ລົງທຶນກວ່າ 6 ແສນໂດລາ ສ້າງນ້ຳປະປາເພີ່ມ2 ແຫ່ງຢູ່ຫຼວງພະບາງ

169

ເພື່ອຮັບປະກັນໄດ້ຄວາມສະດວກສະບາຍ ແລະ ໄດ້ນໍາໃຊ້ນໍ້າສະອາດຂອງພໍ່ແມ່ປະຊາຊົນພາຍໃນແຂວງ, ເຈົ້າແຂວງຫຼວງພະບາງໄດ້ຕົກລົງເຫັນດີໃຫ້ 2 ບໍລິສັດ ກໍ່ສ້າງລະບົບນໍ້າປະປາ 2 ແຫ່ງ ຢູ່ກຸ່ມບ້ານເມືອງຂ່າຍ ນະຄອນຫຼວງພະບາງ ແລະ ຢູ່ກຸ່ມບ້ານປາກເກງ-ຫາດຮວຍເມືອງປາກແຊງ ແຂວງຫຼວງພະບາງ ລວມມູນຄ່າ 6 ແສນກວ່າໂດລາສະຫະລັດ ກໍານົດເວລາກໍ່ສ້າງ 10 ເດືອນໃຫ້ສຳເລັດ.

ໃນວັນທີ 17 ມິຖຸນາ 2020, ທີ່ຫ້ອງປະຊຸມ ພະແນກ ໂຍທາທິການ ແລະ ຂົນສົ່ງ(ຍທຂ), ພະແນກ (ຍທຂ) ແຂວງຫຼວງພະບາງຮ່ວມກັບມູນນິທິອິສ໌ມິສ໌ເມດປະຈຳລາວ ໄດ້ຈັດພິທີເຊັນສັນຍາກັບ ບໍລິສັດ ທໍ່ນໍ້າລາວ ຈຳກັດ ແລະ ບໍລິສັດ ຕ່ອງຄຳກໍ່ສ້າງເຄຫາສະຖານ ຈຳກັດ ເພື່ອກຽມສ້າງລະບົບນໍ້າປະປາ 2 ແຫ່ງ, ໂດຍການເຂົ້າຮ່ວມເປັນສັກຂີພີຍານຂອງທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ, ມີທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກ ຍທຂ(ເຈົ້າຂອງໂຄງ ການ), ທ່ານ ບຸນລົງ ດວງນາລີ ປະທານບໍລິສັດທໍ່ນໍ້າລາວ ຈຳກັດ(ຜູ້ຮັບເໝົາ), ທ່ານ ທິບພະສອນ ຄຳພູວົງ ປະທານ ບໍລິສັດ ຕ່ອງຄຳກໍ່ສ້າງ ແລະສ້ອມແປງເຄຫາສະຖານ ຈຳກັດ(ຜູ້ຮັບເໝົາ) ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳລັບໄລຍະເວລາການກໍ່ສ້າງແຕ່ລະແຫ່ງແມ່ນ 10 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປຈົນເຖິງວັນທີ 16 ເມສາ 2021 ໃຫ້ສຳເລັດ100%, ໂດຍມູນຄ່າສັນຍາຂອງໂຄງການກໍ່ສ້າງນໍ້າປະປາ ກຸ່ມບ້ານເມືອງຂ່າຍນະຄອນຫຼວງພະບາງແມ່ນ: 392.988ໂດລາສະຫະລັດໃນນັ້ນ ມີທຶນສົມທົບຂອງມູນນິທິອິສ໌ມິສ໌ເມດປະຈຳລາວ 80.000 ໂດລາສະຫະລັດ.

ສ່ວນໂຄງການກໍ່ສ້າງລະບົບນໍ້າປະປາຢູ່ ກຸ່ມບ້ານປາກເກງ-ຫາດຮວຍ ເມືອງປາກແຊງແມ່ນ 263.151 ໂດລາສະຫະລັດ, ໃນນັ້ນ, ມີທຶນສົມທົບຂອງມູນນິທິອິສ໌ມິສ໌ເມດປະຈຳລາວ 80.000 ໂດລາສະຫະລັດ, ເຊິ່ງມູນຄ່າດັ່ງກ່າວຖືວ່າເປັນມູນຄ່າຕາຍຕົວໂດຍບໍ່ມີການປ່ຽນແປງ ຕະຫຼອດໄລຍະຂອງໂຄງການ, ເວັ້ນເສຍແຕ່ຈະມີການເພີ່ມ ຫຼື ຫຼຸດບໍລິມາດຈາກລາຍການເດີມ ແຕ່ຕ້ອງໄດ້ຮັບການຢັ້ງຢືນເປັນລາຍລັກອັກສອນຈາກຄະນະກຳມະການກວດກາ ຄວາມຖືກຕ້ອງອະນຸຍາດເສຍກ່ອນຈຶ່ງຖືວ່າຖືກຕ້ອງ ຕາມລະບຽບການ.

ທີ່ມາ: ຂ່າວສານຫຼວງພະບາງ