ເຫັນທ່າແຮງທາງການຕະຫຼາດ ປະຊາຊົນ 25 ຄອບຄົວ ຫັນມາຮ່ວມກຸ່ມປູກກາເຟຂາຍ

170

ປະຊາຊົນລາວມີມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ ປູກຝັງລ້ຽງສັດເປັນອາຊີບມາແຕ່ດົນນານ ຈົນມາຮອດປັດຈຸບັນສິ່ງດັ່ງກ່າວກໍ່ຍັງມີຢູ່ ແຕ່ກໍ່ມີການປັບປຸງປ່ຽນແປງໄປຕາມຍຸກສະໄໝ ໂດຍສະເພາະແມ່ນການຫັນມາຍຶດເອົາການປູກເພື່ອເປັນສິນຄ້າ ເປັນຕົ້ນແມ່ນການປູກກາເຟ ເຊິ່ງເປັນສິນຄ້າທີ່ຕະຫຼາດຕ້ອງການຫຼາຍ ດັ່ງປະຊາຊົນ 25 ຄອບຄົວ ໃນບ້ານຮົ່ມທາດ ເມືອງຮົ່ມ ແຂວງໄຊສົມບູນ ທີ່ພ້ອມໃຈກັນຮ່ວມກຸ່ມປູກກາເຟເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ.

ທ່ານ ກໍລໍ່ ໂຊ້ຕູ້ກີ, ອຳນວຍການສວນກາເຟພູທາດ ໃຫ້ຮູ້ວ່າ: ການຈັດຕັ້ງກຸ່ມປູກກາເຟ ແມ່ນໄດ້ລົງມືຈັດຕັ້ງປະຕິບັດຕົວຈິງ ນັບແຕ່ປີ 2010 ເປັນຕົ້ນມາ ໂດຍໄດ້ແນວພັນຈາກໂຄງການພັດທະນາເຂດພູດອຍ ເຊິ່ງເມື່ອກ່ອນໂຄງການນີ້ ໄດ້ມີການຊຸກຍູ້ສົ່ງເສີມການປູກກາເຟຢູ່ພື້ນທີ່ພູທາດ ໃນລະຫວ່າງປີ 1992-1995 ໃນເນື້ອທີ່ 4 ເຮັກຕາ, ແຕ່ຕົກມາໃນໄລຍະທ້າຍປີ 1995 ໂຄງການດັ່ງກ່າວ ໄດ້ສິ້ນສຸດລົງ.

ສະນັ້ນເພື່ອຟື້ນຟູຄືນອີກຄັ້ງ ມາຮອດປີ 2010 ພວກເພິ່ນຈິ່ງໄດ້ຈັດຕັ້ງເປັນກຸ່ມ ປະກອບມີ 6 ຄອບຄົວ ໄດ້ພ້ອມກັນເລີ່ມຕົ້ນບຸກເບີກສວນກາເຟພູທາດ ທີ່ເບື້ອງຕົ້ນມີເນື້ອທີ່ປູກພຽງແຕ່ 6 ເຮັກຕາ ເຊິ່ງລາຍຮັບລວມຈາກການຂາຍ ໃນເວລານັ້ນ ຕົກເປັນຈຳນວນເງິນ 27 ລ້ານກວ່າກີບ.

ຕໍ່ມານັບແຕ່ປີ 2015 ຫາ 2019 ໄດ້ຂະຫຍາຍເນື້ອທີ່ອອກເປັນ 15 ເຮັກຕາ ໂດຍສາມາດເກັບກູ້ຜົນຜະລິດໄດ້ເກືອບ 9 ໂຕນ ແລະ ສ້າງລາຍຮັບໄດ້ 200 ກວ່າລ້ານກີບ, ສະເລ່ຍໃສ່ແຕ່ລະຄອບຄົວ ແມ່ນ 35 ຫາ 40 ລ້ານກີບ ແລະ ເລີ່ມຕົ້ນປີ 2019 ຫາປັດຈຸບັນ ໄດ້ບຸກເບີກອອກຕື່ມອີກເປັນ 25 ກວ່າເຮັກຕາ ມີສະມາຊິກພາຍໃນກຸ່ມທັງໝົດ 25 ຄອບຄົວ, ພ້ອມນີ້ໃນຕໍ່ໜ້າຍັງມີແຜນການຈະຂະຫຍາຍເນື້ອທີ່ປູກອອກອີກ 6ເຮັກຕາ, ສຳລັບການຂາຍ ແມ່ນມີບັນດາບໍລິສັດມາສັ່ງຊື້ ເປັນຫຼັກ, ນອກນີ້ ຍັງໄດ້ນຳສົ່ງໃຫ້ຕາມການສັ່ງຊື້ຂອງພໍ່ຄ້າ-ແມ່ຄ້າ ແລະ ບຸກຄົນທົ່ວໄປ ໃນນະຄອນຫຼວງວຽງຈັນ ໂດຍຂາຍໃນລາຄາ 25.000ກີບ/1ກິໂລ.

ທ່ານ ໃຫ້ຮູ້ຕື່ມວ່າ: ຜ່ານຈາກການຢຶດຖືການປູກກາເຟ ຂອງປະຊາຊົນ 25 ຄອບຄົວ ບ້ານຮົ່ມທາດ ເມືອງຮົ່ມ ແຂວງໄຊສົມບູນ ແຕ່ປີ 2010 ເຖິງປັດຈຸບັນ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ມີທ່າອຽງດີຂຶ້ນເປັນກ້າວໆ, ຖານະການເງິນນັບມື້ນັບມີຄວາມໝັ້ນທ່ຽງໂດຍພື້ນຖານ, ເສດຖະກິດຄອບຄົວໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

ຂໍ້ມູນຈາກ: Media laos