71 ມື້ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຢ່າປະໝາດຍັງຕ້ອງສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດ

93

ເປັນເວລາ 2​ເດືອນກວ່າ ທີ່ ສປປ ລາວ ບໍ່ມີິຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ສ່ວນຜູ້ຕິດເຊື້ອເກົ່າທັງ 19 ຄົນກໍ່ປິ່ນປົວຫາຍດີອອກໂຮງໝໍໝົດແລ້ວ, ຫຼ້າສຸດ ເກັບຕົວຢ່າງມາກວດຫາເຊື້ອຈໍານວນ 343 ຄົນ ຜົນກວດລ້ວນເປັນລົບ. ຂະນະດຽວກັນບັນດາປະເທດໃກ້ຄຽງກໍ່ຍັງມີການລະບາດຢູ່ ໂດຍສະເພາະ ກຸງປັກກິ່ງ ສປ ຈີນ ທີ່ເກີດມີການລະບາດຮອບສອງ, ດັ່ງນັ້ນ ທຸກຄົນຕ້ອງສືບຕໍ່ເຝົ້າລະວັງ ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ.

ໃນວັນທີ 22 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການຍລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ສະພາບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 21 ມິຖຸນາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.522 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ພ້ອມນີ້, ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 21 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 343 ຄົນ (ມີ ແຮງງານລາວກັບມາແຕ່ໄທ 283 ຄົນ, ແຮງງານຈີນມາແຕ່ຈີນ 60 ຄົນ) ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 21 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 21 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 12.829 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (71 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ທ່ານ ກ່າວຕື່ມວ່າ: ເຖີງແມ່ນວ່າ ສປປລາວ ເຮົາບໍ່ມີກໍລະນີໃໝ່ລາຍງານເປັນເວລາ 71 ວັນແລ້ວ ແຕ່ພວກເຮົາບໍ່ຄວນ
ປະໝາດ ເພື່ອສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ກັບຄືນມາຮອບໃໝ່, ທຸກຄົນຕ້ອງໄດ້ພາກັນປະຕິບັດ ວິທີປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ການປະຕິບັດຫຼັກການອະນາໄມ, ການທໍາຄວາມສະອາດຂ້າເຊື້ອພະຍາດ ຢູ່ສະຖານທີ່ບໍລິການ, ການແທກອຸນຫະພູມຮ່າງກາຍ, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ບໍ່ໃຫ້ມີການແອອັດ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ.