ທ່ານສອນໄຊ ສິດພະໄຊ ຂຶ້ນເປັນປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວຄົນໃໝ່

384

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຢ່າງເປັນທາງການລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານສະພາບໍລິຫານ ທຫລ (ຜູ້ເກົ່າ) ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ , ປະທານສະພາບໍລິຫານ ທຫລ (ຜູ້ໃໝ່) ໃນວັນທີ 18 ມິຖຸນາ 2020 ໂດຍມີກໍາມະການສະພາບໍລິຫານ ທຫລ, ຄະນະຜູ້ວ່າການ ທຫລ ແລະ ບັນດາກົມ-ທຽບເທົ່າກົມ ເຂົ້າຮ່ວມ.


ການຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຜູ້ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ໃນຄັ້ງນີ້, ປະກອບດ້ວຍບັນດາຄະນະນໍາທີ່ມາຈາກ ຂະແໜງການກ່ຽວຂ້ອງກັບການເຄື່ອນ ໄຫວຂອງທະນາຄານ ແລະ ມາຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ຈາກມະຫາວິ ທະຍາໄລແຫ່ງຊາດ ໂດຍໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ທຫລ ສະບັບເລກທີ 47/ສພຊ, ລົງວັນທີ 19/6/2018; ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 102/ນຍ, ລົງວັນທີ 31/1/2020 ວ່າດ້ວຍການແຕ່ງຕັ້ງສະພາບໍລິຫານ ທຫລ.

ເຊິ່ງເປັນການຈັດຕັ້ງບໍລິຫານສູງສຸດໃນການຕົກລົງ ແລະ ຮັບຮອງເອົາບັນຫາທີ່ສຳຄັນຕ່າງໆ ທີ່ຕິດພັນກັບການເຄື່ອນໄຫວໜ້າທີ່ການ ເມືອງຂອງ ທຫລ ເປັນຕົ້ນແຜນເງິນຕາແຫ່ງຊາດ ເພື່ອສະເໜີລັດຖະບານພິຈາລະນາ ແລະ ສະ ເໜີຕໍ່ສະພາແຫ່ງຊາດຮັບຮອງ, ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ ແລະ ທິດທາງໃນປີຕໍ່ໄປ, ການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍປະຈໍາປີ ແລະ ທິດທາງໃນປີຕໍ່ໄປ ເພື່ອສະເໜີນາຍົກລັດຖະມົນຕີ ພິຈາລະນາອະນຸມັດ, ພ້ອມນີ້, ຍັງມີໜ້າທີ່ຮັບຮອງເອົານະໂຍບາຍ ແລະ ລະບຽບການທີ່ສຳຄັນພາຍໃນຂອງ ທຫລ.

ຂ່າວ-ພາບ: ຣັດສະໝີ ດວງສັດຈະ