ລາວລີກ ມີສະຖິຕິສະເລ່ຍການຍິງປະຕູຫຼາຍທີ່ສຸດ ໃນອາຊຽນ ລະດູການ 2019

102

ASEAN FOOTBALL ເພຈ໌ບຸກທີ່ມີສື່ສຽງ ໃນການລາຍງານຄວາມເຄື່ອນໄຫວຂອງວົງການບານເຕະອາຊຽນ ໄດ້ຈັດອັນດັບຄ່າສະເລ່ຍປະຕູລວມຕໍ່ 1 ນັດໃນ 11 ລີກຂອງອາຊຽນ ລະດູການ 2019 ເມື່ອທ້າຍອາທິດທີ່ຜ່ານມາ ປາກົດວ່າ: ລາວພຣີເມຍລີກ 2019 ກາຍເປັນລີກທີ່ມີຄ່າສະເລ່ຍການຍິງປະຕູຫຼາຍທີ່ສຸດ 5,73 ປະຕູຕໍ່ນັດ.

ເປບຊີ ລາວພຣີເມຍລີກ ( ລາວລີກ 1 ) ລະດູການ 2019 ມີພຽງ 6 ທີມເຂົ້າຮ່ວມແຂ່ງຂັນ ແລະ ແຂ່ງຂັນທັງໝົດ 90 ນັດ ສາມາດຍິງໄດ້ທັງໝົດ 172 ປະຕູ, ເຊິ່ງທີມທີ່ຍິງໄດ້ຫຼາຍທີ່ສຸດເປັນ ລາວໂຕໂຢຕ້າ ເອັຟຊີ ແຊັມປະຈໍາລະດູການດັ່ງກ່າວ ລົງສະໜາມ 15 ນັດຍິງໄດ້ 46 ປະຕູ ( ເສຍປະຕູ 12 ປະຕູ ).

ສ່ວນອັນດັບ 2 ເປັນຂອງ ສິງກະໂປ ພຣີເມຍລີກ ຄ່າສະເລ່ຍການຍິງປະຕູ 5,14 ປະຕູຕໍ່ນັດ, ຕາມດ້ວຍອັນດັບ 3 ກໍາປູເຈຍ ລີກ ມີຄ່າສະເລ່ຍການຍິງປະຕູ 4,39 ປະຕູຕໍ່ນັດ, ອັນດັບ 4 ບຣູໄນ ຊຸບເປີລີກ ມີຄ່າສະເລ່ຍການຍິງປະຕູ 3,96 ປະຕູຕໍ່ນັດ ແລະ ອັນດັບ 5 ຟິລິບປິນ ລີກ ຄ່າສະເລ່ຍການຍິງປະຕູ 3,68 ປະຕູຕໍ່ນັດ

ຂະນະທີ່ ອັນດັບ 6 ເປັນຂອງ ລີກ້າ ຕີມໍ ເລັສເຕ ຄ່າສະເລ່ຍການຍິງປະຕູ 3,63 ປະຕູຕໍ່ນັດ, ອັນດັບ 7 ມາເລເຊຍ ຊູບເປີລີກ ຄ່າສະເລ່ຍການຍິງປະຕູ 3,05 ປະຕູຕໍ່ນັດ, ອັນດັບ 8 ມຽນມາ ເນຊັນແນລ ລີກ ຄ່າສະເລ່ຍການຍິງປະຕູ 2,95 ປະຕູຕໍ່ນັດ, ອັນດັບ 9 ຫວຽດນາມ ລີກ ຄ່າສະເລ່ຍການຍິງປະຕູ 2,93 ປະຕູຕໍ່ນັດ, ອັນດັບ 10 ລີກ້າ ອິນໂດເນເຊຍ ຄ່າສະເລ່ຍການຍິງປະຕູ 2,74 ປະຕູຕໍ່ນັດ ແລະ ອັນດັບ 11 ໄທລີກ ມີຄ່າສະເລ່ຍການຍິງປະຕູ 2,70 ປະຕູຕໍ່ນັດ.
(ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ)