ກວດກາ ຄວາມພ້ອມໃນການຮັບມືສຸກເສີນ ແລະ ຄວາມປອດໄພຂອງເຂື່ອນ

338

ເມື່ອມໍໆມານີ້ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ, ຕິດຕາມ, ກວດສອບການກໍ່ສ້າງ ແລະ ການດຳເນີນງານຂອງບັນດາເຂື່ອນໄຟຟ້າຕ່າງໆຢູ່ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງເຊກອງ.

ຈຸດປະສົງການໄດ້ລົງເຄື່ອນໄຫວປະຕິບັດວຽກງານວິຊາສະເພາະຄັ້ງນີ້ ກໍ່ເພື່ອຕິດຕາມກວດກາຄວາມປອດໄພຂອງເຂື່ອນ, ຕິດຕາມກວດກາການກໍ່ສ້າງ, ການບໍາລຸງຮັກສາໂຕເຂື່ອນ.

ບັນດາອຸປະກອນຕິດຕາມພຶດຕິກໍາຂອງຕົວເຂື່ອນ ແລະ ອຸປະກອນກົນຈັກໄຟຟ້າຮັບໃຊ້ການຜະລິດ ແລະ ການບໍລິຫານຈັດການນ້ຳ, ການຄຸ້ມຄອງການດໍາເນີນງານ ແລະ ສະພາບການປ້ອງກັນ ໂຄວິດ – 19 ຂອງບັນດາໂຄງການເຂື່ອນໄຟຟ້າທີ່ກໍາລັງຢູ່ໃນໄລຍະການກໍ່ສ້າງ ແລະ ດໍາເນີນງານ ຂອງໂຄງການເຂື່ອນໄຟຟ້ານ້ຳງຽບ 1, ນ້ຳເທີນ 1, ນໍ້າຫີນບູນ ຕອນລຸ່ມ ( ບໍລິສັດ ຣາຊີຕາ ), ນໍ້າຫີນບູນ ( ໄຟຟ້າລາວ ) ຕາດສະໂຄ່ຍ, ເຊລະນອງ 1, ເຊກະໝານ 3, ນ້ຳອີມູນ ແລະ ເຂື່ອນໄຟຟ້ານ້ຳຫີນບູນ ຕອນລຸ່ມ.