ຕ້ອງແບບນີ້!ຕະຫຼາດສະຫວັນໄຊ ເພີ່ມຊິງກາງ 8 ໜ່ວຍຜູ້ໃດຊັ່ງບໍ່ເຕັມຈັບມາໃສ່ນີ້ເລີຍ

153

ມີຊີງກາງຈະດີທີ່ສຸດ ຜູ້ຄ້າບໍ່ກ້າໂລບຜູ້ຊື້ບໍ່ຖຶກເອົາລັດເອົາປຽບ ແຕ່ສຳຄັນຢູ່ທີ່ຄວາມໃສ່ໃຈຂອງທັງສອງຝ່າຍເປັນຕົ້ນພໍ່ຄ້າມີຄວາມຈີງໃຈສ່ຳໃດ, ແລະຄົນຊື້ເດມີຄວາມຕື່ນຕົວເປັນເຈົ້າການຫຼືບໍ ບໍຄວນມັກງ່າຍຕ່າງຄົນຕ່າງໃສ່ໃຈບ້ານເມືອງເຮົາຈະຄ່ອຍໆໄດ້ຮັບການແກ້ໄຂໃນເລື່ອງຊັ່ງຜອງບໍ່ເຕັມອັດຕາລົງເທື່ອລະກ້າວ.


ຄືດັ່ງແຂວງສະຫວັນນະເຂດ ພາຍຫຼັງເກີດມີປາກສຽງເລື່ອງສັ່ງບໍ່ເຕັມນ້ຳໜັກວ່າງບໍ່ດົນມານີ້ ຫຼ້າສຸດທາງການຈັດຕັ້ງໄດ້ນຳເອົາຊີງກາງໄປຕັ້ງເພີ່ມອີກ 8 ໜ່ວຍ ສ້າງຄວາມໝັ້ນໃຈໃຫ້ຜູ້ບໍລິໂພກ ແລະ ໄດ້ມີພິທີເປີດນຳໃຊ້ຊິງກາງໃນອາທິດແລ້ວນີ້ ທີ່ຕະຫຼາດສະຫວັນໄຊ ແຂວງສະຫວັນນະເຂດ, ເຂົ້າຮ່ວມມີ ທ່ານ ພອນສະໄໝ ຈັນສີນາ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ທ່ານ ຄຳດຽງ ແສງເລືອງຊົມພູ ຮອງຜູ້ອຳນວຍການຕະຫຼາດສະຫວັນໄຊ, ມີແຂກທີ່ຖືກເຊີນ ແລະ ພະນັກງານວິຊາການເຂົ້າຮ່ວມ.


ທ່ານ ພອນສະໄໝ ຈັນສີນາ ກ່າວວ່າ: ເພື່ອເປັນການແກ້ໄຂປາກົດການຫຍໍ້ທໍ້ ແລະ ຫຼຸດຜ່ອນຫາງສຽງຂອງສັງຄົມຈົ່ມວ່າ ທີ່ຫຼາຍໆຄົນໄດ້ເຫັນຜ່ານມາທາງສື່ອອນລາຍ ກ່ຽວກັບການຊັ່ງຜອງລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ ກ່ຽວກັບຊິງເຕັມຊິງບໍ່ເຕັມພາຍໃນແຂວງສະຫວັນນະເຂດ. ສະນັ້ນ, ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີຂອງພວກເຮົາ ເຊິ່ງເປັນຂະແໜງການຫຼັກໃນການຄຸ້ມຄອງມາດຕະຖານການຊັ່ງການຜອງໄດ້ເຄັ່ງຮ້ອນ ໃນການປະສານກັບຜູ້ຈັດສັນຕະຫຼາດພາຍໃນເທສະບານນະຄອນໄກສອນ ພົມວິຫານ ຕິດຕັ້ງຊິງກາງທີ່ໄດ້ຮັບການກວດທຽບມາດຕະຖານຄືນໃໝ່ພາຍໃນຕະຫຼາດ ພ້ອມຕິດປ້າຍຊີ້ບອກແນະນຳກ່າວເຕືອນທີ່ຊັດເຈນ ເພື່ອໃຫ້ຜູ້ຊື້ໄດ້ໃຊ້ບໍລິການຊິງກາງທີ່ໄດ້ຜ່ານການກວດທຽບມາດຕະຖານມາແລ້ວຢ່າງທົ່ວເຖິງ ແລະ ຍັງຈະໄດ້ຂະຫຍາຍໄປສູ່ຕະຫຼາດແຕ່ລະເມືອງຂອງແຂວງນຳອີກ.


ນອກຈາກມີຊິງກາງແລ້ວ ຂະແໜງການດັ່ງກ່າວ ຍັງໄດ້ມີການກວດທຽບມາດຕະຖານຊິງຂອງຜູ້ຂາຍສິນຄ້າໃນຕະຫຼາດ ແລະ ຕາມຫ້າງຮ້ານແຄມທາງ, ຊິງທີ່ໄດ້ຜ່ານການກວດທຽບມາດຕະຖານແລ້ວທາງຂະແໜງການດັ່ງກ່າວ ໄດ້ມີການໜີບກົ່ວເພື່ອບໍ່ໃຫ້ສາມາດດັດແປງໄດ້ ພ້ອມຕິດສະຕິກເກີເພື່ອຢັ້ງຢືນວ່າຊິງນັ້ນໄດ້ຮັບການກວດທຽບມາດຕະຖານແລ້ວ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ບໍລິໂພກເມື່ອເວລາຊັ່ງຜອງໃຫ້ສັງເກດສະຕິກເກີຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ກໍລະນີສົງໄສກໍໃຫ້ນຳເອົາສິນຄ້ານັ້ນໄປກວດທຽບກັບຊິງກາງຢູ່ໃກ້ຕົວທ່ານ.

ໃນນີ້, ໄດ້ເພີ່ມຊິງກາງທີ່ຕະຫຼາດສະຫວັນໄຊ ທີ່ເປັນຕະຫຼາດໃຫຍ່ຂອງເທສະບານແຂວງເຂົ້າໄປອີກຈາກເດີມມີພຽງ 3 ໜ່ວຍ ເພີ່ມມາອີກ 8 ໜ່ວຍເບື້ອງທາງຕະຫຼາດຂາຍຜັກ – ຊີ້ນ ຈະມີຢູ່ທຸກໆ 15 ແມັດ ເພື່ອໃຫ້ສະດວກສະບາຍໃນການໃຊ້ບໍລິການ.