ລາວ-ຈີນ ຫາລືການໄປມາຫາສູ່ກັນທີ່ຈຳເປັນຮີບດ່ວນໃນໄລຍະໂຄວິດ-19

105

ປັດຈຸບັນ ສປປ ລາວ ປອດຜູ້ຕິດເຊື້ອໂຄວິດ-19 ເປັນເວລາ 2 ເດືອນກວ່າແລ້ວ ແຕ່ສະພາບການລະບາດຂອງພະຍາດດັ່ງກ່າວຢູ່ບັນດາປະເທດໃກ້ຄຽງຍັງມີຢູ່ລວມທັງ ສປ ຈີນ ທີ່ບາງເຂດຍັງມີການ ລະບາດ ແນວໃດກໍ່ຕາມການຮ່ວມມືສອງຝ່າຍມີຫຼາຍຂົງເຂດທີ່ຈຳເປັນຮີບດ່ວນຕ້ອງນຳໃຊ້ບຸກຄະລາກອນ ແລະຕ້ອງໄປມາຫາສູ່ຂາດບໍ່ໄດ້ ຈິ່ງເຫັນວ່າຄວນມີການຕົກລົງຮ່ວມກັນເພື່ອອຳນວຍຄວາມສະດວກຕໍ່ກໍລະນີຈຳເປັນຕ້ອງເດີນທາງເພື່ອໜ້າທີ່ການງານພິເສດ.

ໃນວັນທີ 16 ມິຖຸນາ 2020 ຜ່ານມາ, ທ່ານຈ່ຽງຈາຍຕົ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ໂອ້ລົມຜ່ານໂທລະສັບກັບທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາໃນການພົວພັນຮ່ວມມື ລາວ-ຈີນ ເປັນຕົ້ນແມ່ນ ການໄປມາຫາສູ່ກັນຂອງການນຳຂັ້ນສູງ, ການຮ່ວມມືກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ມາດຕະການຜ່ອນຜັນສຳລັບການເດີນທາງທີ່ຈຳເປັນ, ການອຳນວຍຄວາມສະດວກໃຫ້ການປະຕິບັດບັນດາໂຄງການຮ່ວມມືທີ່ສໍາຄັນ ພາຍໃຕ້ເງື່ອນໄຂສືບຕໍ່ປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິ.

ພາບປະກອບຂ່າວເທົ່ານັ້ນ

ສອງຝ່າຍໄດ້ຕີລາຄາວ່າ ນັບແຕ່ໄດ້ເກີດມີພະຍາດໂຄວິດເປັນຕົ້ນມາສະຖານທູດຈີນ ແລະ ອົງການທີ່ກ່ຽວຂ້ອງຂອງຝ່າຍລາວໄດ້ປະສານງານຢ່າງແໜ້ນແຟ້ນລົງເລິກການຮ່ວມມືປ້ອງກັນພະຍາດຢ່າງຕໍ່ເນື່ອງ ຕັ້ງໜ້າຊຸກຍູ້ໂຄງການຮ່ວມມືຕ່າງໆໂດຍສະເພາະແມ່ນໂຄງການໃຫຍ່ສໍາຄັນ ແລະ ໂຄງການກ່ຽວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ, ພະຍາຍາມອຳນວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ການຂົນສົ່ງເຄື່ອງມື, ອຸປະກອນທີ່ຈໍາເປັນນຳໃຊ້ເຂົ້າໃນໂຄງການສາມາດມາຮອດ ສປປ ລາວ ຢ່າງທັນການ, ເຊິ່ງຮັບປະກັນໃຫ້ໂຄງການສໍາຄັນຕ່າງໆເຊັ່ນ:ທາງລົດໄຟ ລາວ-ຈີນ, ທາງດ່ວນວຽງຈັນ-ວັງວຽງ, ໂຮງໝໍມະໂຫສົດແລະ ໂຄງການອື່ນໆ ສາມາດບັນລຸຄວາມຄືບໜ້າຕາມຄາດໝາຍ.

ພາບປະກອບຂ່າວເທົ່ານັ້ນ

ໃນໄລຍະຜ່ານມາ, ສອງປະເທດໄດ້ບັນລຸໝາກຜົນທີ່ສໍາຄັນຮ່ວມກັນໃນການປ້ອງກັນເຊື້ອພະຍາດໂຄວິດ-19 ແລະ ໃນຕໍ່ໜ້າ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການຟື້ນຟູການຜະລິດ ແລະ ການພັດທະນາເສດຖະກິດສັງຄົມຂອງສອງຝ່າຍ, ການປະຕິບັດໂຄງການຮ່ວມມືທີ່ສໍາຄັນຕ່າງໆ, ສອງຝ່າຍໄດ້ແລກປ່ຽນບາງບັນຫາດັ່ງລຸ່ມນີ້:

ຝ່າຍລາວຈະຮັບໄປພິຈາລະນາ ຂໍ້ສະເໜີຂອງຝ່າຍຈີນກ່ຽວກັບການເປີດ “ຊ່ອງທາງສີຂຽວ” ສຳລັບການເດີນທາງທີ່ມີຄວາມຈຳເປັນຮີບດ່ວນ ລະຫວ່າງ ລາວ-ຈີນ, ຈີນ-ລາວ”.

ສຳລັບບໍລິສັດຂອງ ຈີນ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດ ຫຼື ມີໂຄງການ ຢູ່ ສປປ ລາວ ທີ່ມີຈຸດປະສົງຈະນໍາເອົາພະນັກງານເຂົ້າມາເຮັດວຽກໃນໂຄງການຂອງຕົນ ແມ່ນໃຫ້ດໍາເນີນການຕາມຂັ້ນຕອນປົກກະຕິ ໂດຍສະເໜີຜ່ານຂະແຫນງການທີ່ກ່ຽວຂ້ອງ ແລະ ໄດ້ຮັບການອະນຸມັດ ວີຊາ ຈາກກະຊວງການຕ່າງປະເທດແລ້ວ ຈຶ່ງສາມາດໄປຂໍ ວີຊາ ຢູ່ ສະຖານທູດ ແລະ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ອາດຈະຂໍເປັນລາຍບຸກຄົນ ຫລື ເປັນກຸ່ມກໍ່ໄດ້.

ພາບປະກອບຂ້່າວເທົ່ານັ້ນ

ຝ່າຍຈີນ ເຫັນດີຈະຕັ້ງໜ້າຄົ້ນຄວ້າມາດຕະການອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນທາງການ ແລະ ບຸກຄົນຂອງລາວທີ່ມີຄວາມຈຳເປັນເດີນທາງໄປຈີນອີກດ້ວຍ.

ສປ ຈີນ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ຢ່າງໃກ້ຊິດ ແລະ ກຳລັງພິຈາລະນາໃຫ້ການຊ່ວຍເຫຼືອຕື່ມສຳລັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ເພື່ອບໍ່ໃຫ້ກັບມາລະບາດຮອບໃໝ່ຕາມການສະເໜີຂອງກະຊວງສາທາລະນະສຸກລາວ.

ຂໍ້ມູນຈາກ: ກະຊວງການຕ່າງປະເທດ