“ອາຫານເປັນພິດ” ຖ້າບໍ່ລະວັງການກິນ ອາດເຖິງຊີວິດໄດ້

189

ອາຫານການກິນເຮັດໃຫ້ເຮົາສາມາດເຈັບປ່ວຍໄດ້ ແລະ ອາດຮ້າຍແຮງເຖິງຂັ້ນເສຍຊີວິດ ນັ້ນກໍຄື “ອາຫານເປັນພິດ” ດັ່ງນັ້ນ, ເຮົາມາຮູ້ຈັກກ່ຽວກັບອາຫານເປັນພິດ ແລະວິທີປ້ອງກັນຕົນເອງ.

ອາການ “ອາຫານເປັນພິດ”: ອາຫານເປັນພິດ (Food Poisoning) ເປັນອາການທີ່ເກີດຈາກການກິນອາຫານທີ່ປົນເປື້ອນຂອງເຊື້ອຈຸລິນຊີ ເຊິ່ງອາດຈະເປັນເຊື້ອແບດທີເຣຍ ເຊື້ອໄວຣັສ ຫຼື ເຊື້ອຣາກໍ່ໄດ້ ເມື່ອກິນອາຫານທີ່ປົນເປື້ອນເຂົ້າໄປ ຮ່າງກາຍຈະສະແດງອາການພາຍໃນ 1-2 ມື້ ຖ້າຫາກສິ່ງປົນເປື້ອນຫຼາຍອາການສະແດງອອກຈະໄວຂຶ້ນ ແລະ ອາຫານເປັນພິດມັກຈະເກີດໃນຍາມຮ້ອນ ແລະ ມີຝົນ ເພາະເປັນສະພາບແວດລ້ອມທີ່ເໝາະແກ່ການຈະເລີນເຕີບໃຫຍ່ຂອງເຊື້ອຈຸລິນຊີ.

ສາເຫດຂອງອາຫານເປັນພິດ: ມັກເກີດຂຶ້ນຈາກການກິນອາຫານທີ່ບໍ່ຖືກສຸຂະລັກສະນະ ກິນອາຫານທີ່ປຸງບໍ່ສຸກ ໂດຍສະເພາະອາຫານປະເພດຊີ້ນສັດ ຫຼື ການທີ່ບໍ່ເກັບອາຫານໄວ້ໃນຕູ້ເຢັນ ແລະ ອາຫານປຸງສຸກທີ່ໄປສຳຜັດກັບອາຫານດິບເປັນຕົ້ນ.

ການຮັກສາ ແລະ ການປ້ອງກັນ: ໂດຍປົກກະຕິ ຮ່າງກາຍຈະສ້າງພູມຕ້ານທານໄດ້ ແລະ ກໍຈະເຊົາເອງພາຍໃນ 2-3 ມື້ ໂດຍບໍ່ຈຳເປັນຕ້ອງໄປຫາໝໍ ເຊິ່ງກໍຈະໄດ້ເບິ່ງໄປຕາມອາການຄື ໃຫ້ດື່ມນ້ຳສະອາດຫຼາຍໆ ພັກຜ່ອນໃຫ້ພຽງພໍ ເລືອກກິນສະເພາະອາຫານອ່ອນໆ ພ້ອມທັ້ງເບິ່ງອາການຈົນກວ່າແນ່ໃຈວ່າຫາຍດີແລ້ວ ແຕ່ຖ້າຫາກບໍ່ດີຂຶ້ນ ຫຼື ມີອາການຂາດນ້ຳຢ່າງຮຸນແຮງ ຄວນຈະຕ້ອງຮີບພາໄປຫາໝໍໃຫ້ໄວທີ່ສຸດ.

ສ່ວນວິທີປ້ອງກັນກໍຄື ກິນສຸກ, ກິນຮ້ອນ, ກິນສະອາດ ແລະ ລ້າງມື ເພື່ອຄວາມປອດໄພ ແລະ ຫ່າງໄກຈາກອາຫານເປັນພິດ.