ອັງກິດ ວາງງົບ 100 ຕື້ປອນ ຟື້ນຟູເສດຖະກິດ

72

ຂ່າວສານ ຫວຽດນາມ ລາຍງານວ່າ: ທະນາຄານກາງອັງກິດ ( ບີໂອອີ ຫຼື BOE ) ປະກາດເພີ່ມເງິນ 100 ຕື້ປອນ ເພື່ອສະໜັບສະໜູນການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ – 19.

ບີໂອອີ ໃຫ້ຮູ້ວ່າ: ຜູ້ວາງແຜນນະໂຍບາຍໄດ້ຕົກລົງເປີດກວ້າງໂຄງການຫລຸດຜ່ອນປະລິມານຄິວອີ ແລະ ຄະນະກຳມະການນະໂຍບາຍເງິນຕາ ໄດ້ຮັກສາອັດຕາດອກເບ້ຍຢູ່ລະດັບຕ່ຳທີ່ສຸດ ແມ່ນ 0,1%.

ການເຄື່ອນໄຫວເປີດ ກວ້າງ ໂຄງການຄິວອີ ແມ່ນລ້ວນແຕ່ຖືກນັກວິເຄາະຍອມຮັບກ່ອນໜ້ານີ້, ຫຼັງຈາກເສດຖະກິດອັງກິດ ຫຼຸດລົງ 20% ໃນເດືອນເມສາຜ່ານມາ ໃນທ່າມກາງມາດຕະການປິດປະເທດ ທີ່ໄດ້ປະຕິບັດມາແຕ່ວັນທີ 23 ເດືອນມີນາຜ່ານມາ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ – 19. ຢ່າງໃດກໍຕາມ, ຜູ້ວາງແຜນນະໂຍບາຍ ຂອງ ບີໂອອີ ເຊື່ອວ່າເສດຖະກິດຂອງປະເທດຈະຟື້ນຕົວ ກໍຕໍ່ເມື່ອມາດຕະການປິດປະເທດໄດ້ຫຼຸດຜ່ອນລົງ.