ອົສຕຣາລີ ອາດປິດດ່ານເຂົ້າ – ອອກເມືອງ ຈົນໝົດປີນີ້

137

ເຖິງແມ່ນວ່າການແຜ່ລະບາດຂອງພະຍາດໂຄວິດ – 19 ຢູ່ຫຼາຍປະເທດໄດ້ຜ່ອນຄາຍລົງແດ່ແລ້ວ ແຕ່ກໍມີອີກຫຼາຍປະເທດໄດ້ເກີດການລະບາດຂຶ້ນຮອບໃໝ່ ແລະ ຕ້ອງອອກມາດຕະການຄວບຄຸມຢ່າງຮອບຄອບ.

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຄຳຖະແຫຼງຂອງລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຂອງອົສຕຣາລີ ວ່າ: ອົສຕຣາລີ ອາດຈະປິດດ່ານເຂົ້າ – ອອກເມືອງ ຈົນຮອດຕົ້ນປີໜ້າ ໂດຍການປິດດ່ານຊາຍແດນເປັນທາງເລືອກສຳຄັນທີ່ຈະເຮັດໃຫ້ປະເທດປະສົບຜົນສຳເລັດໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19.

ປັດຈຸບັນອົສຕຣາລີ ໄດ້ເປີດໃຫ້ປະຊາຊົນເດີນທາງໄປຕ່າງແຂວງເປັນທີ່ຮຽບຮ້ອຍແລ້ວ, ສ່ວນການເປີດດ່ານຊາຍແດນລະຫວ່າງອົສຕຣາລີ ກັບນູແວນເຊລັງ ( Trans-Tasman Bubble ) ນັ້ນ ກຳລັງຢູ່ໃນຂັ້ນຕອນການພິຈາລະນາຂອງລັດຖະບານຂອງສອງປະເທດ ແຕ່ກໍຍັງບໍ່ມີກຳນົດການວ່າຈະເປີດເມື່ອໃດ.