ລາຄາຄຳຂຶ້ນຕໍ່ເນື່ອງ ກາຍ 8 ລ້ານກີບຕໍ່ບາດແລ້ວ

121

ລາຄາຄຳກຳລັງສູງຂຶ້ນຕໍ່ເນື່ອງໂດຍຄຳຮູບປະພັນຢູ່ທີ່ 8 ລ້ານກວ່າກີບຕໍ່ 1 ບາດ ນັບວ່າເປັນສະຖິຕິທີ່ບໍ່ເຄີຍເກີດຂຶ້ນມາກ່ອນ, ຖ້າທ່ານໃດໄດ້ຕິດຕາມລາຄາຄຳ ໃນຊ່ວງທີ່ລັດຖະບານຜ່ອນຜັນມາດຕະການລ໊ອກດາວຕົ້ນເດືອນພຶດສະພາຜ່ານມາ ລາຄາແມ່ນ 7,3 ລ້ານ ກວ່າກີບຕໍ່ບາດ ແລະ ຜ່ານມາພຽງເດືອນກວ່າປັບຂຶ້ນ 8 ແສນກີບ ເຮັດໃຫ້ຄຳສູງເຖິງ 8 ລ້ານກວ່າກີບຕໍ່ບາດ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມລາຄາຄຳຂອງຮ້ານຄຳພູວົງ ຫຼ້າສຸດມາຮອດເຊົ້າວັນທີ 22 ມິຖຸນາ 2020 ນີ້ ລາຄາຄຳໄດ້ປັບຂຶ້ນເປັນ 8.109.000 ກີບຕໍ່ບາດ; 2.029.000 ກີບຕໍ່ສະຫຼືງ ເຊິ່ງເປັນການປັບຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ລັດຖະບານຜ່ອນຜັນມາດຕະການລ໊ອກດາວ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ໃນຕົ້ນເດືອນພຶດສະພາຜ່ານມາ ແລະ ໄດ້ອະນຸຍາດໃຫ້ຮ້ານຄ້າເປີດ ໂດຍລາຄາຄຳ ວັນທີ 4 ພຶດສະພາ ແມ່ນ 7.309.000 ກີບຕໍ່ບາດ; 1.829.000 ກີບຕໍ່ສະຫຼຶງ.

ຕໍ່ມາວັນທີ 28 ພຶດສະພາ ລາຄາປັບຂຶ້ນເປັນ 7.849.000 ກີບຕໍ່ບາດ; 1.964.000 ກີບຕໍ່ສະຫຼຶງ ແລະ ມາຮອດວັນທີ 22 ມິຖຸນານີ້ ເຊິ່ງຜ່ານມາພຽງ 50 ມື້ ຫຼື ເດືອນກວ່າ ໄດ້ຖີບຕົວຂຶ້ນເຖິງ 8 ແສນກີບ ເຮັດໃຫ້ລາຄາຄຳອັບເດດຫຼ້າສຸດຢູ່ 8.109.000 ກີບຕໍ່ບາດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ, ທັງເປັນຮອງປະທານສະມາຄົມຄຳ ແລະ ອັນຍະມະນີລາວ ໃຫ້ສຳພາດກ່ອນໜ້ານີ້ວ່າ: ເຖິງແມ່ນວ່າຄວາມຮຸນແຮງຂອງການລະບາດພະຍາດໂຄວິດ – 19 ຢູ່ ສປປ ລາວ ຈະບໍ່ໜັກ, ແຕ່ພາກພື້ນເອີຣົບ ແລະ ອາເມຣິກາຖືວ່າໜັກຫຼາຍ ແລະ ຕະຫຼາດຄຳເອງກໍເປັນສິນຊັບທີ່ມີລາຄາກາງທົ່ວໂລກ.

ສະນັ້ນ, ຄຳຈະມີທ່າອ່ຽງທີ່ສູງຂຶ້ນ ຈາກການລົງທຶນຈາກນັກສະຖາບັນການເງິນ ແລະ ເປັນຊັບສິນທີ່ສາມາດປ້ອງກັນເງິນເຟີ້ໄດ້ດີ ໃນສະພາບທີ່ຫຼາຍໆປະເທດມະຫາອຳນາດພິມເງິນອອກມາປະຄອງເສດຖະກິດ ແລະ ຊ່ວຍເຫຼືອປະຊາຊົນຂອງຕົນ ເຮັດໃຫ້ຄຳເປັນຊັບສິນທີ່ໜ້າຕິດຕາມ.

ພາບປະກອບຂ່າວເທົ່ານັ້ນ

ທັງນີ້, ລາຄາຄໍາຈາກການຊື້ – ຂາຍໃນຕະຫຼາດໂລກ ( Gold spot ) ໃນເຊົ້າວັນທີ 22 ມິຖຸນາ 2020 ນີ້ ຢູ່ທີ່ 1.755 ໂດລາຕໍ່ອອນ ຫຼັງຈາກປິດຕະຫຼາດໃນຄືນວັນທີ 19 ມິຖຸນາ ເພີ່ມຂຶ້ນ 21.9 ໂດລາ ເປັນ 1.753 ໂດລາຕໍ່ອອນ ເນື່ອງຈາກໄດ້ຮັບແຮງໜູນຈາກການເຂົ້າຊື້ຄຳໃນຖານະຊັບສິນທີ່ປອດໄພ ທ່າມກາງຄວາມວິຕົກກັງວົນກ່ຽວກັບການແພລະບາດຮອບສອງຂອງພະຍາດໂຄວິດ – 19 ທັງໃນສະຫະລັດອາເມລິກາ ແລະ ສປ ຈີນ.