ແຈ້ງການປິດນ້ຳ 15 ບ້ານໃນໄຊເສດຖາກຽມໂຕ່ງໄວ້ເດີ້

92

ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ແຈ້ງເຖິງຜູ້ຊົມໃຊ້ນ້ຳທົ່ວເມືອງໄຊເສດຖາ ໃຫ້ພ້ອມພາກັນໂຕ່ງນ້ຳໄວ້ ເນື່ອງຈາກວັນທີ 23 ມິຖຸນາ 2020 ນີ້ຈະມີການປ່ຽນຖ່າຍປະຕູນ້ຳຂະໜາດ 400 ຢູ່ເຂດທາດຫຼວງໃຕ້ ເຊິ່ງຈະກະທົບໄປເຖິງ 15 ບ້ານໃນທົ່ວເມືອງ.


ການສ້ອມແປງດັ່ງກ່າວ ແມ່ນຈະກະທົບຕໍ່ລະບົບນ້ຳເຮັດໃຫ້ນ້ຳມາຄ່ອຍ ຫຼື ບໍ່ມີນ້ຳໃນຂອບເຂດບ້ານທາດຫຼວງໃຕ້, ວຽງຈະເລີນ, ຫົວຂົວ, ໂນນສະຫວ່າງ, ວັງຊາຍ, ໂຊກຄຳ, ໂນນສະຫງ່າ, ຊຳເຄ້, ໂນນຄໍ້ເໜືອ, ແສງສະຫວ່າງ, ໂນນຄໍ້ໃຕ້, ຄຳສະຫວາດ, ສົມສະຫງ່າ, ຂາມງອຍ, ໂນນຫວາຍ ຂອງເມືອງໄຊເສດຖາ.

ດັ່ງນັ້ນ ເພື່ອຄວາມສະດວກຕໍ່ການຊົມໃຊ້ໃນຄົວເຮືອນຂອງທ່ານຈິ່ງແຈ້ງໃຫ້ໂຕ່ງນ້ຳໄວ້ ເພາະການສ້ອມແປງຈະແກ່ຍາວເວລາແຕ່ 9:00-16:00 ໂມງ ໃຊ້ເວລາທັງໝົດ 8 ຊົ່ວໂມງ.