ມາສເຕີ 7 ເອັຟຊີ ປີນີ້ມີດີແນ່ນອນດຶງນັກເຕະດັງຫຼາຍຄົນຮ່ວມທີມ ພ້ອມຕັ້ງເປົ້າຄວ້າແຊັມລາວລີກ

117

ເປບຊີ ລາວລີກ 1 ຫຼື ລີກສູງສຸດຂອງ ສປປ ລາວ ປີນີ້ສູສີແນ່ນອນ ເມື່ອ ມາສເຕີ 7 ເອັຟຊີ ຈັດການເສີມນັກເຕະເດັດໆມາຮ່ວມທີມຫຼາຍຄົນ ໂດຍສະເພາະດຶງ 3 ນັກເຕະຈາກ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າມາຮ່ວມທີມ ຍັງດຶງນັກເຕະຊາວຍີ່ປຸ່ນຢ່າງ Kosuke YAMAZIDA ອະດີດກອງກາງຂອງ ລ້ານຊ້າງ ຢູໄນເຕັດ ທີ່ເຄີຍສ້າງຊື່ໃນລາວລີກມາແລ້ວ ເຮັດໃຫ້ເປົ້າໝາຍທີ່ຕັ້ງເປົ້າໄວ້ສູງສຸດໃນປີນີ້ມີໂອກາດເຕັມຕົວ.

ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານ ແລະ ຜູ້ຈັດການທີມຂອງ ມາສເຕີ 7 ເອັຟຊີ ໃຫ້ສໍາພາດເມື່ອວັນທີ 16 ມິຖຸນາ 2020 ວ່າ: ມາສເຕີ 7 ເອັຟຊີ ໄດ້ເກັບຕົວມາຕັ້ງແຕ່ເດືອນຕຸລາ 2019 ເປັນຕົ້ນມາ ແລະ ໄດ້ເຂົ້າຮ່ວມລາຍການ ເອເອັຟຊີ ຄັບ ຮອບເພລອ໊ອຟໃນຕົ້ນປີ 2020 ກ່ອນທີ່ຈະໃຫ້ນັກເຕະຊ້ອມຢູ່ເຮືອນຂອງໃຜລາວ ໃນໄລຍະໂຄວິດ-19. ແນ່ນອນມາຮອດປັດຈຸບັນພວກເຮົາແມ່ນພ້ອມແລ້ວຈະເຂົ້າຮ່ວມ ລາວລີກ 1 ລະດູການ 2020 ແລະ ໄດ້ເສີມນັກເຕະຫຼາຍພໍສົມຄວນ ເພາະວ່າເປົ້າໝາຍໃນປີນີ້ພວກເຮົາຕັ້ງໄວ້ສູງທີ່ສຸດເທົ່າທີ່ເຄີຍມີມານັ້ນກໍຄືການເປັນແຊັມ ລາວລີກ 1 ໃຫ້ໄດ້.

“ ສໍາລັບສະໂມສອນ ມາສເຕີ 7 ເອັຟຊີ ຂອງພວກເຮົາເປັນສະໂມສອນທີ່ເນັ້ນການພັດທະນາ ບໍ່ວ່າຈະເປັນຄູຝຶກ, ນັກເຕະ, ນັກເຕະເຍົາວະຊົນ ແລະ ລະບົບຕ່າງຂອງວົງການບານເຕະລາວ. ຢ່າງໃດກໍຕາມ ສະໂມສອນພວກເຮົາແມ່ນຍັງບໍ່ສາມາດສົມທຽບກັບສະໂມສອນອື່ນ ແລະ ລະດັບຕ່າງຊາດໄດ້ ແຕ່ວ່າ ພວກເຮົາກໍຈະຄ່ອຍໆພັດທະນາຕໍ່ໆໄປ. ສ່ວນຄູ່ແຂ່ງໃນປີນີ້ກໍຍົກໃຫ້ທຸກໆທີມ ເພາະແຕ່ລະທີມມີການເສີມທີມຫຼາຍ ແລະ ມີສັກກະຍະພາບໃກ້ຄຽງກັນ, ຂະນະທີ່ ແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ແລະ ເປັນແຊັມເຖິງ 4 ສະໄໝ ປີນີ້ກໍຍັງມີຄວາມໜ້າຢ້ານຫຼາຍ ເພາະເປັນສະໂມສອນທີ່ມີຄວາມພຽບພ້ອມຫຼາຍກວ່າ ມາສເຕີ 7 ເອັຟຊີ. ຢ່າງໃດກໍຕາມ ພວກເຮົາຈະເຮັດເຕັມທີ່ ”, ຮອງປະທານສະໂມສອນ ມາສເຕີ 7 ເອັຟຊີ ກ່າວ.

ທ່ານ ບຸນຖະໜອມ ກ່າວອີກວ່າ: ປີນີ້ພວກເຮົາໄດ້ຄວ້າ Kosuke YAMAZIDA ນັກເຕະຊາວຍີ່ປຸ່ນ ທີ່ເປັນອະດີດກອງກາງຂອງ ລ້ານຊ້າງ ຢູໄນເຕັດ ທີ່ເຄີຍມາຫຼິ້ນໃນລີກສູງສຸດຂອງ ສປປ ລາວ ເຊິ່ງເປັນນັກເຕະແບບຢ່າງຂອງສະໂມສອນພວກເຮົາ ຈະຍ້າຍຈາກທີມໃນມຽນມາ ມາຮ່ວມກັບພວກເຮົາ ແລະ ອີກ 1 ຄົນມາຈາກຍີ່ປຸ່ນແມ່ນ ໂອຕິ ທີ່ຫຼິ້ນໃນລີກກໍາປູເຈຍ ເຊິ່ງທັງສອງຈະມາຮ່ວມທີມໄດ້ໄວທີ່ສຸດ ຫຼັງຈາກທີ່ເປີດປະເທດ ຫຼື ອະນຸຍາດໃຫ້ນັກເຕະເຂົ້າມາໄດ້. ສ່ວນອີກ 5 ນັກເຕະມາຈາກ ສປປ ລາວ ປະກອບມີ ສາຍຊົນ ຂຸນສໍານານ, ມະໂນລົມ ເພັດພັກດີ ແລະ ເກດສະດາ ສຸກສະຫວັນ 3 ນັກເຕະຈາກ ລາວໂຕໂຢຕ້າ ເອັຟຊີ ແລະ ອີກ 2 ມາຈາກຊ້າງນ້ອຍ ເອັຟຊີ ປະກອບດ້ວຍ ຈັນສະໝອນ ພົມມາລີວົງ ແລະ ກຽງທະວີສັນ ໄຊຊະນະປັນຍາ.

ຂະນະດຽວກັນ ແກ້ວວຽງເພັດ ລິດທິເດດ ຫົວໜ້າທີມຂອງ ມາສເຕີ 7 ເອັຟຊີ ກ່າວວ່າ: ລາວລີກ 1 ປີ 2020 ພວກເຮົາໄດ້ວາງເປົ້າໝາຍສູງ ແລະ ພວກເຮົາໄດ້ຄັດເລືອກເອົານັກກີລາ ທີ່ມີປະສົບການເຂົ້າມາຮ່ວມທີມຫຼາຍຄົນ ເພື່ອໃຫ້ເປົ້າໝາຍກ້າວສູ່ຜົນສໍາເລັດ. ຢ່າງໃດກໍຕາມ ເຖິງປີນີ້ຈະໄດ້ຮັບຜົນກະທົບຈາກ ໂຄວິດ-19 ເຮັດໃຫ້ບັນຍາກາດຂ້ອນຂ້າງງຽບໆໃນຕົ້ນປີ ແຕ່ທຸກທີມກໍມີຄວາມກຽມພ້ອມ ເຊື່ອວ່າການແຂ່ງຂັນລາວລີກ 1 ປີນີ້ຈະມ່ວນແນ່ນອນ.

ສໍາລັບ ມາສເຕີ 7 ເອັຟຊີ ຈະໃຊ້ນັກເຕະທັງໝົດ 22 ຄົນ ( ນັກເຕະຕ່າງຊາດ 4 ຄົນ ) ເຂົ້າຮ່ວມ ລາວລີກ 1 ລະດູການ 2020, ສ່ວນຜົນງານປີ 2019 ທີ່ຜ່ານມາ ລົງສະໜາມ 15 ນັດຊະນະ 9 ສະເໝີ 2 ແລະ ເສຍ 4 ນັດມີ 29 ຄະແນນຄວ້າຮອງແຊັມ ໂດຍຕາມຫຼັງແຊັມຢ່າງ ລາວໂຕໂຢຕ້າ ເອັຟຊີ ຢູ່ 8 ຄະແນນ ເຊິ່ງໄດ້ສິດໄປແຂ່ງຂັນຮອບເພລອ໊ອຟລາຍການ ເອເອັຟຊີ ຄັບ 2020 ເປັນຄັ້ງທໍາອິດ