3 ປີ ມີນັກທ່ອງທ່ຽວເຂົ້າທ່ຽວຊົມແຂວງເຊກອງ 1,5 ແສນເທື່ອຄົນ

194

ເມື່ອເວົ້າເຖິງການທ່ອງທ່ຽວ ລາວເຮົາກໍ່ເປັນອີກປະເທດໜຶ່ງທີ່ມີສະຖານທີ່ທ່ອງທ່ຽວອັນສວຍງາມຫຼາກຫຼາຍ ມີທຸກຮູບແບບ ທັງແຫຼ່ງທ່ອງທ່ຽວວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ພ້ອມນີ້ ໃນແຕ່ລະແຂວງທົ່ວປະເທດກໍ່ຈະມີຈຸດເດັ່ນສະເພາະທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດພ້ອມມີລາຍຮັບຈາກວຽກງານການທ່ອງທ່ຽວເຂົ້າແຂວສງຂອງຕົນ.

ແນວໃດກໍ່ຕາມ ໃນແຕ່ລະປີແຕ່ລະແຂວງລ້ວນມີນັກທ່ອງທ່ຽວຈໍານວນບໍ່ໜ້ອຍ ທີ່ເຂົ້າເຖິງ ດັ່ງແຂວງເຊກອງ ທີ່ໃນໄລຍະ 3ປີ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງດັ່ງກ່າວເຖິງ 1,5 ແສນເທື່ອຄົນ.

ກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ແຂວງເຊກອງ ໄດ້ສໍາເລັດໃນວັນທີ 16 ມິຖຸນາ 2020 ໂດຍການເປັນປະທານຂອງ ສະຫາຍ ບູ່ໄຊ ໄຊຍະເສນ ເລຂາຄະນະພັກຮາກຖານພະແນກ ຖວທ ເຂົ້າຮ່ວມມີ ສະຫາຍ ອ້ວນຄໍາ ທຸງໄຊ ກໍາມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ.

ສະຫາຍ ບູ່ໄຊ ໄຊຍະເສນ ຂຶ້ນຜ່ານບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຮອບດ້ານ, ຕະຫຼອດໄລຍະ 3 ປີຜ່ານມາ ຄືແຕ່ປີ 2017 – 2019 ສໍາລັບວຽກງານວັດທະນະທໍາສາມາດສ້າງຄອບຄົວວັດທະນະທໍາໄດ້ 3.787 ຄອບຄົວ, ສ້າງບ້ານວັດທະນະທໍາໄດ້ 50 ບ້ານ ແລະ ວຽກງານທ່ອງທ່ຽວໄດ້ຮັບການຊຸກຍູ້ສົ່ງເສີມຂະຫຍາຍຕົວຢ່າງແຂງແຮງ ໂດຍ 3 ປີ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງເຊກອງ ຫຼາຍກວ່າ 1,5 ແສນເທື່ອຄົນ.

ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຄະນະພັກຊຸດໃໝ່ ໂດຍເລືອກເອົາ ສະຫາຍ ບູ່ໄຊ ໄຊຍະເສນ ເປັນເລຂາ ອີກສະໄໝ.
ຕອນທ້າຍຂອງພິທີ ສະຫາຍ ອ້ວນຄໍາ ທຸງໄຊ ກໍໄດ້ໃຫ້ກຽດໂອ້ລົມ ເນັ້ນໃຫ້ຄະນະພັກຊຸດໃໝ່ຕ້ອງໄດ້ເພີ່ມທະວີແບບແຜນການນໍາພາ, ແບບແຜນວິທີເຮັດວຽກ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕຂອງພັກ, ຕົກລົງເປັນໝູ່ຄະນະແບ່ງງານ – ແບ່ງຄວາມຮັບຜິດຊອບ, ມີການຕິດຕາມກວດກາປະເມີນຜົນ.

ໃນໂອກາດດຽວກັນນີ້, ຍັງໄດ້ມອບໃບຢັ້ງຢືນຮັບຮອງເອົາໜ່ວຍພັກຖະແຫຼງຂ່າວ – ສື່ມວນຊົນເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2019 ຕື່ມອີກ.

[ ຂ່າວ : ສັນຍາ ]

ຂອບໃຈຮູບ: noy immage