ລອງເລີຍ! ເຕັກນິກການປູກຕົ້ນໝາກຂີ້ຫູດ ພືດປູກງ່າຍໃຫ້ຜົນຜະລິດຍາວນານ

198

ໝາກຂີ້ຫູດ ນັບວ່າເປັນພືດສວນຄົວອີກຊະນິດໜຶ່ງທີ່ໃຫ້ປະໂຫຍດຫຼາຍຢ່າງ ໂດຍສະເພາະແມ່ນໃບຂອງມັນທີ່ນໍາມາປະກອບໃສ່ປຸງແຕ່ງອາຫານໃຫ້ມີກິ່ນຫອມ, ດັບກິ່ນຄາວໄດ້ອີກ, ທີ່ສໍາຄັນປູກພຽງຄັ້ງດຽວສາມາດເກັບຜົນຜະລິດໄດ້ຍາວນານບໍ່ເປືອງຕົ້ນທຶນການຜະລິດ ພຽງແຕ່ປູກ ແລະ ບົວລະບັດໃຫ້ຖືກວິທີເທົ່ານັ້ນ. ນອກຈາກນີ້, ພືດດັ່ງກ່າວຍັງສາມາດປູກຂາຍເປັນສິນຄ້າໄດ້ທັງໃບ ແລະ ໝາກ, ສ່ວນລາຄາກໍມີການຂຶ້ນລົງຕາມການເໜັງຕີງຂອງລາຄາສິນຄ້າໃນຕະຫຼາດ.

ໝາກຂີ້ຫູດ ເປັນພືດທີ່ປູກ ແລະ ດູແລຮັກສາງ່າຍ ບໍ່ມີບັນຫາເລື່ອງພະຍາດ ຫຼື ສັດຕູພືດອື່ນໆມາກວນໃຈ, ຖ້າໃຜທີ່ມີ ຄວາມສົນໃຈປູກເປັນສິນຄ້າໃຫ້ປູກໃນໄລຍະຫ່າງ 1 x 1ແມັດ, ໄດ້ປະມານ 800 ຕົ້ນຕໍ່ໄລ່ ເຊິ່ງເໝາະສໍາລັບປູກເພື່ອໃຫ້ໄດ້ໃບຂີ້ຫູດດົກໜາ ແຕ່ໄລຍະຫ່າງທີ່ເໝາະສົມໃນການປູກເພື່ອໃຫ້ໄດ້ໝາກຂີ້ຫູດ ໂດຍສະເພາະແມ່ນ 2 x 2ແມັດ ຫຼື 4 x 4 ແມັດກໍໄດ້ ເທົ່າກັບວ່າ 400 ຕົ້ນຕໍ່ໄລ່.

ວິທີການປູກ: ໃຫ້ເລືອກພື້ນທີ່ດິນປົນຊາຍ ຫຼື ພື້ນທີ່ມີການລະບາຍນໍ້າທີ່ດີ, ຂຸດຂຸມໃຫ້ ກວ້າງ, ເລິກ, ຍາວປະມານ 50 x 50 x 50 ຊັງຕີແມັດ ຮອງກົ້ນຂຸມດ້ວຍຂີ້ງົວປະສົມດິນ, ຫຼັງຈາກນັ້ນ, ກໍນໍາເບ້ຍໝາກຂີ້ຫູດລົງປູກ ພ້ອມຄູນດິນຖົມໄວ້ ແລ້ວນໍາເຟືອງປົກໄວ້ຫົດນໍ້າສະໝໍ່າສະເໝີຈົນກວ່າມັນຈະເຕີບໂຕ, ທີ່ສໍາຄັນໃຫ້ເຮັດຫຼັກປັກກັບຕົ້ນເພື່ອກັນບໍ່ໃຫ້ລົມພັດລົ້ມຈົນກວ່າຕົ້ນໝາກຂີ້ຫູດຈະແຂງແຮງ.

ສ່ວນການໃຫ້ນໍ້າຄວນເຮັດເປັນລະບົບສະປຣິງເກີ ເພື່ອຫຼຸດຜ່ອນການໃຊ້ແຮງ ແລະ ຍັງສາມາດຫົດນໍ້າໃສ່ຕົ້ນໝາກຂີ້ຫູດໄດ້ທົ່ວເຖິງທັງຕົ້ນ ແລະ ໃບ. ໄລຍະເວລາເກັບກ່ຽວ: ໂດຍສະເລ່ຍແລ້ວປູກໝາກຂີ້ຫູດອາຍຸປະມານ 3 ຫາ 5 ປີ ສາມາດເກັບຜົນຜະລິດໄດ້ ເຊິ່ງຕົ້ນໝາກຂີ້ຫູດຕົ້ນໜຶ່ງສາມາດຕັດໃບອອກຂາຍໄດ້ 30 ຫາ 40 ກິໂລກຣາມຂຶ້ນໄປ.