72 ມື້ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ເດີນທາງເຂົ້າລາວຍັງສືບຕໍ່ກັກຕົວໃຫ້ຄົບກໍານົດ

80

72 ມື້ ທີ່ ສປປ ລາວ ບໍ່ມີລາຍງານການພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມ, ຫຼ້າສຸດ ວັນທີ 22 ມິຖຸນາ ຜ່ານມາ ກວດວິເຄາະຫາເຊື້ອ 374 ຕົວຢ່າງ ຜົນກວດລ້ວນເປັນລົບ ແຕ່ທັງນີ້ທັງນັ້ນ ຄະນະສະເພາະກິດເຕືອນຢ່າປະໝາດ, ໃຫ້ສືບຕໍ່ຮັກສາໄລຍະຫ່າງທາງສັງຄົມ.

ຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວໃນວັນທີ 23 ມິຖຸນາ 2020 ໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ສະພາບການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດໃນວັນທີ 22 ມິຖຸນາຜ່ານມາ ໄດ້ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 1.664 ຄົນ.

ໃນນັ້ນ, ຜ່ານດ່ານລາວ-ໄທ 1.023 ຄົນ, ດ່ານລາວ-ຈີນ 29 ຄົນ, ດ່ານ ລາວ-ຫວຽດນາມ 416 ຄົນ, ດ່ານລາວ-ກຳປູເຈຍ 3 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 148 ຄົນ ເຊິ່ງທັງໝົດແມ່ນໄດ້ຖືກວັດແທກອຸນຫະພູມ, ບໍ່ມີອາການໄຂ້ ແລະ ໄດ້ເກັບຕົວຢ່າງມາກວດ ( ຍົກເວັ້ນຜູ້ຂັບລົດ ແລະ ຜູ້ຕິດຕາມ), ຈາກນັ້ນໄດ້ນຳສົ່ງໄປສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບ 14 ວັນ.

ດ້ານການກວດວິເຄາະ ໃນວັນທີ 22 ມິຖຸນາຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 374 ຕົວຢ່າງ ເປັນແຮງງານລາວທີ່ກັບມາແຕ່ປະເທດໄທ 219 ຄົນ, ແຮງງານ ສປ ຈີນ 145 ຄົນ, ແຮງງານລາວມາແຕ່ ສປ ຈີນ 2 ຄົນ ລວມທັງຄົນເຈັບປິ່ນປົວຫາຍດີກັບມາກວດຄືນພາຍຫຼັງອອກໂຮງໝໍກັກໂຕຄົບ 14 ວັນ ແລະ ບຸກຄົນທົ່ວໄປ 7 ຄົນ ທັງໝົດຜົນກວດເປັນລົບ (ບໍ່ມີຜູ້ຕິດເຊື້ອໂຄວິດ-19) ໝາຍຄວາມວ່າເປັນເວລາ 72 ມື້ແລ້ວ ທີ່ບໍ່ພົບຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 22 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 13.203 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ທັງໝົດຫາຍດີ ແລະ ອອກໂຮງໝໍເປັນທີ່ຮຽບຮ້ອຍແລ້ວ ແລະ ປັດຈຸບັນທົ່ວປະເທດ ມີສູນກັກບໍລິເວນ 91 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.994 ຄົນ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ຕື່ມອີກວ່າ: ເຖິງແມ່ນວ່າຈະເປັນເວລາ 72 ມື້ຕິດຕໍ່ກັນແລ້ວທີ່ ສປປ ລາວ ເຮົາບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ, ແຕ່ຍັງຢູ່ໃນໄລຍະຜ່ອນຜັນບາງມາດຕະການຂອງຄະນະສະເພະກິດ ແລະ ຍັງພົບເຫັນບຸກຄົນຈຳນວນໜຶ່ງ ທີ່ເດີນທາງລະຫວ່າງແຂວງຫາແຂວງ ດ້ວຍລົດສາທາລະນະ ຍັງບໍ່ໃສ່ຜ້າປິດປາກ-ດັງ, ບໍ່ມີການວັດແທກອຸນຫະພູມ, ບໍ່ລ້າງມືດ້ວຍສະບູ ຫຼື ເຫຼົ້າ 90 ແລະ ບໍ່ມີການເວັ້ນໄລຍະຫ່າງທາງສັງຄົມເທົ່າທີ່ຄວນ.

ນອກນັ້ນ, ບັນດາຮ້ານອາຫານ, ຕະຫຼາດ ແລະ ຮ້ານຂາຍສິນຄ້າຈຳນວນໜຶ່ງ ຍັງບໍ່ຕື່ນຕົວໃນການປະຕິບັດຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ.