ຈາກເດັກບ້ານນອກ ສູ່ອາຊີບນັກຂຽນ, ນັກເວົ້າສ້າງແຮງບັນດານໃຈແຖວໜ້າຂອງລາວ - Laoedaily

ຈາກເດັກບ້ານນອກ ສູ່ອາຊີບນັກຂຽນ, ນັກເວົ້າສ້າງແຮງບັນດານໃຈແຖວໜ້າຂອງລາວ

ມື້ນີ້ແອັດມິນຈະພາທ່ານຜູ້ອ່ານມາຮູ້ຈັກກັບບຸກຄົນທີ່ມີຊື່ສຽງໃນວົງການນັກຂຽນ ແລະ ເປັນນັກເວົ້າສ້າງແຮງບັນດານໃຈ ອັນດັບຕົ້ນໆຂອງປະເທດລາວ ຜ່ານການຂຶ້ນເວທີບັນຍາຍສ້າງແຮງບັນດານໃຈໃຫ້ອົງກອນທັງພາຍໃນ ແລະ ຕ່າງປະເທດແລ້ວ 100 ກວ່າອົງກອນ ນັ້ນຄື ອາຈານ ກາບແກ້ວ ທໍາມະວົງ.


ທ່ານ ກາບແກ້ວ ທຳມະວົງ ໃຫ້ສຳພາດວ່າ: ປັດຈຸບັນຕົນເອງປະກອບອາຊີບເປັນຮອງປະທານ ບໍລິສັດ ເອກະຊົນຕ່າງປະເທດແຫ່ງໜຶ່ງ ເຮັດກ່ຽວກັບໂທລະຄົມ, ວິທະຍຸ ແລະ ໂທລະພາບ ແລະ ມີອາຊີບສຳຮອງເປັນນັກຂຽນ ແລະ ນັກເວົ້າສ້າງແຮງບັນດານໃຈ ຜົນງານການເປັນນັກຂຽນຜ່ານມາມີປຶ້ມຫຼາຍເຫຼັ້ມທີ່ໄດ້ຕີພິມອອກຈຳໜ່າຍເຊັ່ນ: ລວມຍອດເຄັດລັບການຕະຫຼາດ, ເຄັດລັບສູ່ຄວາມສຳເລັດ, ເຄັດລັບຊະນະໃຈຄົນ ແລະ ມັດໃຈຄູ່ຮັກ, ສູດຄວາມສຳເລັດຜູ້ບໍລິຫານຍຸກໃໝ່, ບຸກທະລຸອາຊຽນ, ການໃຊ້ຊີວິດສູ່ຄວາມສຸກ, ວິຊາຊີວິດທີ່ບໍ່ມີສອນໃນໂຮງຮຽນ, ສົງຄາມຊີວິດ ແລະ ຄວາມຮັກ, ຟ້າຫຼັງຝົນ ຄົນສູ່ຊີວິດ, ປະທານໄກສອນພົມວິຫານ ພົມ 4 ດ້ານ ຈົນໄດ້ຮັບລາງວັນນັກຂຽນດີເດັ່ນລາງວັນນາກຄຳ.


ນອກຈາກການຂຽນແລ້ວ ອາຈານກາບແກ້ວຍັງເປັນນັກເວົ້າສ້າງແຮງບັນດານໃຈໃຫ້ອົງກອນທັງພາຍໃນ ແລະ ຕ່າງປະເທດມາແລ້ວ 100 ກວ່າອົງກອນ ໄດ້ຮັບລາງວັນ ຊາວໜຸ່ມຕົວແບບດີເດັ່ນ ທີ່ສ້າງຊື່ສຽງໃຫ້ປະເທດຊາດໃນປີ 2018 ແລະ ລາງວັນດີເດັ່ນແຫ່ງການປ່ຽນແປງໃໝ່ໃນອາຊຽນປີ 2014.


ທ່ານ ອາຈານ ກາບແກ້ວ ໄດ້ເລົ່າວ່າ ໂຕເພິ່່ນເອງເກີດຢູ່ບ້ານບຶງທະເລ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ການທີ່ຈະກ້າວມາເປັນນັກເວົ້າສ້າງແຮງບັນດາໃຈນີ້ ແມ່ນເກີດຂຶ້ນຈາກຄວາມບັງເອີນ, ບໍ່ໄດ້ຕັ້ງໃຈ ແລະ ບໍ່ໄດ້ມີຄວາມຝັນຢາກເປັນ ເພາະວ່າຊີວິດຕອນຍັງນ້ອຍ ພໍ່ເປັນຄົນຕິດເຫຼົ້າ, ແມ່ເປັນຄົນກືກໜັງສື ມີລູກ 10 ຄົນ ແລະໂຕເອງເປັນຜູ້ທີ 8.
ສະນັ້ນ, ທ່ານລອງຈິນຕະນາການເບິ່ງວ່າ ພໍ່ຕິດເຫຼົ້າ, ແມ່ເປັນຄົນກືກໜັງສື ເຮັດໄຮ່ເຮັດນາ ມີລູກ 10 ຄົນ ເປັນພາລະໜັກຂອງແມ່ ແລະ ຕໍ່ມາເທວະດາອາດຈະມັກສາຍເລືອດແມ່ ເລີຍເອົາ 2 ຄົນໄປ ຜູ້ໜຶ່ງເສຍຊີວິດ ແລະ ອີກຄົນບໍ່ຮູ້ໄປທາງໃດ.

ດັ່ງນັ້ນ, ຈາກລູກ 10 ຄົນ ເຫຼືອ 8 ຄົນ ເຊິ່ງອາຈານກາບແກ້ວເປັນຜູ້ 8. ຖ້າແມ່ນຄົນຈີນ ຫຼື ຄົນຫວຽດນາມ ຈະມັກເລກທີ 8 ເພາະວ່າລູກຜູ້ທີ່ 8 ຈະໂຊກດີ ເພາະເລກ 8 ເປັນເລກແຫ່ງຄວາມໂຊກດີ, ອາຈານກາບແກ້ວບອກວ່າ ສຳລັບຄວາມໂຊກດີຂອງຂ້າພະເຈົ້າແລ້ວ ໃນຊ່ວງນັ້ນມື້ໃດທີ່ໄດ້ກິນເຂົ້າອີ່ມທ້ອງ ແມ່ນມື້ນັ້ນໂຊກດີ ເພາະວ່າເຮັດນາຢູ່ບ້ານແມ່ນເປັນນາໂນນດິນຊາຍ ຈະບໍ່ກຸ້ມກິນ, ຮອດເດືອນ 6 ແມ່ຕ້ອງໄປຂໍເຂົ້າກິນນຳພີ່ນ້ອງໂດຍການຢືມມາກິນແລ້ວຄ່ອຍໃຊ້ຕາມຫຼັງ.


ເມື່ອອາຍຸ 14 ປີ ໄດ້ອອກຈາກບ້ານ ໄປຮຽນຢູ່ໂຮງຮຽນກິນນອນ ຮຽນຈົບຢູ່ໂຮງຮຽນກິນນອນ ກໍ່ໄດ້ຂຶ້ນມານະຄອນຫຼວງວຽງຈັນ ໂດຍມີເງິນຕິດຕົວ 20 ພັນກີບ ພ້ອມເຄື່ອງ 3 ຊຸດ ຂຶ້ນມາແມ່ນບໍ່ມີພີ່ນ້ອງຢູ່ນະຄອນຫຼວງວຽງຈັນ ເຊິ່ງຕອນມາແມ່ນປີ 1997. ການໃຊ້ຊີວິດກໍໄດ້ປ່ຽນ ມາເຮັດອາຊີບຮັບເຄື່ອງເລ້ມາເກາະໃສ່ລົດຖີບແລ້ວເລາະຂາຍ ແລະ ມີຄວາມຝັນວ່າ ຕ້ອງເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ( ດົງໂດກ ) ໃຫ້ໄດ້ ເຊິ່ງຕອນນັ້ນເສັງເຂົ້າດົງໂດກແມ່ນມີ 4 ວິຊາ ບໍ່ໄດ້ມີການແຍກສາຍເຮັດໃຫ້ສອບເສັງເຂົ້າບໍ່ໄດ້ເນື່ອງຈາກບໍ່ເກັ່ງວິຊາຄະນິດສາດ ແລະ ບັງເອີນໃນຕອນນັ້ນມີສາຍພາສາອັງກິດພິເສດ ແຕ່ຂ້າພະເຈົ້າຮຽນຢູ່ໂຮງຮຽນມັດທະຍົມ ແມ່ນສາຍພາສາຝຣັ່ງ ແລ້ວມີໝູ່ບອກວ່າຖ້າໄດ້ພາສາຝຣັ່ງໄປຮຽນເພີ່ມພາສາອັງກິດຢູ່ວັດເພີ່ມກໍໄດ້ ເລີຍເລີ່ມໄປຮຽນຢູ່ວັດ ເຊິ່ງປີທີໜຶ່ງໄປສອບເສັງບໍ່ໄດ້ ແລະ ຕໍ່ມາປີທີສອງຈຶ່ງສອບເສັງເຂົ້າໄດ້ ໂດຍເສຍເວລາ 2 ປີ ຈຶ່ງໄດ້ຮຽນ .


ການຮຽນແມ່ນຮຽນພາກຄ່ຳ, ສ່ວນເວລາກາງເວັນຕ້ອງໄດ້ຫາເງິນຂາຍເຄື່ອງ, ການຂາຍເຄື່ອງຕອນນັ້ນແມ່ນຂາຍບໍ່ໄດ້ຈຶ່ງໄດ້ສະໝັກເຂົ້າເຮັດວຽກຢູ່ໂຮງແຮມໂນໂວເທວ ໃນຕຳແໜ່ງຊັກລີດ ເພາະຕໍາແໜ່ງອື່ນເຂົາບໍ່ຮັບ, ແຕ່ກ່ອນບໍ່ຮູ້ວ່າພະແນກ Laundry ມັນເຮັດຫຍັງເພາະເປັນຊື່ພາສາຕ່າງປະເທດ ແລ້ວໄດ້ໄປວຽກມື້ທຳອິດຈຶ່ງໄດ້ຮູ້ວ່າຕຳແໜງຊັກເຄື່ອງ. ດັ່ງນັ້ນ, ການຂຶ້ນມາຢູ່ນະຄອນຫຼວງວຽງຈັນ ໄດ້ເຂົ້າຮຽນຢູ່ດົງໂດກປີ 1, ອາຊີບທີ່ເຮັດເປັນທາງການໃນຊີວິດແທ້ໆແມ່ນ ເປັນພະນັກງານຊັກເຄື່ອງ ເຊິ່ງໄດ້ຊັກໝົດທຸກຢ່າງ, ໂດຍບໍ່ໄດ້ຄິດວ່າຈາກອາຊີບຊັກເຄື່ອງ ຈະໄດ້ກາຍມາເປັນນັກເວົ້າສ້າງແຮງບັນດານໃຈ  ຈາກນັ້ນມາກໍ່ປ່ຽນຫຼາຍວຽກທັງອອກເອງ ແລະຖືກໄລ່ອອກບໍ່ມີເຂົ້າກິນແຕ່ກໍ່ອົດທົນດິ້ນຮົນ ສຸດທ້າຍໄດ້ມາເຮັດວຽກກັບບໍລິສັດ ເອກະຊົນຕ່າງປະເທດແຫ່ງໜຶ່ງ ຈົນມາຮອດປັດຈຸບັນໄດ້ 17 ປີແລ້ວ ມີຕຳແໜ່ງເປັນຮອງປະທານ.


ທ່ານ ອາຈານ ກາບແກ້ວ ກ່າວວ່າ: ຈຸດທີ່ເຮັດໃຫ້ຂ້າພະເຈົ້າກາຍເປັນນັກເວົ້າສ້າງແຮງບັນດານໃຈແມ່ນ ຫຼັງຈາກເຮັດວຽກຢູ່ບໍລິສັດແຫ່ງນີ້ແລ້ວ ຊີວິດກໍເລີ່ມດີຂຶ້ນມາ ແລະ ໄດ້ຮຽນປະລິນຍາໂທ ເຊິ່ງຕອນຮຽນ ແມ່ນເຫັນຮອງສາສະດາຈານທີ່ສອນ ມາຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ ເວລາອາຈານຂຶ້ນມາສອນແມ່ນບໍ່ມີນັກສຶກສາຂາດຈັກຄົນເພາະມ່ວນ ແລະ ອາຈານເອງກໍເປັນຄ້າຍຄືກັບນັກເວົ້າເຮັດໃຫ້ຫຼາຍຄົນຕິດ. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງຮູ້ສຶກຢາກເປັນນັກເວົ້າຕັ້ງແຕ່ນັ້ນເປັນຕົ້ນມາ ອີກຢ່າງເວລາອາຈານສອນແລ້ວ ບັນດານັກສຶກແມ່ຍິງ ກໍຈະໄປຂໍຖ່າຍຮູບກັບອາຈານ ກໍເລີຍຄິດວ່າຢາກເປັນແບບອາຈານ, ຢາກມີຄົນມາຂໍຖ່າຍຮູບນຳ ຕົວເອງພັດບໍ່ມີໃຜສົນໃຈ ກໍເລີຍຄິດວ່າມື້ໃດຈະມີສາວໆມາຂໍຖ່າຍຮູບນຳ ນັ້ນຄືແຮງບັນດານໃຈທີ່ເຮັດໃຫ້ຢາກເປັນນັກເວົ້າ, ຢາກເປັນຄູຝືກ.


ຮຽນຈົບປະລິນຍາໂທໄດ້ກຽດນິຍົມອັນດັບ 2 ຫຼື ໃບປະກາດແດງ ກໍເລີຍໝັ້ນໃຈວ່າ ໂອເຄຕ້ອງເປັນຄືອາຈານນັ້ນໃຫ້ໄດ້ ແລ້ວຄ່ອຍໆເປີດເຜີຍໂຕເອງຜ່ານໜັງສືພິມ ຕໍ່ມາກໍເລີ່ມມີບັນດາບໍລິສັດອົງກອນທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຊີນໄປເວົ້າສ້າງແຮງບັນດານໃຈ ຈົນຜ່ານມາ 100 ກວ່າເວທີ.

ອາຈານກາບແກ້ວ ຍອມຮັບວ່າການທີ່ຕົນເອງໄປບັນຍາຍ ແລະໄດ້ຮັບຄວາມນິຍົມຄົນຕິດໃຈ ຍ້ອນເປັນຄົນທີ່ເລີ່ມມາຈາກບໍ່ມີຫຍັງ, ຕິດລົບຈາກບ້ານນອກ ແລະ ຮອດມື້ນີ້ໄດ້ຕ້ອງຜ່ານຜ່າອຸປະສັກຫຼາຍຢ່າງ ແລະ ບົດຮຽນເຫຼົ່ານີ້ມັນໄດ້ຖ່າຍທອດໃຫ້ຫຼາຍຄົນເຂົ້າຝຶກອົບຮົມ ໂດຍສະເພາະປະສົບການເລື່ອງເລົ່າຊີວິດຈິງໄດ້ເຂົ້າໃຈ ເພາະວ່າຊີວິດຄົນສ່ວນໃຫຍ່ມັນດີກວ່າຂ້າພະເຈົ້າ ມີເຮືອນ, ມີລົດຂີ່ ແຕ່ຂ້າພະເຈົ້າບໍ່ມີຫຍັງໝົດ ແຕ່ມາຢືນຈຸດນີ້ໄດ້ ມັນເຮັດໃຫ້ຫຼາຍຄົນຄິດເຫັນຕົນເອງ ແລະ ນັ້ນຄືເປັນສິ່ງດຶງດູດ ຫຼື ວ່າເປັນບົດຮຽນ, ເປັນເຄັດລັບໜຶ່ງທີ່ເຮັດໃຫ້ຫຼາຍຄົນເຊີນຂ້າພະເຈົ້າໄປບັນຍາຍນັ້ນຄືປະສົບການ.


[ ຂ່າວ: ສັນຕິ, ຮູບ: ອາຈານ ກາບແກ້ວ ທຳມະວົງ ]

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ