ເມນູອາຫານຈານດຽວ “ຂົ້ວຊີອິ໊ວ”

306

ໃນຍຸກສະໄໝນີ້ ແມ່ນເປັນຍຸກທີ່ຕ້ອງເຮັດວຽກແຂ່ງກັບເວລາ ພ້ອມທັງອາຫານການກິນ ທີ່ຈະຕ້ອງສະດວກສະບາຍ ແລະ ໄວ ເພື່ອທີ່ຈະເຮັດໃຫ້ເຮົາໄດ້ເຮັດວຽກຕ່າງໆໄດ້ຫຼາຍຂຶ້ນ ແລະ ເມນູນີ້ກໍເປັນເມນູທີ່ສະດວກ ກິນງ່າຍ ວ່ອງໄວທີ່ຈະມາແນະນຳ.

ສ່ວນປະສົມ

ເຝີເສັ້ນໃຫຍ່ 200 ກຣາມ

ໝູໝັກ ຫຼື ຊີ້ນງົວໝັກ 200 ກຣາມ

ຜັກກາດນາ 200 ກຣາມ

ໄຂ່ໄກ່ 2 ໜ່ວຍ

ສະອິ້ວຂາວ 1 ບ່ວງແກ່ງ

ນ້ຳມັນຫອຍ 2 ບ່ວງແກງ

ສະອິ້ວດຳ 1 ບ່ວງແກງ

ນ້ຳມັນ

ວິທີເຮັດ

1 ຂັ້ນຕອນທຳອິດແມ່ນເອົາເຝີເສັ້ນໃຫຍ່ມາຄົນໃສ່ກັບສະອິ໊ວດຳ.

2 ຕັ້ງໝໍ້ ໃຊ້ໄຟແຮງໃຫ້ນ້ຳມັນຮ້ອນຈົນຄວັນຂຶ້ນ ຄົນນ້ຳມັນໃຫ້ທົ້່ວໝໍ້ ຫຼັງຈາກນ້ນເທນ້ຳມັນຮ້ອນອອກ ແລ້ວໃສ່ນ້ຳມັນລົງໄປໃໝ່ 1 ບ່ວງແກງ.

3 ແລ້ວໃສ່ເສັ້ນລົງໄປຂົ້ວປະມານ 1 ນາທີ ໂດຍໃສ່ໄຟແຮງ ແລ້ວຕັກເສັ້ນອອກມາພັກໄວ້.

4 ຂັ້ນຕອນນີ້ແມ່ນກຽມຂົ້ວສ່ວນປະສົມຂອງຜັກ ເນື້ອສັດ ໄຂ່ ແລະ ເຄື່ອງປຸງລົດຊາດ ໂດຍຕັ້ງໝໍ້ໃສ່ນ້ຳມັນພໍຮ້ອນແລ້ວໃສ່ຊີີ້ນໝູໝັກ ຫຼື ງົວໝັກ.

5 ໃສ່ໄຂ່ ແລ້ວໃສ່ເຝີເສັ້ນໃຫຍ່ທີ່ພັກໄວ້ລົງໄປທັນທີ.

6 ໃສ່ສະອິ໊ວຂາວ ນ້ຳມັນຫອຍ ແລ້ວໃສ່ຜັກກາດນາເປັນອັນຮຽບຮ້ອຍ.