 5 ລ້ານຄົນ ໃນ 7 ລ້ານຄົນ ຫັນອວ່າຍມາຊື້ຂອງລາວ ຈາກງົດຊື້ຂອງນອກ 6.000 ກີບ/ຄົນ/ມື້ ຫຼື 20 ບາດ/ມື້ ກໍຄືພວກເຮົາຈະໄດ້ຊຸກຍູ້ການຜະລິດສິນຄ້າລາວ ໄດ້ 30 ຕື້ກີບ/ມື້ ກໍຄື 10.950 ຕື້ກີບ/ປີ ຫຼື 1,2 ຕື້ໂດລາ/ປີ ຫຼື 36 ຕື້ບາດ/ປີ.

ມັນກໍເປັນການປະກອບສ່ວນຕີຖອຍ ໄພເງິນກີບເຟີ້ ໄດ້ຫຼາຍຢູ່ແລ້ວ.

( ໂດຍ: ຟ້າ ພູມມະສັກ )