ຕິດຕາມກອງປະຊຸມສະພາແຫ່ງຊາດໄຂຂຶ້ນມື້ນີ້! ຈະໄດ້ພິຈາລະນາຫຼາຍບັນຫາສຳຄັນ

180

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 24 ມິຖຸນາ 2020 ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກ, ປະທານປະເທດ; ບັນດາທ່ານການນໍາ, ອາດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານພະນັກງານປະຕິວັດອາວຸໂສ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ ທີ່ຫໍປະຊຸມແຫ່ງຊາດຫຼັກ 6.


ໃນພິທີເປີດ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດບາງຕອນວ່າ: ມື້ນີ້ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ສືບຕໍ່ສ້າງຂະບວນການຄໍານັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ດ້ວຍຄວາມເປັນເຈົ້າການ ໄປພ້ອມກັບການສຸມໃສ່ປະຕິບັດ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂລນາສາຍພັນໃໝ່ (COVID-19) ຕິດພັນກັບ ການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ X ຂອງພັກໃນທ້າຍສະໄໝ ເຂົ້າໃນທິດທາງວຽກງານຈຸດສຸມຂອງແຕ່ລະພາກ ສ່ວນ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ບັນລຸຄາດໝາຍທີ່ວາງໄວ້.


ໃນໄລຍະ 6 ເດືອນຜ່ານມາ, ບັນດາປະເທດໃນໂລກ ແລະ ພາກພື້ນ ໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່ ນັ້ນແມ່ນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດພະຍາດ ໂຄວິດ-19, ຊຶ່ງໄດ້ເຮັດໃຫ້ມີການສູນເສຍຊີວິດຂອງປະຊາກອນໃນໂລກເປັນຈໍານວນຫຼວງຫຼາຍ, ທັງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ຄວາມສະຖຽນລະພາບທາງດ້ານການເມືອງ ແລະ ອື່ນໆ. ສໍາລັບປະເທດພວກເຮົາ, ນອກຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ແລ້ວ, ຍັງປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ, ໜີ້ສິນ, ໄພທໍາມະຊາດ ແລະ ປາກົດການຫຍໍ້ທໍ້ໃນສັງຄົມ ສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ.


ແຕ່ເຖິງຢ່າງໃດກໍ່ຕາມ ດ້ວຍຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ຈາກສູນກາງພັກ, ດ້ວຍຄວາມເປັນເຈົ້າການ ຂອງລັດຖະບານ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ການຮ່ວມມືຂອງປະຊາຊົນລາວບັນດາເຜົ່າ, ທຸກພາກ ສ່ວນທັງພາກລັດ ແລະ ເອກະຊົນ, ການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດທັງໃກ້ ແລະ ໄກ, ອົງການຈັດຕັ້ງສາກົນ, ພວກເຮົາກໍສາມາດ ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດດັ່ງກ່າວ, ອັນພົ້ນເດັ່ນ ແມ່ນສາມາດປົກປັກຮັກສາຊີວິດອິນຊີຂອງປະຊາຊົນໄວ້ໄດ້. ພ້ອມດຽວກັນນັ້ນ, ລັດຖະບານ ກໍ່ໄດ້ປະກາດໃຊ້ນິຕິກໍາຫຼາຍສະບັບຢ່າງທັນການ ແລະ ໄດ້ສຸມໃສ່ຊີ້ນໍາ-ນໍາພາ ບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຈັດຕັ້ງຜັນຂະຫຍາຍ ບັນດາມາດຕະການ, ນະໂຍບາຍ ທາງດ້ານເສດຖະກິດ-ສັງຄົມ ເພື່ອສືບຕໍ່ຊຸກຍູ້ການຜະລິດ ກໍຄື ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ.

ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ສະພາແຫ່ງຊາດ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມຮັບຜິດຊອບ, ຍົກຍ້ອງນໍ້າໃຈອັນສູງສົງ ແລະ ຄວາມເສຍສະຫຼະຂອງຖັນແຖວແພດໝໍ ກໍຄື ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ທີ່ປະຕິບັດໜ້າທີ່ໂດຍກົງ ໃນສະໜາມຮົບສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນຄັ້ງນີ້. ຜົນສໍາເລັດດັ່ງກ່າວ ແມ່ນໝາກຜົນແຫ່ງຄວາມຕັດສິນໃຈ, ຄວາມເປັນເອກະພາບຂອງລະບົບການເມືອງທາງດ້ານມານະຈິດ ແລະ ການຈັດຕັ້ງປະຕິບັດ, ສະແດງເຖິງຄວາມສາມັກຄີເປັນປຶກແຜນ, ນໍ້າໃຈຮັກຊາດ, ລັກສະນະດີເລີດຂອງລະບອບ ແລະ ນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ. ທັງຢັ້ງຢືນເຖິງຄວາມເຊື່ອໝັ້ນຂອງປະຊາຊົນລາວບັນດາເຜົ່າ ຕໍ່ກັບການຊີ້ນໍາ-ນໍາພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ ໃນເງື່ອນໄຂໃໝ່.

ທ່ານກ່າວຕື່ມວ່າ: ພາຍໃຕ້ເງື່ອນໄຂ ແລະ ສະພາບແວດລ້ອມທີ່ກ່າວມານັ້ນ, ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາບາງບັນຫາທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້:
1. ພິຈາລະນາ, ຮັບຮອງ ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020.
2. ຮັບຟັງການຕອບຄໍາຊັກຖາມຈາກ 4 ກະຊວງ ຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການກໍານົດ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ມາດຕະການ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນທ້າຍປີ 2020 ໃນຄວາມຮັບຜິດຊອບຂອງຂະແໜງການຕົນ.

  1. ພິຈາລະນາ, ຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ, ໃນນີ້ ຂົງເຂດວຽກງານສະພາແຫ່ງຊາດ 3 ສະບັບ ແລະ ຂົງເຂດເສດຖະກິດ 2 ສະບັບ.
  2. ພິຈາລະນາ, ຮັບຮອງ ບົດລາຍງານຜົນກາ3ນຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ, ການສໍາຫຼວດ ແລະ ການຂຸດຄົ້ນ ແຮ່ທາດ, ຫີນແຮ່ ແລະ ຫີນຜາ.

  3. ຮັບຟັງການລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈໍາສະພາແຫ່ງຊາດ.

  4. ພິຈາລະນາການເລືອກຕັ້ງກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.

ທ່ານເນັ້ນຕື່ມວ່າ: ກອງປະຊຸມຄັ້ງນີ້ ຈະດໍາເນີນພຽງຫົກວັນເຄິ່ງ, ແຕ່ບັນດາເນື້ອໃນທີ່ຈະນໍາມາພິຈາລະນາໃນກອງປະຊຸມລ້ວນແຕ່ເປັນວຽກງານທີ່ສໍາຄັນ ເພື່ອສືບຕໍ່ສູ້ຊົນຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະ ມານແຫ່ງລັດປະຈໍາປີ 2020, ຊຶ່ງເປັນປີມ້ວນທ້າຍຂອງແຜນການ ຫ້າປີ ຄັ້ງທີ່ VIII ຂອງລັດ. ເຖິງວ່າການກະກຽມເນື້ອໃນດັ່ງກ່າວເປັນເວລາສັ້ນ ໃນເງື່ອນໄຂທີ່ມີຄວາມຫຍຸ້ງ ຍາກຫຼາຍດ້ານ, ແຕ່ດ້ວຍຄວາມເອົາໃຈໃສ່ ຈາກບັນດາກະຊວງ, ອົງການທີ່ກ່ຽວຂ້ອງ, ການປະສານສົມທົບລະຫວ່າງ ລັດຖະບານ ແລະ ຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການຂອງສະພາແຫ່ງຊາດ ຕະຫຼອດເຖິງ ພະນັກງານລັດຖະກອນພາຍໃນສະພາແຫ່ງຊາດ ໄດ້ເຮັດໃຫ້ທຸກເນື້ອໃນທີ່ຈະນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ມີຄວາມຖືກຕ້ອງສອດຄ່ອງກັບແນວທາງ, ແຜນນະໂຍບາຍ ແລະ ສະພາບຄວາມເປັນຈິງ ໃນການພັດທະນາເສດຖະກິດ-ສັງຄົມ.

 

ສະນັ້ນ, ເພື່ອເຮັດໃຫ້ການຕົກລົງບັນດາເນື້ອໃນດັ່ງກ່າວໃຫ້ມີຄຸນນະພາບ, ຂ້າພະເຈົ້າ ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ແລະ ເອົາໃຈໃສ່ ຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນດາເນື້້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.