ປາກເຊ ຢູໄນເຕັດ ສອນດ້ວຍໃຈບໍ່ຄິດຄ່າແຮງງານ ຫວັງປັ້ນເຍົາວະຊົນ ຈຳປາສັກ ກ້າວສູ່ທີມຊາດ

207

ປະທານສະໂມສອນ ປາກເຊ ຢູໄນເຕັດ ເປີດໃຈເຫດຜົນທີ່ມຸ່ງໝັ້ນທຸ່ມເທການຖ່າຍທອດຄວາມຮູ້ຄວາມສາມາດໃນການຫຼິ້ນກິລາບານເຕະ ໃຫ້ເຍົາວະຊົນແຂວງຈຳປາສັກ ໂດຍທີ່ບໍ່ໄດ້ຫວັງຜົນປະໂຫຍດໃດໆ ຫຼື ບໍ່ໄດ້ເກັບຄ່າແຮງງານຄູຝຶກຈາກເດັກນ້ອຍ ກໍຍ້ອນເຫັນຄວາມສຳຄັນໃນການພັດທະນາວົງການບານເຕະຂອງແຂວງ ຈຶ່ງຂໍປະກອບສ່ວນສົ່ງເສີມການພັດທະນາກີລາບານເຕະໃຫ້ແກ່ເຍົາວະຊົນຂອງແຂວງຈຳປາສັກ ກໍຄື ນ້ອງນ້ອຍເຍົາວະຊົນຂອງຊາວນະຄອນປາກເຊ ພັດທະນາຕົນເອງມີທ່າກ້າວທີ່ພົ້ນເດັ່ນສາມາດຮັບໃຊ້ທີມຊາດໃນອະນາຄົດຢ່າງມີຄຸນະພາບ.

ທ່ານ ສຸວັນ ໄກຍະລາດ ປະທານ ສະໂມສອນ ປາກເຊ ຢູໄນເຕັດ ແຈ້ງໃຫ້ຊາບວ່າ: ເຫດຜົນທີ່ສ້າງຕັ້ງສະໂມສອນ ປາກເຊ ຢູໄນເຕັດ ຂຶ້ນມາ ກໍເພື່ອປະກອບສ່ວນສົ່ງເສີມການພັດທະນາກີລາບານເຕະໃຫ້ແກ່ເຍົາວະຊົນຂອງແຂວງຈຳປາສັກ ກໍຄືນ້ອງນ້ອຍເຍົາວະຊົນຂອງຊາວນະຄອນປາກເຊ ພັດທະນາຕົນເອງມີທ່າກ້າວທີ່ພົ້ນເດັ່ນສາມາດຮັບໃຊ້ທີມຊາດໃນອະນາຄົດຢ່າງມີຄຸນະພາບ. ດັ່ງນັ້ນ, ຈຶ່ງບໍ່ໄດ້ເກັບຄ່າເມື່ອຍໃດໆເລີຍ ໂດຍຕັ້ງສະມາຄົມພໍ່ແມ່ນັກກີລາຂຶ້ນ ມີ 3 ທ່ານ ເປັນຜູ້ບໍລິຫານເພື່ອຈັດຕັ້ງປະຕິບັດແຜນການຕ່າງໆ ເປັນຕົ້ນການເຄື່ອນໄຫວທີມສົ່ງເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ແຂວງໃກ້ຄຽງ ໂດຍມີທ່ານ ພູທອງ ສີເມືອງ ແລະ ນ້ອງເອງທີ່ຜ່ານການຮອງຮັບຄູຝຶກ ຊີ ລາຍເຊັນ ເປັນຜູ້ຝືກສອນໃຫ້ນ້ອງໆເຍົາວະຊົນ.

ຕະຫຼອດໄລຍະການສ້າງຕັ້ງສະໂມສອນ ມາແຕ່ປີ 2008 ຈົນມາເຖິງປັດຈຸບັນ ກໍສາມາດສ້າງນັກກີລາເຍົາວະຊົນ ຮັບໃຊ້ທີມຊາດ ແລະ ສະໂມສອນດັງໆ ທີ່ນະຄອນຫຼວງວຽງຈັນ ແລະ ປະເທດໄທ ໄດ້ເຖິງ 6 ຄົນ. ແຕ່ເຖິງຢ່າງໃດກໍດີ, ວິທີການແກ້ໄຂ ເພື່ອເຮັດໃຫ້ທີມສາມາດຢືນໄດ້ໃນທຸກມື້ນີ້ ກໍຍ້ອນທາງສະມາຄົມພໍ່ແມ່ຜູ້ປົກຄອງ ໄດ້ສ້າງຄັງເງິນຂອງທີມ ເພື່ອເກັບເງິນນໍານັກກີລາຜູ້ມີເງື່ອນໄຂເກັບເດືອນລະ 20.000 ກີບ ເປັນເງິນຄັງ ເພາະເງິນຈໍານວນດັ່ງກ່າວ ຈະນໍາໃຊ້ເຂົ້າໃນການເຈັບເປັນເອັນອຸນ ເວລາມີນັກກີລາໄດ້ຮັບບາດເຈັບ ຫຼື ເຈັບປ່ວຍອື່ນໆ ຈະໄດ້ຖອນເງິນເພື່ອຊ່ວຍຄ່າຢາ. ນະໂຍບາຍການເກັບເງິນກໍຍັງຍົກເວັ້ນບາງຄອບຄົວທີ່ຍັງຂາດເຂີນທຸກຍາກ ແລະ ຈະບໍ່ມີການຄັດເລືອກນັກກີລາເພື່ອເປີດໂອກາດໃຫ້ທຸກຄົນທີ່ມັກຮັກ ແລະ ພໍ່ແມ່ໃຫ້ຄວາມຮ່ວມມື ກັບສະໂມສອນ ກໍພ້ອມອ້າແຂນຍອມຮັບທຸກຄົນເຂົ້າຮ່ວມສັງກັດທີມໄດ້ ໄລຍະການຮ່ວມແຕ່ເລີ່ມຕົ້ນເຊັນສັນຍາກັນ ຕັ້ງແຕ່ຮຽນຊັ້ນ ປ 5 ຈົນເຖິງ ມ 7, ທ່ານ ສຸວັນ ໄກຍະລາດ

ປະທານສະໂມສອນ ປາກເຊ ຢູໄນເຕັດ ບອກຕື່ມອີກວ່າ: ປັດຈຸບັນສະໂມສອນຂອງພວກເຮົາໄດ້ນຳໃຊ້ສະໜາມກີລາໂຮງຮຽນວິຈິດສິນ ແຂວງຈຳປາສັກ ແລະ ເຊົ່າສະໜາມສະໂມສອນ ຊີເອັສຊີ ຈຳປາສັກ ຝຶກຊ້ອມເປັນບາງອາທິດ ມີນັກກີລາຮ່ວມສັງກັດທີມ ແຕ່ອາຍຸ 7 ປີ ຫາ 16 ປີ ຈໍານວນ 60 ກວ່າຄົນ ເນັ້ນການຝຶກສອນຂັ້ນພື້ນຖານ, ຂັ້ນກາງ ແລະ ລະດັບຂັ້ນສູງ ໂດຍລວມ ໃນຈຳນວນ 60 ກວ່າຄົນ ທຸກຄົນລ້ວນແຕ່ມີພອນສະຫວັນດີເດັ່ນທາງດ້ານການຫຼິ້ນກີລາບານເຕະ ທັງນີ້ ກໍຍ້ອນເຂົາເຈົ້າມີກຳລັງໃຈ ແລະ ມີຄວາມໄຝ່ຝັນຢາກຈະເປັນນັກກິລາດີເດັ່ນຄືກັບຮຸ່ນອ້າຍ ທີ່ສາມາດຮັບໃຊ້ທີມຊາດ ໃນປັດຈຸບັນ.
ສະໂມສອນ ປາກເຊ ຢູໄນເຕັດ ສ້າງຕັ້ງມາແຕ່ປີ 2008 ໃນເມື່ອກ່ອນແມ່ນມີຊື່ ສະໂມສອນ ໄກຍະລາດ ຍ້ອນສະໂມສອນດັ່ງກ່າວ ໄດ້ສ້າງຊື່ສຽງໂດ່ງດັງໃນວົງການບານພາກໃຕ້ ດ້ວຍການຄອງແຊ໋ມເຍົາວະຊົນເຖິງ 10 ກວ່າລາຍການ ໂດຍສະເພາະລາຍການ ຢູ 12 ຟຸດຊໍ ຊີງແຊັມ 4 ແຂວງພາກໃຕ້. ຕະຫຼອດໄລຍະການເຕີບໂຕ ສະໂມສອນ ດັ່ງກ່າວ ກໍສາມາດສ້າງນັກກີລາ ຮັບໃຊ້ ເອສຣາ ເອັຟຊີ ແລະ ຮັບໃຊ້ທີມຊາດໄດ້ເຖິງ 6 ຄົນ ປະກອບມີ ໄມຕີ ສີຫາລາດ ກອງກາງ, ສຸກສະຫວັນ ສູນທະວົງ ຜູ້ຮັກປະຕູ, ເຫຼັກໂຕ້ ຫຼວງອະໄພ ປີກຂວາ, ຫັດສະດີ ແກ້ວວຽງສີ ປີກຊ້າຍ ແລະ 2 ອ້າຍນ້ອງ ສົມຊາຍ ແກ້ວຫານາມ ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ ແລະ ສາຍຝົນ ແກ້ວຫານາມ ຮຸ່ນອາຍຸ 16 ປີ ກອງໜ້າທີມຊາດລາວ ທີ່ສັງກັດຫຼິ້ນໃຫ້ສະໂມສອນ ພາກໃຕ້ຂອງປະເທດໄທ ໃນປັດຈຸບັນ.