ດອກເລັບສີຂາວຄືຫຍັງ? ເກີດມາຈາກສາເຫດຫຍັງແນ່?

129

ດອກເລັບສີຂາວຄືຫຍັງ? ເກີດມາຈາກສາເຫດຫຍັງແນ່?

ດອກເລັບສີຂາວ ມີລັກສະນະເປັນຈຸດນ້ອຍໆ ຫຼື ເປັນລາຍເສັ້ນສີຂາວ ສາມາດເຫັນໄດ້ຊັດເຈນທັ້ງເລັບມື ແລະ ເລັບຕີນ ເຊິ່ງເກີດຈາກປັດໄຈຕ່າງໆດັ່ງນີ້.

ການຂາດແຮ່ທາດ

ການທີ່ຮ່າງກາຍຂາດສານອາຫານວິຕາມິນ ຫຼື ແຮ່ທາດບາງຊະນິດ ໂດຍສະເພາະແຄວຊຽມ ແລະ ແຮ່ທາດສັງກະສີອາດຈະເຮັດໃຫ້ນຳໄປສູ່ການເກີດດອກເລັບສີຂາວໄດ້.

ສານພິດບາງຊະນິດ

ການໄດ້ຮັບສານພິດບາງຊະນິດ ອາດຈະເຮັດໃຫ້ສຸຂະພາບເລັບຂອງເຮົາເສື່ອມ ບໍ່ແຂງແຮງ ແລະ ຍັງອາດຈະເຮັດໃຫ້ເກີດໂຣກມະເລັງເມັດເລືອດຂາວ ລວມໄປເຖິງພາວະເລືອດເປັນພິດ ເຊິ່ງສາເຫດນີ້ມັກຈະມີຮ່ອງຮອຍດອກເລັບສີຂາວທີ່ເຮົາສັງເກດໄດ້ຊັດເຈນນັ້ນກໍຄືມີເສັ້ນຍາວສີຂາວຕາມລວງຂວາງ.

ເຊື້ອຣາໃນເລັບ

ເກີດຈາກການຕິດເຊື້ອຂອງເຊື້ອຣາທີ່ແຜ່ລາມ ແລະ ຈະເລີນເຕີບໃຫຍ່ຢ່າງໄວວາ ເຊິ່ງເປັນສັນຍານທຳອິດທີ່ອາດຈະເຮັດໃຫ້ເລັບຂອງທ່ານມີຄວາມຜິດປົກກະຕິໄດ້.

ນອກຈາກສາເຫດທີ່ກ່າວມາຂ້າງເທິງແລ້ວ ຍັງມີໃນເລື່ອງຂອງຜົນຂ້າງຄຽງຈາກໂຣກປະຈຳໂຕທີ່ທ່ານອາດຈະເປັນຢູ່ໃນປັດຈຸບັນ ເຊັ່ນ: ຜູ້ປ່ວຍໂຣກຫົວໃຈ, ໂຣກສະເກັດເງິນ ແລະໂຣກປອດບວມ ດັ່ງນັ້ນ ຫາກວ່າທ່ານມີຂໍ້ສົງໄສ ຫຼື ຢ້ານເປັນກ່ຽວກັບໂຣກທີ່ຮ້າຍແຮງ ທ່ານສາມາດໄປປຶກສາໝໍຈາກໂຮງໝໍທີ່ໃກ້ບ້ານຂອງທ່ານໄດ້.

ວິທີຮັກສາ ແລະ ການເລືອກກິນອາຫານບຳລຸງເລັບ

ການຮັກສາອາດຈະແຕກຕ່າງໄປຕາມລັກສະນະຂອງດອກເລັບແຕ່ລະບຸກຄົນ ແຕ່ໃນເບື້ອງຕົ້ນ ທຸກຄົນສາມາດເຮັດໄດ້ໂດຍວິທີດັ່ງຕໍ່ໄປນີ້:

ໂດຍການເລືອກກິນອາຫານ ຫາກທ່ານຕ້ອງການໃຫ້ເລັບແຂງແຮງ ບໍ່ບາງຈົນເຮັດໃຫ້ລັບຈີກຂາດ ຄວນຈະບຳລຸງຈາກພາຍໃນສູ່ພາຍນອກ ດ້ວຍການເລືອກສານອາຫານທີ່ປະກອບດ້ວຍ ວິຕາມິນບີ 7, ບີ12, ບີ9, ທາດເຫຼັກ, ໂປຣຕີນ, ໄຂມັນໂອເມກ້າ3, ວິຕາມິນຊີ, ສັງກະສີ ເປັນຕົ້ນ.

ສານອາຫານເຫຼົ່ານີ້ ເມື່ອໄດ້ຮັບເຂົ້າໄປໃນປະລິມານທີ່ເໝາະສົມກໍຈະເຮັດໃຫ້ເລັບມີຄວາມເງົາງາມ ປ້ອງກັນເລັບແຫ້ງແຕກ ແລະ ຫຼຸດຮອຍທີ່ອາດຈະເກີດເທິງຜິວເລັບນັ້ນກໍຄືດອກເລັບສີຂາວນັ້ນເອງ.