ອີກບໍ່ໄກ! ການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ລາວ – ຈີນ ສຳເລັດເກືອບ 90%

151
DCIM100MEDIADJI_0032.JPG

ການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ລາວ – ຈີນ ມາເຖິງວັນທີ 31 ພຶດສະພາ 2020 ປະຕິບັດສໍາເລັດເກືອບ 90%. ໃນນີ້, ເຈາະອຸມົງທະລຸແລ້ວ 65 ແຫ່ງ, ລົງມືກໍ່ສ້າງຂົວ 164 ແຫ່ງ, ວາງລາງລົດໄຟໄດ້ 49 ກິໂລແມັດ.

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ຄັ້ງທີ 8 ຂຶ້ນໃນວັນທີ 22 ມິຖຸນາ 2020 ຢູ່ຫໍປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງຫຼວງພະບາງໂດຍການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນໍາກໍ່ສ້າງທາງລົດໄຟ ລາວ – ຈີນ, ມີບັນດາຄະນະຄຸ້ມຄອງການກໍ່ສ້າງທາງລົດໄຟ ລາວ – ຈີນ, ກົມທາງລົດໄຟ, ລັດວິສາຫະກິດທາງລົດໄຟແຫ່ງຊາດລາວເຂົ້າຮ່ວມ.

ທ່ານ ບຸນຈັນ ສິນທະວົງ ໄດ້ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນວ່າ: ມາເຖິງວັນທີ 31 ພຶດສະພາ 2020 ວຽກກໍ່ສ້າງພື້ນຖານໂຄ່ງລ່າງປະຕິບັດສໍາເລັດ 89,43% ທຽບໃສ່ເດືອນ 4/2020 ເພີ່ມຂຶ້ນ 0,23%, ເຈາະອຸມົງໃນຈໍານວນທັງໝົດ 75 ອຸມົງ ເຊິ່ງເຈາະໄດ້ 223.600 ແມັດ ທຽບໃສ່ເດືອນ 4/2020 ເພີ່ມຂຶ້ນ 4.585 ແມັດ. ໃນນີ້, ເຈາະທະລຸແລ້ວ 65 ອຸມົງ; ລົງມືກໍ່ສ້າງຂົວ 164 ແຫ່ງ ໃນຈໍານວນທັງຫມົດ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ, ກວມເອົາ 36,60% ຂອງການອອກແບບທັງຫມົດ.

ການວາງລາງລົດໄຟແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພະບາງ ສໍາເລັດ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ. ສໍາເລັດການປັກຂອບເຂດສະຖານີໂດຍສານໃນເນື້ອທີ່ 150 ເຮັກຕາ; ສໍາເລັດການປັກຫຼັກຂອບເຂດສະຫງວນແລວທາງລົດໄຟ ຄວາມຍາວ 17 ກິໂລແມັດ.

ປັກຫຼັກຂອບເຂດສະຖານີສິນຄ້າວຽງຈັນໃຕ້ 3 ຈຸດ ( ປັກສໍາເລັດແລ້ວ 2 ຈຸດ ຄື: ຈຸດສູນເຕັກນິກເນື້ອທີ່ 57,1 ເຮັກຕາ ແລະ ຈຸດສາງພັກສິນຄ້າເນື້ອທີ່ 50 ເຮັກຕາ ), ສ່ວນຈຸດຄ່ຽນສິນຄ້າກໍາລັງຢູ່ໃນຂັ້ນຕອນການອອກແບບ.
ສໍາລັບໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ແມ່ນຈະໃຫ້ສໍາເລັດ 100% ໃນກາງປີ 2021.