ທ່ານລັດຖະມົນຕີ ກະຊວງການຄ້າປະຊຸມທາງໄກກັບບັນດາລັດຖະມົນຕີຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານຄັ້ງທີ 10

63

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ (ອຄ) ໄດ້ຮ່ວມກອງປະຊຸມກາງສະໄໝແບບທາງໄກຂອງບັນດາລັດຖະມົນຕີການເປັນຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນຄັ້ງທີ 10 ເພື່ອແກ້ໄຂຂໍ້ຄົງຄ້າງຂອງບັນດາປະເທດເຂົ້າຮ່ວມເຈລະຈາ ເພື່ອກ້າວໄປສູ່ການລົງນາມໃນສັນຍາຂໍ້ຕົກລົງໃນທ້າຍປີນີ້.

ໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2020 ນີ້ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມກາງສະໄໝແບບທາງໄກຂອງບັນດາລັດຖະມົນຕີການເປັນຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນຄັ້ງທີ 10 ທີ່ ຫ້ອງປະຊຸມກະຊວງ ອຄ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຕິດຕາມການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດບັນດາຜູ້ນໍາອາເຊັບ ຄັ້ງທີ 3 ໃນເດືອນພະຈິກ 2019 ທີ່ບາງກອກ, ປະເທດໄທ ຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາໃນການແກ້ໄຂບັນຫາຂໍ້ຄົງຄ້າງຂອງບັນດາປະເທດເຂົ້າຮ່ວມເຈລະຈາ ໂດຍຢືນຢັນຄືນເຖິງຄວາມໝາຍໝັ້ນຂອງບັນດາຜູ້ນຳອາເຊັບ ເພື່ອກ້າວໄປສູ່ການລົງນາມໃນສັນຍາຂໍ້ຕົກລົງໃນທ້າຍປີ 2020 ທີ່ ສສ ຫວຽດນາມ, ເຊິ່ງກອງປະຊຸມກາງສະໄໝແບບທາງໄກຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງສັນຍາອາເຊັບ ທີ່ຄວນຈະຕ້ອງເລັ່ງລັດການເຈລະຈາໃຫ້ສໍາເລັດຕາມຄາດໝາຍ, ເພື່ອຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ໂດຍສະເພາະຕ່ອງໂສ້ການສະໜອງ, ການຄ້າ ແລະການລົງທຶນຂອງພາກພື້ນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອຈຸລະໂຣກໂຄວິດ-19.

ສັນຍາຂອງການເປັນຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື ອາເຊັບ ຖືໄດ້ວ່າເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນຂະໜາດໃຫຍ່ທີ່ສຸດຂອງໂລກ ກວມເອົາປະຊາກອນຫຼາຍກວ່າ 1/3 ຂອງໂລກໂດຍໄດ້ເລີ່ມຕົ້ນການເຈລະຈາແຕ່ປີ 2012 ເປັນຕົ້ນມາ, ສັນຍາອາເຊັບ ເປັນການເຈລະຈາຮ່ວມກັນລະຫວ່າງບັນດາປະເທດສະມາຊິກອາຊຽນ ກັບບັນດາປະເທດຄູ່ຮ່ວມເຈລະຈາຄື: ອົດສະຕຣາລີ, ສປ ຈີນ, ອິນເດຍ, ນິວຊີແລນ ແລະສ.ເກົາຫຼີ ລວມທັງໝົດ 16 ປະເທດ.

ເປົ້າໝາຍຂອງສັນຍາອາເຊັບ ແມ່ນເພື່ອເຮັດໃຫ້ການເຊື່ອມໂຍງເສດຖະກິດພາກພື້ນໃຫ້ເປັນໄປໃນລວງກວ້າງ ແລະ ລວງເລິກຍິ່ງຂຶ້ນ. ພ້ອມດຽວກັນ, ກໍເປັນການສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດ ໂດຍຜ່ານລະບົບການຄ້າແບບຫຼາຍຝ່າຍ, ການເຊື່ອມໂຍງໃນພາກພື້ນ ກໍຄືການພັດທະນາເສດຖະກິດທັງໃນພາກພຶ້ນ ແລະ ສາກົນ ເຮັດໃຫ້ການຮ່ວມມືທາງດ້ານເສດຖະກິດມີຄວາມກ້າວໜ້າ ໂດຍເນັ້ນໃສ່ຜັນຂະຫຍາຍສັນຍາທີ່ມີຢູ່ລະຫວ່າງອາຊຽນກັບຄູ່ເຈລະຈາອາຊຽນ ຫຼື ອາຊຽນ+1.