ລັດຖະບານຄາດເສດຖະກິດປີນີ້ຈະເຕີບໂຕພຽງ 3,3% ເພາະຜົນກະທົບຂອງໂຄວິດ-19

224

ເປັນທີ່ຮູ້ກັນດີເລີ່ມແຕ່ກ້າວສູ່ປີ 2020 ສະພາບການຂອງໂລກໄດ້ຜັນແປຢ່າງສັບສົນອັນມີຜົນມາຈາກການລະບາດຂອງພະບາດຈຸລະໂລກສາຍພາຍໃໝ່ ໂຄວີດ-19, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວວ່າ: ສາມາດເວົ້າໄດ້ວ່າ ສະພາບແວດລ້ອມ ແລະ ເງືີ່ອນໄຂຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕາມມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທ 20/ສພຊ, ລົງວັນທ 18 ພະຈິກ 2019 ນັ້ນ, ແມ່ນເຕັມໄປດ້ວຍ ຄວາມຫຍຸ້ງຍາກ ແລະ ອຸປະສັກ. ອຸປະສັກເນືີ່ອງມາຈາກຄວາມບໍ່ທັນເຂັ້ມແຂງຂອງເສດຖະກິດມະຫາພາກຂອງປະເທດ ເຮົາ ທີ່ມີຄວາມບອບບາງ ແລະ ຢູ່ໃນລະດັບມິ່ນໆ ມາຫຼາຍປີທີ່ສະສົມຢູ່ແລ້ວຍັງແກ້ບໍ່ທັນຕົກ ມາສົມທົບກັບພະຍາດລະບາດອີກຈະເຮັດໃຫ້ເສດຖະກິດມະຫາພາກຂອງປະເທດເຮົາຈະເຕີບໂຕໄດ້ພຽງ 3,3-3,6% ເທົ່ານັ້ນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 24 ມິຖຸນາ 2020 ນີ້ວ່າ: ໃນປີ 2019 ຜ່ານມາ ເຖິງວ່າ ລັດຖະບານ ໄດ້ພະຍະຍາມສຸມກໍາລັງຈັດຕັົ້ງປະຕິບັດແຜນ ເພືີ່ອໃຫ້ບັນລຸບັນດາຄາດໝາຍທີ່ວາງໄວ້ ແຕ່ກໍ່ຍັງປະຕິບັດຕົວເລກ ຄາດໝາຍຫຼາຍດ້ານບໍ່ໄດ້ຕາມແຜນ ແລະ ການແກ້ໄຂຄວາມສ່ຽງຕ່າງໆ ກໍ່ຍັງບໍ່ທັນຕົກ ພັດມາບວກສິີ່ງທີ່ຄາດຝັນ ກໍ່ເກີດຂຶ້ນ, ເຫດການ ໂຄວິດ-19 ນັ້ນ, ເກີດຂຶ້ນໃນໄຕມາດທ 1 ຂອງປ 2020 ແລະ ເຫດການນີ້ມັນເປັນຜົນກະທົບຊ້ຳເຕີມ ໃສ່ສະພາບຄວາມບອບບາງຂອງເສດຖະກິດປະເທດເຮົາ ຢ່າງໜັກໜ່ວງທີ່ສຸດ.

ໂຄວິດ-19 ນັ້ນ ກາຍເປັນບັນຫາໃຫຍ່ຂອງໂລກ, (ມະຫັນຕະໄພ) ທີ່ທໍາລາຍສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດ ຂອງເກືອບທຸກປະເທດໃນໂລກ, ພ້ອມດຽວກັນນັົ້ນ ມັນໄດ້ສ້າງປະກົດການໃໝ່ຂອງຄວາມ ຂັດແຍ່ງ ມີລັກສະນະປະເຊີນໜ້າຂອງຝ່າຍຕ່າງໆ ໃນການພົວພັນສາກົນຂຶ້ນຢ່າງເຫັນໄດ້ຊັດ, ຊຶີ່ງບໍ່ອາດຈະຄາດຄະເນການຜັນແປຂອງຄວາມຂັດແຍ່ງນີ້ໄດ້ເພາະມັນຈະພິກຜັນໄດ້ໃນແຕ່ລະວັນ ສະພາບສາກົນແບບນີ້ບໍ່ປະຕິເສດໄດ້ ໃນການກະທົບເຖິງປະເທດເຮົາ ມັນຈໍາຕ້ອງເຮັດໃຫ້ພວກເຮົາຕ້ອງມີຄວາມລະມັດລະວັງສູງ ແລະ ຕັ້ງຮັບກັບສະຖານະການ ທີ່ອາດຈະເກີດຂຶ້ນ ແລະ ບານປາຍອອກໄປ ໃນທຸກດ້ານ.

ຈາກສະພາບການດັ່ງກ່າວ ຈິ່ງເຫັນວ່າການຂະຫຍາຍຕົວຂອງເສດຖະກິດມະຫາພາກຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3% ຫາ 3,6% (ສະພາແຫ່ງ ຊາດຮັບຮອງ 6,5%), ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີປະມານ 175.720 ຕື້ກີບ, ທັ້ງນີ້ແມ່ນອີງໃສ່ ການຄາດຄະເນຂອງສະຖາບັນຄົົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໂດຍນໍາໃຊ້ຂໍ້ມູນ 3 ເດືອນ ຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ.