ຊົມເຊີຍ! 5 ເດືອນຕົ້ນປີ ກອງຄຸ້ມຄອງພາສີ VII ເກັບລາຍຮັບໄດ້ 363 ຕື້ກີບ

179

ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19 ລັດຖະບານໄດ້ເຄັ່ງຄັດຫຼາຍມາດຕະການເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ໜຶ່ງໃນນັ້ນແມ່ນການປິດດ່ານ, ເຊິ່ງມັນສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບກອງຄຸ້ມຄອງພາສີ VII ໂດຍໃນ 5 ເດືອນຕົ້ນປີ ສາມາດເກັບລາຍຮັບໄດ້ 363,03 ຕື້ກີບ ເທົ່າກັບ 42,68% ຂອງແຜນການປີ.

ກອງຄຸ້ມຄອງພາສີ VII ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ 5 ເດືອນປີ 2020 ຄາດຄະເນ 6 ເດືອນຕົ້ນປີ ແລະ ມາດຕະການຈັດເກັບລາຍຮັບ 6 ເດືອນທ້າຍປີ 2020 ຂຶ້ນທີ່ກອງຄຸ້ມຄອງພາສີ VII ໂດຍການເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຫົວໜ້າພະແນກການເງິນແຂວງຈໍາປາສັກ, ທ່ານ ບຸນເພັງ ເຂັມມະລາ ຫົວໜ້າກອງຄຸ້ມຄອງພາສີ VII, ຄະນະກອງຄຸ້ມຄອງພາສີ, ຄະນະກອງກວດກາພາສີປະຈໍາແຂວງ ແລະ ຄະນະດ່ານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວອຸດອນ ພາລີຈັນ ຮອງຫົວໜ້າກອງຄຸ້ມຄອງພາສີ VII ໃຫ້ຮູ້ວ່າ: ປີ 2020 ກອງຄຸ້ມຄອງພາສີ VII ປະກອບມີ ( ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື ) ໄດ້ຮັບມອບໝາຍຕົວເລກໃນການຈັດເກັບລາຍຮັບ ຈໍານວນ 850,7 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະກໍຄືການເກັບລາຍຮັບໃນ 5 ເດືອນ ປີ 2020 ສາມາດຈັດເກັບລາຍຮັບໄດ້ 363,03 ຕື້ກວ່າກີບ ເທົ່າກັບ 42,68% ຂອງແຜນການປີ 2020.

ໃນນີ້, ແຂວງຈໍາປາສັກຈັດເກັບໄດ້ 327,42 ຕື້ກວ່າກີບ ເທົ່າກັບ 110,10% ຂອງແຜນການ; ແຂວງສາລະວັນ 16 ຕື້ກວ່າກີບ ເທົ່າກັບ 57,70% ຂອງແຜນການ; ແຂວງເຊກອງ 458,65 ລ້ານກວ່າກີບ ເທົ່າກັບ 15,06% ຂອງແຜນການ; ແຂວງອັດຕະປື 19,15 ຕື້ກວ່າກີບ ເທົ່າກັບ 123,01% ຂອງແຜນການ ຄາດຄະເນແຜນຈັດເກັບໃນເດືອນທີ 6/2020 ຈະເກັບໃຫ້ໄດ້ 63,85 ຕື້ກີບ ເທົ່າກັບ 95,34% ຂອງແຜນການ 6 ເດືອນຕົ້ນປີ.

ສໍາລັບການຈັດເກັບລາຍຮັບບາງແຂວງບໍ່ໄດ້ຕາມເປົ້າໝາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເຊິ່ງອົງການປົກຄອງທ້ອງຖິ່ນກໍໄດ້ອອກແຈ້ງການປິດຊົ່ວຄາວດ່ານທ້ອງຖິ່ນ – ດ່ານປະເພນີ ຈຶ່ງເປັນສາເຫດໜຶ່ງທີ່ສົ່ງຜົນກະທົບຕໍ່ການນໍາເຂົ້າ – ສົ່ງອອກ ບາງແຂວງກໍບໍ່ສາມາດບັນລຸໄດ້ຕາມແຜນ.

ສະນັ້ນ, ເພື່ອໃຫ້ການຈັດເກັບລາຍຮັບບັນລຸໄດ້ຕາມແຜນການທີ່ກໍານົດໄວ້ ຈຶ່ງໄດ້ວາງວຽກຈຸດສຸມມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ ໂດຍການເອົາໃຈໃສ່ການຊີ້ນໍາ – ນໍາພາດ້ານແນວຄິດການເມືອງໃຫ້ແກ່ພະນັກງານລັດຖະກອນ – ເຈົ້າໜ້າທີ່ພາສີຢ່າງເປັນປົກກະຕິ ເອົາໃຈໃສ່ປະສານງານຢ່າງກົມກຽວ; ເອົາໃຈໃສ່ໃນການປະຕິບັດມູນຄ່າແຈ້ງພາສີແມ່ນຕົວຊີ້ວັດໃນການຈັດເກັບລາຍຮັບຕາມກົດໝາຍກໍານົດ ແມ່ນຈະຖືກກວດສອບຄືນກໍານົດ 3 ປີຄືນຫຼັງ ນັບແຕ່ເວລາຜູ້ປະກອບການໄດ້ແຈ້ງພາສີເປັນລາຍລະອຽດເປັນຕົ້ນໄປ.