7 ວິທີຮຽນເກັ່ງ ຄົນຫົວບໍ່ດີກໍຮຽນເກັ່ງໄດ້

345

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຫົວບໍ່ດີ ແຕ່ຮຽນເກັ່ງ ແລະ ເວລາສອບເສັງ ມັກຈະໄດ້ຄະແນນ ຫຼື ເກຣດດີກວ່າເພື່ອນຮ່ວມຫ້ອງມື້ນີ້ແອັດມິນ ຈະມານຳສະເໜີ ຄວາມລັບ ຫຼື ເຕັກນິກສັ້ນໆ 7 ຂໍ້ ເກີດມາຫົວບໍ່ດີກໍສາມາດຮຽນເກັ່ງໄດ້ ຖ້າເຮົາປະຕິບັດຕາມເຄັດລັບສັ້ນໆ 7 ວິທີນີ້ ຮຽນເກັ່ງໄດ້ບໍ່ຍາກຄື:


1. ນອນໃຫ້ພຽງພໍ: ເປັນການເລີ່ມຕົ້ນຂໍ້ທໍາອິດສໍາລັບວິທີຮຽນເກັ່ງທີ່ເຮົານໍາມາແນະນໍາກັນຄື ຕ້ອງພັກຜ່ອນໃຫ້ພຽງພໍ ປະມານ 6 – 8 ຊົ່ວໂມງ/ວັນ. ດັ່ງນັ້ນ, ຕ້ອງຮູ້ວ່າຖ້າຕື່ນນອນແຕ່ເຊົ້າໆ ຕ້ອງເຂົ້ານອນບໍ່ເກີນຈັກໂມງ ແຕ່ທົ່ວໆໄປໂດຍສະເລ່ຍແລ້ວຈະບໍ່ເກີນ 23 ໂມງ ເພາະຖ້າ ພັກຜ່ອນບໍ່ພຽງພໍ ຈະເຮັດໃຫ້ສະໝອງບໍ່ເຮັດວຽກເປັນປົກກະຕິ ແລະ ຖ້າເຂົ້ານອນ ແລະ ຕື່ນກົງເວລາທຸກວັນຈະເຮັດໃຫ້ເກີດຄວາມເຄີຍຊິນ ແລະ ບໍ່ອ່ອນເພຍ. ສະໝອງສາມາດເຮັດວຽກໄດ້ເຕັມທີ່. ສ່ວນອີກຢ່າງກໍສໍາຄັນຄື: ຕ້ອງຮັບປະທານອາຫານເຊົ້າທຸກວັນ ເພື່ອຮ່າງກາຍຈະໄດ້ມີພະລັງງານໃນການເຮັດກິດຈະກຳຕ່າງໆຕະຫຼອດວັນ.


2. ການປະຕິບັດຕົວເອງເມື່ອຢູ່ໃນຫ້ອງຮຽນ: ແນະນຳວ່າໃຫ້ເລືອກບ່ອນນັ່ງດ້ານໜ້າ ແລະ ໃກ້ຄູ ຫຼື ອາຈານ ໃຫ້ຫຼາຍທີ່ສຸດເປັນການດີ ເພາະຖ້ານັ່ງດ້ານຫຼັງແນ່ນອນເພື່ອນຮ່ວມຫ້ອງອາດຊວນສົນທະນາ ເຮັດໃຫ້ລົບກວນສະມາທິໄດ້ ຫຼື ຖ້ານັ່ງຂ້າງປ່ອງຢ້ຽມ ຫຼື ຂ້າງປະຕູ ອາດເຮັດໃຫ້ເຮົາສົນໃຈສິ່ງຕ່າງໆດ້ານນອກຫຼາຍກວ່າບົດຮຽນໃນຫ້ອງຮຽນ ແລະ ຖ້າມີຂໍ້ສົງໄສ “ ຢ່າອາຍ ” ທີ່ຈະຖາມອາຈານ ເພື່ອທີ່ຈະໄດ້ຄຳຕອບໃນສິ່ງທີ່ເຮົາບໍ່ຮູ້ໄດ້ຢ່າງຖືກຕ້ອງ.

  1. ຕາເບິ່ງ ຫູຟັງ ມືຂຽນ: ອັນດັບທຳອິດ ຕ້ອງມີສະມາທິໃນການຟັງ ຫຼັງຈາກນັ້ນກໍທຳ ຄວາມເຂົ້າໃຈໃນສິ່ງທີ່ອາຈານສອນ ສຳເລັດແລ້ວກໍຈົດສິ່ງທີ່ເຮົາເຂົ້າໃຈລົງໄປໃນປຶ້ມກັນລືມ ແຕ່ບໍ່ຄວນຟັງໄປຂຽນໄປ ເພາະເຮົາຈະບໍ່ມີເວລາທຳຄວາມເຂົ້າໃຈ ແລະ ບໍ່ຮູ້ວ່າສິ່ງທີ່ເຮົາຈົດມານັ້ນໝາຍຄວາມວ່າແນວໃດ?;


4. ການກຽມຕົວສຳລັບຊົ່ວໂມງຕໍ່ໄປ: ອັນດັບທຳອິດ ໃຫ້ຈົດຫົວຂໍ້ທີ່ຍັງບໍ່ເຂົ້າໃຈໃນຊົ່ວໂມງນີ້ ເກັບໄວ້ຖາມອາຈານໃນຊົ່ວໂມງຕໍ່ໄປ ສຳເລັດແລ້ວຂຽນເປັນຫົວຂໍ້ໃຫຍ່ໆວ່າມື້ນີ້ ຮຽນຫຍັງແດ່ ເວລາກັບໄປທົບທວນບົດຮຽນທີ່ຮຽນມາໃນມື້ນີ້ຢູ່ເຮືອນ ແລະ ຕ້ອງຕັດຄວາມບໍ່ສະບາຍໃຈ ຫຼື ເລື່ອງທີ່ຄ້າງຄາໃຈໃນຊົ່ວໂມງກ່ອນໜ້ານີ້ໃຫ້ໝົດ.


5. ຈຸດປະສົງຂອງຫຼັກສູດ: ກ່ອນອື່ນ ຕ້ອງຮູ້ກ່ອນວ່າຫຼັກສູດໃນຊົ່ວຮຽນນັ້ນໆ ມີຈຸດປະສົງເພື່ອຫຍັງ ເຮົາຈະໄດ້ຮູ້ວ່າເຮົາຄວນຮຽນສິ່ງໃດ ເພື່ອບັນລຸຈຸດປະສົງຂອງຫຼັກສູດນັ້ນໆ.
6. ຈັບປະເດັນ: ຄວນສັງເກດວ່າອາຈານເນັ້ນ ຫຼື ຢ້ຳຄຳໃດເປັນພິເສດ ຈຸດໃດທີ່ອາຈານເນັ້ນຫຼາຍກວ່າໜຶ່ງຮອບ ແລະ ຫົວຂໍ້ໃດທີ່ອາຈານບອກວ່າຈະອອກສອບເສັງໃຫ້ບັນທຶກໄວ້ເພື່ອຈະໄດ້ກັບເປັນທົບທວນເປັນພິເສດ ແລະ ຢ່າລືມສັງເກດແບບຝຶກຫັດທີ່ອາຈານໃຫ້ມາເຮັດຢູ່ເຮືອນ ເພາະນັ້ນກໍຄືແນວຂໍ້ສອບເຊັ່ນກັນ.


7. ຢ່າມີອະຄະຕິກັບຜູ້ສອນ: ເພາະຈະເຮັດໃຫ້ເຮົາບໍ່ຢາກຮຽນວິຊານັ້ນໆ ຈະຮູ້ສຶກວ່າການຮຽນໃນຊົ່ວໂມງນັ້ນໜ້າເບື່ອໜ່າຍ ເຊິ່ງຈະເຮັດໃຫ້ມີຜົນຕໍ່ຄະແນນ ແລະ ຄວາມເຂົ້າໃຈຂອງເຮົາເອງ ຄວນປັບໃຈເພື່ອເຮັດໃຫ້ການຮຽນຂອງເຮົາອອກມາສົມບູນທີ່ສຸດ.

[ ໂດຍ: ສົມລົດ