ນາຍົກຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ ຊຸກຍູ້ການຜະລິດເປັນສິນຄ້າ ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນເກນທີ່ກຳນົດໄວ້

222

ໃນຕອນທ້າຍຂອງກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ທີ່ເປີດຂຶ້ນໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງ ຂອງວັນທີ 17 ມິຖຸນາ 2020 ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນທ້າຍ ເດືອນມິຖຸນາ ແລະ ເດືອນກໍລະກົດ 2020 ດັ່ງນີ້:

  1. ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນຄວາມເປັນຈິງ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ.
  2. ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ໂດຍສະເພາະ ສຸມໃສ່ ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຮັບປະກັນການເບີກຈ່າຍເງິນເດືອນ, ຄຸ້ມຄອງອັດຕາ ແລກປ່ຽນ ໃຫ້ຢູ່ໃນເກນທີ່ກຳນົດໄວ້ ເພື່ອຮັບປະກັນບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ຊຸກຍູ້ສົ່ງເສີມການ ລົງທຶນ, ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນ ເພື່ອໃຫ້ພາກທຸລະກິດ ສາມາດສືບຕໍ່ເຄື່ອນໄຫວທຸລະກິດໄດ້.


3. ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາລະບາດອີກຮອບໃໝ່ ຢູ່ ສປປ ລາວ ແລະ ຄົ້ນຄວ້າ ມາດຕະການຜ່ອນຜັນ ຫຼັງຈາກວັນທີ 30 ມິຖຸນາ 2020. ພ້ອມກັນນີ້, ໃຫ້ຄະນະສະເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍ ນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດ COVID-19 ຕໍ່ເສດຖະກິດຂອງ ສປປ ລາວ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດານະໂຍບາຍ ແລະ ມາດຕະການດ້ານເສດຖະກິດ ທີ່ລັດຖະບານ ໄດ້ຮັບຮອງແລ້ວ ຢ່າງມີປະສິດທິຜົນ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.
4. ໃຫ້ກະຊວງສາທາລະນະສຸກ ສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພີ່ມທະວີ ເອົາໃຈໃສ່ວຽກງານປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ, ລວມທັງພະຍາດ ຕາມລະດູການອື່ນໆ. ພ້ອມກັນນັ້ນ, ກໍ່ປຸກລະດົມໃຫ້ທຸກຄົນໃນສັງຄົມ ເປັນເຈົ້າການປະຕິບັດ ມາດຕະການປ້ອງກັນຢ່າງເຂັ້ມງວດ.


5. ໃຫ້ກະຊວງສຶກສາທິການ ແລະ ກິລາ ຊີ້ນຳສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃຫ້ດຳເນີນການຮຽນ-ການສອນ ຕາມຫຼັກສູດ ແລະ ກະກຽມສອບເສັງຈົບຊັ້ນ-ເລື່ອນຊັ້ນ ຕາມແຜນທີ່ໄດ້ກຳນົດໄວ້ ທັງຮັບປະກັນຄຸນນະພາບ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນພະຍາດໂຄວິດ 19 ຕາມຄຳແນະນຳຂອງຄະນະສະເພາະກິດ.
6. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ລົງຊຸກຍູ້ການຜະລິດລະດູຝົນ, ຕ້ານແລ້ງ-ຕ້ານຖ້ວມ, ກະກຽມສະກັດກັ້ນ ແລະ ແກ້ໄຂການລະບາດຂອງສັດຕູພືດ. ພ້ອມກັນນັ້ນ ກໍ່ກະກຽມຮັບມືກັບໄພພິບັດທຳມະຊາດ ທີ່ອາດຈະເກີດຂຶ້ນ.
7. ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການບໍລິການ; ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວ ໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນ.
8. ໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງກະກຽມຮອບດ້ານໃຫ້ແກ່ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຜ່ານລະບົບກອງປະຊຸມທາງໄກຂອງທ່ານນາຍົກລັດຖະມົນຕີ. ພ້ອມກັນນັ້ນ, ໃຫ້ສືບຕໍ່ຕິດຕາມສະພາບການຂອງພາກພື້ນືແລະ ສາກົນ ທີ່ມີທ່າອ່ຽງ ແລະ ຄວາມສ່ຽງ ທີ່ອາດມີຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ.


9. ໃຫ້ບັນດາສະມາຊິກລັດຖະບານ ກະກຽມເຂົ້າຮ່ວມກອງປະຊຸມສາມັນ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ລວມທັງກະກຽມເນື້ອໃນຕອບຄຳຊັກຖາມຂອງສະມາຊິກະສະພາແຫ່ງຊາດ.
10. ສືບຕໍ່ປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນປີ 2021 ເພື່ອນຳເຂົ້າພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ໃນທ້າຍປີ.


ໃນຕອນທ້າຍ, ກອງປະຊຸມ ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ; ໃຫ້ສື່ມວນຊົນ ລວມທັງ ສື່ອອນລາຍຕ່າງໆ ອອກຂ່າວ ແລະ ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບ ຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງຄົມ.