ເຄັກໄຂ່ ນຸ້ມຟູ ຫອມຫວານ ລະລາຍໃນປາກ

134

ເຄັກໄຂ່ທີ່ຫຼາຍໆ ຄົນໄດ້ລອງຊິມແລ້ວຕິດໃຈ ໂດຍສະເພາະແປ້ງທີ່ນຸ້ມຟູ ລະລາຍໃນປາກ ທີ່ເປັນເອກະລັກຂອງເຄັກໄຂ່ ມື້ນີ້ພວກເຮົາກໍມີສູດການເຮັດເຄັກໄຂ່ມາໃຫ້ທຸກຄົນໄດ້ໄປລອງເຮັດກິນກັນ.

ສ່ວນປະສົມມີ: ແປ້ງເຄັກ 80 ກຣາມ, ນ້ຳມັນພືດ 50 ມິນລິລິດ, ເກືອ 1 ຢິບມື, ນົມສົດ 80 ມິນລິລິດ,ໄຂ່ແດງ 6 ໜ່ວຍ, ກິ່ນວານິລາ 1 ບ່ວງຊາ, ໄຂ່ຂາວ 5 ໜ່ວຍ, ຄຣີມອອຟທາທາຣ໌ ½ ບ່ວງຊາ, ນ້ຳຕານໄອຊິ່ງ 110 ກຣາມ ແລະ ເຈ້ຍໄຂຮອງພາຊະນະອົບ.

ຂັ້ນຕອນໃນການເຮັດເຄັກ

ເອົານ້ຳມັນໄປອຸ່ນແລ້ວເທໃນພາຊະນະທີ່ຈະປະສົມ.

ຮ່ອນແປ້ງ ແລະ ເກືອ ຄົນໃນເຂົ້າກັນ ແລ້ວເທນົມລົງໄປປະສົມໃຫ້ເປັນເນື້ອດຽວກັນ ຫຼັງຈາກນັ້ນໃສ່ໄຂ່ແດງພ້ອມກັບກິ່ນວານິລາ ຄົນໃຫ້ເຂົ້າກັນ ແລະ ພັກໄວ້.

ຕີໄຂ່ຂາວດ້ວຍຄວາມແຮງຕ່ຳ ໃສ່ຄຣີມອອຟທາທາຣ໌ແລ້ວຕີດ້ວຍຄວາມແຮງກາງ ພໍໄຂ່ຂຶ້ນຟອງລະອຽດກໍໃສ່ນ້ຳຕານໄອຊິ່ງໃຫ້ໝົດ ແລ້ວກໍຕີຈົນໄຂ່ຂາວເປັນເນື້ອນຽນ ລະອຽດ.

ແບ່ງໄຂ່ຂາວທີ່ຕີຂຶ້ນຟອງອອກເປັນ 3 ສ່ວນ ເພື່ອໄປປະສົມກັບສ່ວນທີ່ພັກໄວ້ ໂດຍປະສົມໃຫ້ເຂົ້າກັນເປັນເນື້ອນຽນ ລະອຽດ ຫຼັງຈາກນັ້ນ ເທໃສ່ພະຊະນະທີ່ຈະເອົາໄປອົບ ໂດຍການເທສອງເທື່ອເພື່ອໄລ່ອາກາດ.

ອົບດ້ວຍອຸນຫະພູມ 150 ອົງສາ ໂດຍຕັ້ງເປັນໄຟເທິງ ແລະໄຟລຸ່ມ ບໍ່ເປີດພັດລົມ ອົບ 1 ຊົ່ວໂມງ 10 ນາທີ.

ເມື່ອສຸກແລ້ວໃຫ້ນຳເອົາອອກມາເຄາະ 1 ເທື່ອ ແລະປ່ະໄວ້ໃຫ້ປະມານ 15 ນາທີ ຈາກນັ້ນກໍນຳເອົາອອກຈາກພາຊະນະ ກໍສາມາດຮັບປະທານໄດ້.