ຕົວເລກໜ້າຕົກໃຈ ອາທິດດຽວຜູ້ວ່າງງານໃນອາເມຣິກາ ເພີ່ມຂຶ້ນ 1,5 ລ້ານຄົນ

97

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ຕົວເລກຜູ້ຍື່ນລົງທະບຽນຂໍໃຊ້ສິດເປັນຄົນວ່າງງານໃນອາເມຣິກາ ເພີ່ມຂຶ້ນ 1,5 ລ້ານຄົນໃນອາທິດຜ່ານມາ ເຊິ່ງເປັນຕົວເລກທີ່ສູງກວ່າທີ່ຄາດການໄວ້ ອັນໄດ້ສົ່ງສັນຍານບົ່ງບອກວ່າຄວາມເສຍຫາຍດ້ານເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ຍັງຄົງມີຢ່າງຕໍ່ເນື່ອງ.


ກະຊວງແຮງງານຂອງອາເມຣິກາ ໄດ້ເປີດເຜີຍຕົວເລກຫຼ້າສຸດ ເຊິ່ງສະແດງໃຫ້ເຫັນວ່າ ເຖິງແມ່ນວ່າມາດຕະການຜ່ອນຜັນຈາກການປິດປະເທດ ( ລັອກ ດາວ ) ກຳລັງດຳເນີນໄປທົ່ວປະເທດ ແຕ່ມີຜູ້ມາຍື່ນຂໍໃຊ້ສິດສຳລັບຄົນວ່າງງານກັບຫຼຸດລົງພຽງ 58 ພັນຄົນເທົ່ານັ້ນ ເມື່ອທຽບກັບອາທິດກ່ອນ.


ທັງນີ້ຖືເປັນ 13 ອາທິດຕິດຕໍ່ກັນ ທີ່ມີຜູ້ຍື່ນຂໍໃຊ້ສິດເປັນຄົນວ່າງງານຕໍ່ກະຊວງແຮງງານ ສະຫະລັດອາເມຣິກາ ສູງກວ່າ 1 ລ້ານຄົນ; ນັກເສດຖະສາດ ຊີ້ວ່າ: ຕົວເລກການວ່າງງານທີ່ຄ່ອຍໆຫຼຸດລົງສະແດງໃຫ້ເຫັນວ່າ ບັນດາຫົວໜ່ວຍທຸລະກິດໄດ້ທະຍອຍເປີດດຳເນີນກິດຈະການຢ່າງຄ່ອຍເປັນຄ່ອຍໄປ.


ໃນເດືອນພຶດສະພາຜ່ານມາ ມີຕົວເລກອັດຕາການຈ້າງງານຢູ່ທີ່ 2,5 ລ້ານຕຳແໜ່ງ, ໃນຂະນະທີ່ອັດຕາການວ່າງງານຫຼຸດລົງເຫຼືອ 13,3%, ນັກວິເຄາະຂອງສະຫະລັດອາເມຣິກາ ຄາດວ່າ: ອັດຕາການວ່າງງານຂອງອາເມຣິກາ ຈະຢູ່ທີ່ 9% ໃນທ້າຍປີນີ້ຫາຕົ້ນປີໜ້າ.


ຂໍ້ມູນຂອງກະຊວງແຮງງານອາເມຣິກາ ຍັງເປີດເຜີຍວ່າ: ມາຮອດວັນທີ 30 ເດືອນພຶດສະພາ ມີຊາວອາເມຣິກາ ມາລົງທະບຽນຂໍໃຊ້ສິດເປັນຄົນວ່າງງານ ປະມານ 29 ລ້ານຄົນ ຫຼື ປະມານ 1 ໃນ 5 ຂອງແຮງງານທັງໝົດໃນອາເມຣິກາ ທີ່ຂໍຮັບການຊ່ວຍເຫຼືອໃນຖານະຜູ້ວ່າງງານ.