ຈີນ ສັ່ງໂຈະນຳເຂົ້າໄກ່ຈາກອາເມຣິກາ ພ້ອມປິດໂຮງງານເປັບຊີ ຢູ່ປັກກິງ

203

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານ ສປ ຈີນໄດ້ອອກຄຳສັ່ງເມື່ອວັນທີ 21 ມິຖຸນາ 2020 ໃຫ້ຢຸດຕິການນໍາເຂົ້າໄກ່ແຊ່ແຂງຈາກບໍລິສັດຍັກໃຫຍ່ຂອງ ອາເມຣິກາເປັນການຊົ່ວຄາວ, ຫຼັງຈາກເກີດການລະບາດຂອງພະຍາດໂຄວິດ – 19 ຂອງໂຮງງານໃນອາເມຣິກາ. ນອກຈາກນີ້, ທາງການນະຄອນຫຼວງປັກກິງ ຍັງສັ່ງໃຫ້ໂຮງງານຜະລິດນ້ຳອັດລົມ ເປັບຊີ ໃນນະຄອນຫຼວງປັກກິງຢຸດການຜະລິດ ແລະ ການຈຳໜ່າຍຊົ່ວຄາວ.

ພາບປະກອບຂ່າວເທົ່ານັ້ນ

ລາຍງານຂ່າວດັ່ງກ່າວມີຂຶ້ນໃນວັນດຽວກັນກັບການກວດພົບຜູ້ຕິດເຊື້ອພະຍາດໂຄວິດ – 19 ກໍລະນີໃໝ່ ໃນນະຄອນຫຼວງປັກກິງ ຈຳນວນ 22 ຄົນ, ໂດຍໜ່ວຍງານພາສີຂອງຈີນໄດ້ປະກາດວ່າ: ການນຳເຂົ້າໄກ່ແຊ່ແຂງຈາກບໍລິສັດ ໄທສັນຟູດ ຂອງສະຫະລັດອາເມຣິກາຈະຕ້ອງໄດ້ຢຸດຕິຊົ່ວຄາວ ເນື່ອງຈາກເກີດການລະບາດຂອງພະຍາດໂຄວິດ – 19 ຢູ່ໂຮງງານຜະລິດແຫ່ງໜຶ່ງຂອງບໍລິສັດໄທສັນ, ຂະນະທີ່ສິນຄ້າທີ່ໄດ້ສົ່ງມາຮອດປະເທດຈີນແລ້ວ ກໍຕ້ອງໄດ້ຖືກຮິບຢຶດເອົາໄວ້ກ່ອນ.

ພາບປະກອບຂ່າວເທົ່ານັ້ນ

ໃນມື້ດຽວກັນນັ້ນ ບໍລິສັດເປັບຊີໂຄ ຂອງອາເມຣິກາ ກໍໄດ້ຮັບແຈ້ງຈາກທາງການຈີນ ໃຫ້ຢຸດຕິການຜະລິດຊົ່ວຄາວເຊັ່ນດຽວກັນ ຫຼັງຈາກທີ່ກວດພົບພະນັກງານຕິດເຊື້ອຈຳນວນໜຶ່ງ, ຂະນະທີ່ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອກໍໄດ້ເຂົ້າສູນກັກກັນແລ້ວ.