ຂ່າວດີເຊັ່ນເຄີຍ 69 ມື້ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

68

ອີກ 1 ມື້ຈະຄົບ 2 ເດືອນເຕັມ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19, ສ່ວນຄົນເຈັບທີ່ຕິດເຊື້ອທັງໝົດປິ່ນປົວຫາຍດີ ອອກໂຮງໝໍຄົບທຸກຄົນແລ້ວ, ສະເພາະວັນທີ 19 ມິຖຸນາ 2020 ເກັບຕົວຢ່າງກວດຫາເຊື້ອທັງໝົດ 266 ຄົນ ຜົນກວດລ້ວນເປັນລົບ.

ອີງຕາມບົດຂ່າວຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ ໂຄວິດ-19  ປະຈໍາວັນເສົາທີ 20 ມິຖຸນາ ປີ 2020 ໃຫ້ຮູ້ວ່າ: ສະພາບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 19 ມິຖຸນາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ, ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.804 ຄົນ, ເຊິ່ວທຸກຄົນຜ່ານເຄື່ອງກວດແທກອຸນຫະພູມ ແລະ ບໍ່ພົບຜູ້ມີອາການໄຂ້.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 19 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 266 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 220 ຕົວຢ່າງ ແລະ ແຮງງານຈີນເຂົ້າມາລາວ (ແຂວງຫົວພັນ) 6 ຕົວຢ່າງ, ຜົນກວດທັງໝົດມື້ວານນີ້ ບໍ່ພົບເຊື້ອ. (ໃນວັນທີ 19 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່).

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 12 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 12,222 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (69 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ສໍາລັບການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປັດຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 90 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.971 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.